Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງເລົ່າງາມແຂວງສາລະວັນ ຄັ້ງທີ XII ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 29 ມັງກອນ 2020 ນີ້ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງສະຫາຍ ສົມສັກ ທົງຄຳຫານ ຮັກສາການເລຂາພັກເມືອງ ຮັກສາການເຈົ້າເມືອງໆເລົ່າງາມ, ເປັນກຽດເຂົ້າຮ່ວມຂອງສະຫາຍ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ ພ້ອມດ້ວຍແຂກຖືກເຊີນຈາກເມືອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ສົມສັກ ທົງຄຳຫານ ໄດ້ກ່າວວ່າ: ກອງປະຊຸມ ໃຫຍ່ຄັ້ງນີ້ແມ່ນໄດ້ເປີດຂຶ້ນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວປວງຊົນຊາວລາວ ຢູ່ໃນຄວາມເບີກບານມ່ວນຊື່ນ ຕໍ່ຜົນສຳເລັດອັນສຳຄັນ ໃນພາ ລະກິດປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ, ເມືອງ ໃນໄລຍະ 5 ປີຜ່ານມາ, ທົ່ວເມືອງແມ່ນມີສະຖຽນລະພາບ, ທາງດ້ານການເມືອງມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປືກແຜນແໜ້ນໜາ ແລະ
ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເສດຖະກິດ-ສັງຄົມມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີ ວິດການເປັນຢູ່ທາງດ້ານວັດຖຸ -ຈິດໃຈຂອງປະຊາຊົນໄດ້ຮັບ ການຍົກລະດັບດີຂຶ້ນເປັນກ້າວໆ, ພະນັກງານ-ສະມາຊິກພັກຈຳນວນຫຼວງຫຼາຍໄດ້ຮັບການບໍາລຸງກໍ່ສ້າງໃນຂະບວນການວຽກງານຕົວຈິງ ເຮັດໃຫ້ບົດບາດການນຳພາຂອງພັກໃນທົ່ວສັງຄົມໄດ້ຮັບການເຊີດຊູສູງຂຶ້ນ, ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຮັບຟັງການຜ່ານບົດລາຍງານການເມືອງ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາ ແລະທິດທາງ 5 ປີຕໍ່ໜ້າ ພ້ອມດ້ວຍບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກເມືອງ ໃນໄລຍະຜ່ານມາເມືອງເລົ່າງາມກໍໄດ້ເອົາໃຈໃສ່ໃນການຄົ້ນຄວ້າເຊື່ອມຊຶມ ແລະຜັນຂະຫຍາຍມະຕິ X ຂອງສູນ ກາງພັກ, ມະຕິ VIII ຂອງອົງຄະ ນະພັກແຂວງ ແລະ ມະຕິ XI ຂອງອົງຄະນະພັກເມືອງ ພ້ອມດ້ວຍບັນດາມະຕິຄຳສັ່ງ ແລະຂໍກຳນົດຕ່າງໆ ເພື່ອເຮັດໃຫ້ຊັ້ນຄົນໃນສັງຄົມໄດ້ຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງຖືກຕ້ອງຕໍ່ແນວທາງນະໂຍບາຍຂອງພັກ -ລັດວາງອອກໃນແຕ່ລະໄລຍະ ແລະ ເຮັດໃຫ້ພະນັກງານສະມາຊິກພັກ, ພະນັກງານຫຼັກແຫຼ່ງໄດ້ກາຍເປັນແບບຢ່າງໃນການຈັດຕັ້ງນຳພາຂະບວນການຕ່າງໆ ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ຜູ້ແທນທຸກສະຫາຍ ຈົ່ງໄດ້ເຊີດຊູຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບສູງ ໃນການປະກອບຄຳຄິດ, ຄຳເຫັນໃສ່ຮ່າງບົດລາຍງານຕ່າງໆ ເພື່ອເຮັດໃຫ້ວຽກງານໃນຕໍ່ໜ້າໄດ້ຮັບຜົນ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ຮັບປະກັນເຮັດ ໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີ ຄວາມສາມັກຄີເປັນເອກະພາບ ໜັກແໜ້ນ, ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງເລົ່າ ງາມ ຄັ້ງທີ XII ນີ້ແມ່ນໄດ້ດຳ ເນີນເປັນເວລາ 2 ວັນ ຈຶ່ງສຳເລັດ.
(ພາບ-ຂ່າວ: ສິດຕາ ເພັດວົງສາ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com