Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 22 ກໍລະກົດນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພລ ເຄລີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົສຕຣາລີ ປະຈໍາ ລາວ.
ໃນການພົບປະຄັ້ງນີ້, ທ່ານທູດໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນກໍາມະການສູນກາງພັກ ແລະ ໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຊົມເຊີຍຜົນສໍາເລັດເບື້ອງຕົ້ນໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດຂອງພັກ-ລັດ ແລະ ປະຊາຊົນລາວ, ພ້ອມຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ອົສຕຣາລີ-ສປປ ລາວ ທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ຢືນຢັນຄວາມມຸ້ງຫວັງຂອງຕົນທີ່ຈະສືບຕໍ່ເຮັດວຽກຮ່ວມມືກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລາວ-ອົສຕຣາລີ ຕະຫຼອດໄລຍະເກືອບ 7 ທົດສະຫວັດຜ່ານມາ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນໃນປີ 1952, ສາຍພົວພັນສອງຝ່າຍໄດ້ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນອົສຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດໂຄງການຮ່ວມມືສອງຝ່າຍ ເປັນຕົ້ນແມ່ນການສຶກສາ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການກໍ່ສ້າງພື້ນຖານໂຄງລ່າງ, ການເກັບກູ້ລະເບີດບໍ່ທັນແຕກ, ໄພພິບັດທໍາມະຊາດ, ການຄ້າ-ການລົງທຶນ ແລະ ອຶ່ນໆ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ. ພິເສດ, ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19, ອົສຕຣາລີ ຍັງໄດ້ປະກາດໃຫ້ການຊ່ວຍເຫຼືອ ອຸປະກອນການແພດ ແລະ ຢາວັກຊິນຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ. ນອກຈາກນີ້, ທ່ານ ຍັງສະແດງຄວາມຂອບໃຈ ທີ່ສະຖານທູດອົສຕຣາລີ ໄດ້ຊ່ວຍເຫຼືອການຍົກລະດັບພາສາອັງກິດໃຫ້ແກ່ພະນັກງານຂອງຄະນະພົວພັນຕ່າງປະເທດສູນກາງພັກ ແລະ ຂະແໜງການອື່ນໆອ້ອມຂ້າງສູນກາງພັກໂດຍການຈັດຊຸດຝຶກອົບຮົມໄລຍະສັ້ນຈໍານວນຫຼາຍຊຸດໃນຜ່ານມາ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ໂພລ ເຄລີ ທີ່ໄດ້ປະຕິບັດໜ້າທີ່ການທູດຂອງຕົນຢ່າງຫ້າວຫັນ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການສົ່ງເສີມສາຍພົວພັນການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ - ອົສຕຣາລີ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີໝາກຜົນຍິ່ງໆຂຶ້ນ.
ການພົບປະຄັ້ງນີ້ ໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢືນຢັນວ່າຄະນະພົວພັນຕ່າງປະເທດສູນກາງພັກ ຍິນດີສະໜັບສະໜູນ ທ່ານ ໂພລ ເຄລີ ຕະຫຼອດໄລຍະການປະຕິບັດໜ້າທີ່ຢູ່ ສປປ ລາວ ເພື່ອປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນຮ່ວມມືອັນດີງາມ ກໍຄືເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ອົສຕຣາລີ ໃຫ້ນັບມື້ຫຼາຍຂຶ້ນກວ່າເກົ່າ, ກໍຄືເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ສາກົນ. (ຂ່າວ: ຄຕພ, ພາບ:ສຳນານ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com