Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ທ່ານ ຕິ່ງ ສຸກສັນ ເປັນຮອງເລ ຂາພັກກະຊວງ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ, ແຕ່ງຕັ້ງຮອງຫົວໜ້າກົມຂຶ້ນເປັນຫົວໜ້າກົມ ພ້ອມທັງອະນຸມັດໃຫ້ພະນັກງານພັກການ-ຮັບອຸດໜູນບຳນານ.
ພິທີດັ່ງກ່າວຈັດຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ກະຊວງການຕ່າງປະເທດໂດຍການໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະ ມົນຕີກະຊວງການຕ່າງປະເທດ ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການ ຕ່າງປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານພັກການ-ຮັບອຸດໜູນບຳນານ ຈຳນວນ 26 ທ່ານ. ຈາກນັ້ນ ທ່ານ ສີອຳພອນ ຈັນລາສີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ທ່ານ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ກຳມະການຄະນະພັກກະຊວງ ຫົວໜ້າຫ້ອງການກະຊວງ ເປັນຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ດຳລັດແຕ່ງຕັ້ງ ທ່ານ ໄມບົວ ໄຊຍະວົງ ກຳມະການຄະນະພັກກະຊວງ ຮອງຫົວໜ້າກົມເອີຣົບ-ອາເມຣິກາ ຂຶ້ນເປັນຫົວໜ້າກົມເອີຣົບ-ອາເມຣິກາ.
ໃນພິທີທ່ານ ສະເຫຼີມໄຊ ກົມມະສິດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ເຂົ້າຮັບອຸດໜູນບຳນານ ແລະ ໃຫ້ທິດຊີ້ນຳແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕີລາຄາສູງ ຕໍ່ ຜົນງານ ແລະ ຄຸນງາມຄວາມດີ ຂອງພະນັກງານທີ່ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບ ສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວວຽກ ງານການຕ່າງປະເທດກໍຄືການເຄື່ອນໄຫວໃນເວທີສາກົນ ຊຶ່ງຕະຫຼອດໄລຍະຜ່ານມາແມ່ນສາ ມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ. ນອກນັ້ນຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ແລະ ຫົວໜ້າກົມ ທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນຳໜ້າເສຍສະຫຼະ ເພື່ອສ່ວນລວມ, ສ້າງຄວາມສາມັກຄີ ແລະ ເປັນເອກະພາບເດັດດ່ຽວສະກັດກັ້ນ ແລະ ຕ້ານປະ ກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ ວຽກງານໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.
ຂ່າວ-ພາບ: ນາງ ແສງຈັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com