Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສພຊ) ວັນທີ 5 ກໍລະກົດ 2021, ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ ເພື່ອຕິດຕາມ, ຊີ້ນຳການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍການຕ້ອນຮັບຂອງສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍພະນັກງານການນຳຂັ້ນແຂວງ, ສະພາປະຊາຊົນແຂວງ, ບັນດາພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການລາຍງານຈາກທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງເຊື່ອມຊຶມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຊຶ່ງມີເນື້ອໃນບາງຕອນວ່າ: ປັດຈຸບັນທົ່ວແຂວງຄໍາມ່ວນ ໄດ້ຈັດຕັ້ງການເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສໍາເລັດ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 6.235 ສະຫາຍ ຍິງ 1.911 ສະຫາຍ; ຜ່ານການຄົ້ນຄວ້າ, ເຊື່ອມຊຶມມະຕິຂອງພັກ ໄດ້ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານທຸກສະຫາຍ ມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງຕໍ່ໝາກຜົນສໍາເລັດໃນການຊີ້ນໍາ-ນໍາພາຂອງພັກ ເວົ້າລວມຂອງຄະນະພັກ, ລັດຖະບານ-ອົງການປົກຄອງ ໃນການສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັັ້ງທີ X ຂອງອົງຄະນະພັກແຂວງ ຢ່າງເລິກເຊິ່ງກວ່າເກົ່າ; ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານທຸກສະຫາຍ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ເພື່ອຄວາມເປັນເອກະພາບກັນໃນເວລາຈັດຕັ້ງປະຕິບັດ ເປັນຕົ້ນວຽກງານຂະຫຍາຍພັກ, ຂໍ້ຫ້າມສຳລັບສະມາຊິກພັກ ເພື່ອຍົກສູງບົດບາດການນໍາພາຂອງຄະນະແຕ່ລະຂັ້ນ, ຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກໃຫ້ແກ່ມະຫາຊົນ ພ້ອມທັງຄວາມເສຍສະຫຼະອຸທິຕົນ ເພື່ອປະເທດຊາດ ແລະ ປະຊາຊົນ; ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ-ພະນັກງານທຸກສະຫາຍ ມີຄວາມເປັນເອກະພາບຕໍ່ແນວທາງຂອງພັກທີ່ວາງອອກ ເຫັນໄດ້ຄວາມຖືກຕ້ອງ, ປະດິດສ້າງ, ແທດຕົວຈິງກັບກາລະໂອກາດ ສະພາບຂອງໂລກປັດຈຸບັນ ກໍຄືທີ່ຕັ້ງພູມສາດຄວາມອຸດົມສົມບູນ, ຊັບພະຍາກອນທຳມະຊາດ ແລະ ມູນເຊື້ອປະຊາຊົນລາວບັນດາເຜົ່າ; ເວົ້າລວມ, ເວົ້າສະເພາະຢູ່ພາຍໃນແຂວງຄຳມ່ວນ. ນອກນັ້ນ, ຍັງໄດ້ຮັບຟັງການລາຍງານແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງໃນຕໍ່ໜ້າ, ສະພາບການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຂອງແຂວງ; ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງ ສພຂ ຊຸດທີ II; ການປະກາດການຈັດຕັ້ງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ.
ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳວ່າ: ໃຫ້ສືບຕໍ່ຈັດຕັ້ງເຊືີ່ອມຊຶມກໍາ ແໜ້ນ ແລະ ຜັນຂະຫຍາຍ ບັນດາທິດຊີ້ນໍາ ມະຕິ ຄໍາສັ່ງ ຕ່າງໆຂອງພັກ, ລັດຖະບານ ກໍຄືຂອງແຂວງ ໃຫ້ເລິກເຊິິ່ງທົ່ວເຖິງ ແລະ ໜັກແໜ້ນ ໄປສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ບັນດາຂະແໜງການ; ເພີ່ມທະວີການນໍາພາຮອບດ້ານຂອງອົງຄະນະພັກແຂວງ ຕໍ່ການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ ດ້ວຍການສຶກສາອົບຮົມການເມືອງ-ແນວຄິດ, ຍົກສູງສະຕິຮັກຊາດ, ສະຕິລະວັງຕົວຕໍ່ການເຄື່ອນໄຫວມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ, ສ້າງ ແລະ ປັບປຸງກໍາລັງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະຊາຊົນ, ຕໍ່ລະບອບໃໝ່; ເອົາໃຈໃສ່ການປົກປັກຮັກສາເຂດນໍ້າແດນດິນ, ຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ; ປັບປຸງລະບົບກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການອໍານາດລັດ ໃຫ້ມີປະສິດທິພາບ, ແກ້ໄຂສະພາບການຊໍ້າຊ້ອນດ້ານພາລະບົດບາດ ໃຫ້ຈະແຈ້ງ ແລະ ຮັດກຸມ, ເຮັດໃຫ້ກົງຈັກກະທັດຮັດ ແຕ່ມີຄຸນນະພາບເພີ່ມຂຶ້ນ, ສະກັດກັ້ນການນໍາໃຊ້ສິດ, ອໍານາດໃນທາງທີ່ບໍ່ຖືກກົດໝາຍຂອງເຈົ້າໜ້າທີ່ຂອງລັດທຸກຂັ້ນ; ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ສາມາດເຂົ້າເຖິງຂະບວນການຍຸຕິທໍາ ເຮັດໃຫ້ຄວາມເຊື່ອໝັ້ນສັດທາຂອງປະຊາຊົນ ຕໍ່ພັກ-ລັດດີຂຶ້ນເລື່ອຍໆ; ເສີມຂະຫຍາຍທຸກຄວາມອາດສາມາດ ແລະ ທ່າແຮງບົ່ມຊ້ອນ, ສ້າງຖານການຜະລິດ ແລະ ການບໍລິການໃຫ້ເຂັ້ມແຂງ, ຮັບປະກັນການພັດທະນາແບບຍືນຍົງ ນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງຄຸ້ມຄ່າ ເພືີ່ອຮັບປະກັນການເຕີບໂຕທີ່ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ; ສົ່ງເສີມວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ; ເອົາໃຈໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ການຈັດສັນອາຊີບຂອງປະຊາຊົນ ຢູ່ຊົນນະບົດໃຫ້ມີຈຸດສຸມ ແລະ ມີປະສິດທິພາບ ເຮັດໃຫ້ການພັດທະນາເສດຖະກິດຂອງແຂວງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ດີຂຶ້ນ.
ໃນຕອນບ່າຍຂອງວັນດຽວກັນ, ຄະນະຍັງໄດ້ເດີນທາງໄປຢ້ຽມຢາມພື້ນຖານການຜະລິດຢູ່ສວນປູກໝາກມ່ວງຂອງບໍລິສັດ ເຮີໜານຊາງຈິວເຕັກນິກ ກະສິກຳ ຈຳກັດຜູ້ດຽວ ແລະຢ້ຽມຢາມບໍລິສັດຫວຽດ-ລາວ ວີລາໂກ້ ຈຳກັດຜູ້ດຽວ ຢູ່ເມືອງເຊບັ້ງໄຟ.
(ກົງທະນູຄຳ ພິພັດເສລີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com