Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຄັ້ງທີ II ປະຈໍາປີ 2020 ໃຫ້ 7 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກສາທາລະນະສຸກ ແຂວງສາລະວັນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງສະຫາຍ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ສະຫາຍ ອາຄົມ ລໍ່າວິຈິດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກສາທາລະນະສຸກແຂວງ ມີແຂກຖືກເຊີນ ແລະ ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ບຸນກອງ ໄຊສົມບັດ ເລຂາໜ່ວຍພັກອະນາໄມສົ່ງເສີມສຸຂະພາບ, ອາຫານ ແລະ ຢາ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2020 ຊຶ່ງໄດ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຜົນສຳເລັດໃນແຕ່ລະດ້ານ ສາມາດປະຕິບັດໄດ້ຕາມເນື້ອໃນມາດຖານເງື່ອນໄຂ ຂອງຄະນະພັກຂັ້ນເທິງວາງອອກກໍຄື: ທິດທາງແຜນການຂອງໜ່ວຍພັກຕົນກໍານົດໄວ້ ແລະ ໄດ້ປະເມີນນຳພາດ້ານຄຸນທາດການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ, ດ້ານປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ ໂດຍໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ, ເຊືີ່ອມຊຶມບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສະເເດງອອກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ບັນດາໜ່ວຍງານທີ່ຂຶ້ນກັບການນໍາພາຂອງແຕ່ລະໜ່ວຍພັກ ແນໃສ່ສ້າງໃຫ້ພະນັກງານສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ພັດທະນາຂະແໜງການຂອງຕົນໃຫ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂຜົນການດໍາເນີນຊີວິດການເມືອງດ້ວຍຄວາມຮັບຜິດຊອບສູງ ແລະ ສໍາເລັດ, ປັບປຸງກໍ່ສ້າງໜ່ວຍພັກຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.
7 ໜ່ວຍພັກທີ່ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ II ຕໍ່ເນື່ອງ ປະຈໍາປີ 2020 ມີຄື: ໜ່ວຍພັກຫ້ອງການບໍລິຫານພະແນກສາທາລະນະສຸກ, ໜ່ວຍພັກອະນາໄມ, ສົ່ງເສີມສຸຂະພາບອາຫານ ແລະ ຢາ, ໜ່ວຍພັກກັນພະຍາດຄວບຄຸມພະຍາດຕິດຕໍ່, ໜ່ວຍພັກຫ້ອງການບໍລິຫານໂຮງໝໍແຂວງ, ໜ່ວຍພັກປິ່ນປົວພາຍໃນໂຮງໝໍແຂວງ, ໜ່ວຍພັກປິ່ນປົວພາຍນອກໂຮງໝໍ ແລະ ໜ່ວຍພັກສູນອົບຮົມ ຮສຂ (ໂຮງຮຽນແພດ) ຊຶ່ງໃຫ້ກຽດມອບໂດຍ ສະຫາຍ ສົມໃຈ ອຸ່ນຈິດ.
(ຂ່າວ-ພາບ: ກິນດາວັນ ອ້ວນນາຄູ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com