Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະຫະພັນແມ່ຍິງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ສົມໃຈ ພານີຈັນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.
ໃນວາລະກອງປະຊຸມສະຫາຍ ນາງ ກຽນຕາ ວັນມະນາ ປະທານສະຫະພັນແມ່ນຍິງແຂວງກໍໄດ້ຂຶ້ນຜ່ານແຈ້ງການຂອງສູນກາງສະຫະພັນແມ່ນຍິງລາວ ສະບັບເລກທີ 286/ສສຍລ, ລົງວັນທີ 9 ກໍລະກົດ 2021 ວ່າດ້ວຍການຈັດຕັ້ງທາບທາມບຸກຄະລາກອນ ຮອບທີ II ເພື່ອຄັດເລືອກເປົ້າໝາຍສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ພ້ອມທັງຜ່ານບົດແນະນໍາກ່ຽວກັບການທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນໂຄງປະກອບຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2. ຈາກນັ້ນ, ຕາງໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 104/ ຄຈສພ, ລົງວັນທີ 12 ກໍລະກົດ 2021 ວ່າດ້ວຍ ສົມທົບທາບທາມບຸກຄະລາກອນສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2 ແລະ ຂໍ້ຕົກລົງວ່າດ້ວຍມາດຖານເງື່ອນໄຂຂອງພະນັກງານເພດຍິງທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII.
ສະຫາຍ ສົມໃຈ ພານີຈັນ ໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບເອົາໃຈໃສ່ເປັນເຈົ້າການໃນການຄົ້ນຄວ້າພິຈາລະນາຄັດເລືອກເອົາບຸກຄະລາກອນທີ່ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2, ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ບັນດາເງື່ອນໄຂມາດຖານທີ່ໄດ້ກຳນົດໄວ້, ພ້ອມດຽວກັນນັ້ນ ກອງປະຊຸມກໍໄດ້ດໍາເນີນການປ່ອນບັດທາບທາມ ຊຶ່ງມີບັນດາຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2 ມີຈໍານວນທັງໝົດ 71 ສະຫາຍ. ໃນນັ້ນ, ເລືອກເອົາ 68 ສະຫາຍ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ).
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com