Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຕ້ອນຮັບ ທ່ານ ນາງ ຟລໍ ຣອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງຝຣັ່ງ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ໃນວັນທີ 16 ກໍລະກົດນີ້ ທີ່ກະຊວງດັ່ງກ່າວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວ.
ໃນໂອກາດດັ່ງກ່າວທ່ານ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະແດງຄວາມຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດ ທີ່ສຳເລັດການປະຕິບັດໜ້າທີ່ການທູດປະຈຳລາວຄັ້ງນີ້ ຕະຫຼອດໃນໄລຍະການປະຕິບັດໜ້າທີ່ທ່ານທູດແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນຮ່ວມມື ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງລາວ-ຝຣັ່ງທີ່ມີມາແລ້ວນັ້ນໃຫ້ນັບມື້ເພີ່ມພູນຄູນສ້າງຍິ່ງໆຂຶ້ນ, ທ່ານລັດຖະມົນຕີຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນໜ້າທີ່ໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍສະຫວັດດີພາບ.
ທ່ານທູດໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຂອບໃຈຕໍ່ອົງການຈັດຕັ້ງຂອງລາວທຸກຂັ້ນ ທີ່ໄດ້ອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໄດ້ຮັບຜົນສຳເລັດເປັນຢ່າງດີ.
ການພົວພັນການຄ້າ ແລະ ການລົງທຶນ ລະຫວ່າງ ລາວ ແລະ ຝຣັ່ງ ໃນໄລຍະຜ່ານມາ ແມ່ນຈັດຕັ້ງປະຕິບັດຕາມ ສັນຍາລົງທຶນສອງຝ່າຍ (Bilateral Investment Agreement) ແລະ ສິດທິພິເສດທາງການຄ້າເຊັ່ນ EBA (Everything But Arms) ທີ່ EU ໄດ້ໃຫ້ແກ່ບັນດາປະເທດດ້ອຍພັດທະນາ, ໃນໄລຍະ 5 ປີທີ່ຜ່ານມາຝຣັ່ງເປັນຄູ່ຄ້າ ອັນດັບ 24 ຂອງ ສປປ ລາວ (ດ້ານການສົ່ງອອກ) ແລະ ອັນດັບ 19 (ດ້ານການນຳເຂົ້າ). ບັນດາສິນຄ້າຫຼັກ ທີ່ ສປປ ລາວ ສົ່ງອອກ ແລະ ນຳເຂົ້າ ປະກອບມີ: ສິນຄ້າຫຼັກທີ່ສົ່ງອອກໄປຝຣັ່ງມີ: ເຄື່ອງນຸ່ງຫົ່ມ, ກາເຟ (ບໍ່ທັນໄດ້ປຸງແຕ່ງ), ເກີບ, ເຂົ້າ, ເຄມີ ແລະ ສານປະກອບອະນິນຊີ, ຂີ້ຄັ່ງ, ຍານຂີ້ຊີ, ນ້ຳຕານ, ຢາສູບ, ເມັດພືດ, ໝາກໄມ້ທີ່ມີນ້ຳມັນ, ເຟືອງ ແລະ ຫຍ້າ, ເຫຼົ້າ-ເບຍ-ວາຍ, ຊາ (ບໍ່ທັນໄດ້ປຸງແຕ່ງ) ແລະ ອື່ນໆ. ສິນຄ້າຫຼັກທີ່ນຳເຂົ້າຈາກຝຣັ່ງມີພາຫະນະທາງອາກາດ ແລະ ຊິ້ນສ່ວນອາໄຫຼ່, ເຫຼົ້າ-ເບຍ-ວາຍ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ເຄື່ອງມື ແລະ ອຸປະກອນທັດສະນະສາດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້), ນໍ້າຫອມ-ເຄື່ອງສຳອາງ, ຜະລິດຕະພັນການຢາ (ເພສັດຊະກໍາ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ສິ່ງປຸງແຕ່ງອື່ນໆທີ່ບໍລິໂພກໄດ້, ອຸປະກອນການແພດ, ເຈ້ຍ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍເຫຍື່ອເຈ້ຍ ແລະ ອື່ນໆ, ນັບແຕ່ປີ 2008 ຮອດປັດຈຸບັນ ຝຣັ່ງຖືເປັນປະເທດທີ່ມີການລົງທຶນໃນ ສປປ ລາວ ມີມູນຄ່າຫຼາຍທີ່ສຸດຢູ່ອັນດັບທີ 6 ໂດຍມີຈໍານວນວິສາຫະກິດທັງໝົດ 182 ຫົວໜ່ວຍ ແລະ ມູນຄ່າການລົງທຶນ 5.651,27 ຕື້ກີບ ຫຼື ປະມານ 706,41 ລ້ານໂດລາ. ຂະແໜງການທີ່ ຝຣັ່ງໃຫ້ຄວາມສົນໃຈລົງທຶນໃນ ສປປ ລາວ ມີມູນຄ່າລົງທຶນຫຼາຍສຸດ ແມ່ນຂະແໜງການສະໜອງໄຟຟ້າ, ອາຍແກັສ, ອາຍຮ້ອນ ແລະ ອາກາດປັບແຕ່ງ, ຂະແໜງອຸດສາຫະກຳບໍ່ແຮ່ ແລະ ການຂຸດຄົ້ນ, ຂະແໜງການເຄື່ອນໄຫວ ດ້ານການເງິນ ແລະ ການປະກັນໄພ, ແລະ ຂະແໜງການຄ້າຂາຍຍົກ ແລະ ຂາຍຍ່ອຍ, ສ້ອມແປງລົດຍົນ ແລະ ລົດຈັກ. (ຂ່າວ+ພາບ: ສຳນານ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com