Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ລັດຖະມົນຕີກະຊວງ ອ​ຄ ຢ້ຽມ​ຢາມແຂວງເຊກອງ

ເຜີຍ​ແຜ່​ໂດຍ​: ທ່ານ ທອງດຳ ມິໂຍລາ ເວ​ລາ: 06/07/2021 13:24:47 ຈຳ​ນວນ​​ຢ້ຽມ​ຊົມ 3332 ຄັ້ງ

   ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ພ້ອມຄະນະໄດ້ລົງໄປເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງເມື່ອ​ບໍ່​ດົນ​ມາ​ນີ້. ການ​ລົງ​ຢ້ຽມ​ຢາມ​ແຂວງ​ເຊກອງ​ຄັ້ງ​ນີ້ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ ອ​ຄ ໄດ້ພົບ​ປະ​​ກັບ ທ່ານ ເຫຼັກໄຫຼ ສີ​ວິ​ໄລ ເຈົ້າແຂວງເຊກອງ, ຫຼັງ​ຈາກ​ນັ້ນ​ໄດ້ເດີນທາງໄປຢ້ຽມຢາມເບິ່ງບໍ່ຖ່ານຫີນຂອງ ບໍລິສັດ ພອນສັກກຣຸບ ທີ່ຕັ້ງຢູ່ເຂດເມືອງກະລຶມເກົ່າ ຂອງແຂວງເຊກອງ, ທ່ານ ພອນສັກ ວິໄລສັກ ປະທານກຸ່ມ ບໍລິສັດ ພອນສັກ ລາຍງານການຈັດຕັ້ງປະຕິບັດ ແລະ ສະພາບລວມຂອງບໍ່ຖ່ານຫີນໃຫ້​ຮູ້​ວ່າ: ມາຮອດປັດຈຸບັນການຂຸດຄົ້ນບໍ່ຖ່ານ​ຫີນສາມາດຂຸດຄົ້ນໄດ້ 2 ລ້ານກວ່າໂຕນ, ​ຈຸດປະສົງຫຼັກໃນການຂຸດຄົ້ນກໍເພື່ອສ້າງຕັ້ງໂຮງງານພະລັງງານໄຟຟ້າຄວາມຮ້ອນຖ່ານຫີນ 1.800 ເມກາວັດ ເພື່ອສົ່ງໄປຍັງປະເທດກຳປູເຈຍ ຕາມການຕົກລົງຂອງລັດຖະບານ ແລະ ສົ່ງອອກໄປຍັງປະເທດຫວຽດນາມ.

ຈາກນັ້ນ, ໃນວັນທີ 2 ກໍລະກົດ 2021 ນີ້ ທ່ານ ສົມແພງ ໄຊສົມແພງ ພ້ອມຄະນະ ລົງຢ້ຽມຢາມ ແລະ ໂອ້​ລົມ​ພະ​ນັກ​ງານຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງເຊກອງ ຊຶ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານການພັດທະນາຂະແໜງອຸດສະຫະກຳ ແລະ ການຄ້າແຂວງເຊກອງ ໄລຍະ 6 ເດືອນຕົ້ນປີຜ່ານມາ ດ້ານອຸດສະຫະກຳປຸງແຕ່ງ ແລະ ຫັດຖະກຳແມ່ນສາມາດປະຕິບັດໄດ້ 115,31 ຕື້ກີບ ເທົ່າ​ກັບ 84,16% ຂອງແຜນການປີ ໃນນັ້ນ        ໝວດປະເພດການຜະລິດອຸດສາຫະກຳປຸງແຕ່ງຈາກຜົນຜະລິດກະສິກຳກວມເອົາ 83,99% ເປັນຕົ້ນແມ່ນມັນຕົ້ນ,ກາເຟແລະ ຢາງພາລາ,ຮອງລົງມາແມ່ນຜະລິດຕະພັນໄມ້, ຫັດຖະກຳ ແລະ ເຄື່ອງດື່ມສະບຽງອາຫານອື່ນໆ, ທົ່ວແຂວງເຊກອງມີໂຮງງານອຸດສະຫະກຳປຸງແຕ່ງໄມ້ທັງໝົດ 30 ຫົວໜ່ວຍ, ໃນນັ້ນໂຮງງານອຸດສະຫະກຳປຸງແຕ່ງໄມ້ປະເພດ 2 (ໂຮງງານຂະໜາດກາງ) ມີ 8 ຫົວໜ່ວຍ, ໂຮງງານປຸງແຕ່ງໄມ້ປະເພດ 3 (ໂຮງງານເຟີນີເຈີ) ມີ 22 ຫົວໜ່ວຍ, ມາຮອດປັດຈຸບັນ ໂຮງງານອຸດສະຫະກຳປຸງແຕ່ງ ແລະ ຫັດຖະກຳຢູ່ແຂວງມີຈຳນວນທັງໝົດ 463 ຫົວໜ່ວຍ.

ດ້ານການຄ້າພາຍໃນ ແມ່ນສາມາດປະຕິບັດໄດ້ 122,15 ຕື້ກີບ ເທົ່າກັບ 98,69%, ຂອງແຜນການປີທີ່ວາງໄວ້, ມູນຄ່າຂາຍຍົກ-ຂາຍຍ່ອຍ 33,20 ຕື້ກີບ, ມູນຄ່າເຄື່ອນຍ້າຍພາຍໃນ 88,94 ຕື້ກີບ, ໝວດສິນຄ້າທີ່ມີມູນຄ່າກວມເອົາເປີເຊັນສູງ ແມ່ນໝວດສິນຄ້າຜະລິດຕະພັນດ້ານກະສິກຳ, ເຄື່ອງກໍ່ສ້າງ, ສະບຽງອາຫານ ແລະ ສິນຄ້າເພື່ອຮັບໃຊ້ການຜະລິດກະສິກຳອື່ນໆ.

ດ້ານວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ, ກາງ ແລະ ການຄ້າ ແມ່ນໄດ້ຈັດຕັ້ງປະຕິບັດໄປຕາມ 7 ຂົງເຂດນະໂຍບາຍຄື: ວຽກງານສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງມີທັງໝົດ 278 ຫົວໜ່ວຍ (ຈຸນລະວິສາຫະກິດ 49 ຫົວໜ່ວຍ, ວິສາຫະກິດຂະໜາດນ້ອຍ 170 ຫົວໜ່ວຍ, ວິສາຫະກິດຂະໜາດກາງ 59 ຫົວໜ່ວຍ) ນອກນີ້ ກຳລັງສະເໜີຮັບຮອງເອົາຫັດຖະກຳຕ່ຳແຜ່ນແພພື້ນເມືອງຊົນເຜົ່າກະຕູ ບ້ານກັນດອນ ແລະ ຊົນເຜົ່າກຣຽງ ບ້ານຫ້ວຍຊາຍ ໃຫ້ເປັນໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP).

ທ່ານ ຄຳແພງ ໄຊສົມແພງ ໄດ້ເນັ້ນໃຫ້​ແຂວງ​ເຊກອງ ສຸມໃສ່ການສົ່ງເສີມການຜະລິດ-ບໍລິການເພື່ອຊົມໃຊ້ພາຍໃນ, ຫຼຸດຜ່ອນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ (ຫັນປ່ຽນໄປສູ່ສັງຄົມການຜະລິດ) ສ້າງສະພາບແວດລ້ອມທີ່ເອື້ອອຳນວຍແກ່ການດຳເນີນທຸລະກິດ, ຫຼຸດຜ່ອນຂັ້ນຂອດ ແລະ ໄລຍະເວລາໃນການອະນຸຍາດດໍາເນີນທຸລະກິດ ແລະ ສ້າງຄວາມສະດວກໃນຂອດການຈໍລະຈອນສິນຄ້າ ຊຶ່ງຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ ທີ່ລັດຖະບານພວມຂຸ້ນຂ້ຽວ ຊີ້ນຳເພື່ອຈັດຕັ້ງປະຕິບັດໃນປັດຈຸບັນ.

(ຂ່າວ-ພາບ: ອ​ຄ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com