Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງພູວົງ ແຂວງອັດຕະປື ໄດ້ເປີດຂຶ້ນໃນວັນທີ 29-30 ມັງກອນນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ບຸນນາວ ຈັນດອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພູວົງ, ເປັນກຽດເຂົ້າຮ່ວມມີສະ ຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງ, ມີຄະນະຈັດຕັ້ງຈາກສູນກາງ, ຄະນະປະ ຈຳພັກແຂວງ, ກຳມະການພັກ ແຂວງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະ ນັກງານອາວຸໂສບຳນານ, ນັກທຸ ລະກິດ, ຜູ້ປະກອບການ, ແຂກຖືກເຊີນຈາກເມືອງອ້ອມຂ້າງ ເຂົ້າຮ່ວມ.
ໃນວາລະດໍາເນີນກອງປະ ຊຸມສະຫາຍ ບຸນນາວ ຈັນດອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ຊຶ່ງໄດ້ທົບທວນ ແລະ ຕີລາຄາຄືນການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ໂດຍຍົກໃຫ້ເຫັນເຖິງຜົນ ສຳເລັດ, ຂໍ້ຄົງຄ້າງ ແລະ ບົດ ຮຽນທີ່ຖອດຖອນໄດ້ຈາກການປະຕິບັດໜ້າວຽກຕົວຈິງພ້ອມ ທັງໄດ້ກໍານົດທິດທາງ ແລະ ຄາດ ໝາຍສູ້ຊົນ 5 ປີຕໍ່ໜ້າ (2019 -2024), ໄລຍະຜ່ານມາທົ່ວ ເມືອງຍັງມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດໄດ້ຮັບການຂະ ຫຍາຍຕົວຢ່າງຕໍ່ເນື່ອງເພີ່ມຂຶ້ນ ອັດຕາເສດຖະກິດສະເລ່ຍ ໃນລະດັບ 7,2% ຕໍ່ປີ, ຂະແໜງກະສິກຳ-ປ່າໄມ້ບັນລຸໄດ້ 81.309 ລ້ານກີບ ກວມເອົາ 35% ຂອງ (GDP), ຂະແໜງບໍລິການບັນລຸ ໄດ້ 98.352 ລ້ານກີບ ກວມ ເອົາ 42%ຂອງ (GDP), ສະ ເລ່ຍລາຍຮັບຕໍ່ຫົວຄົນບັນລຸໄດ້ 454 ໂດລາ/ຄົນ/ປີ ທຽບໃສ່ປີ 2014 ເຫັນໄດ້ວ່າຊີວິດການ ເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ ບັນ ລຸຄາດໝາຍ, ປີ 2015 ອີງໃສ່ການປະເມີນຄອບ ຄົວທັງໝົດ 2.636 ຄອບຄົວ ໃນນັ້ນ ຄອບຄົວທຸກຍາກ 429 ຄອບຄົວ ກວມເອົາ 16,27%, ປີ 2019 ຈຳນວນຄອບຄົວເພີ່ມ ຂຶ້ນ 3.086 ຄອບຄົວ ໃນນັ້ນ ຈຳ ນວນຄອບຄົວພັດທະນາ 2.254 ຄອບຄົວ ກວມເອົາ 73% ຂອງຈຳນວນຄອບຄົວທັງໝົດ ພ້ອມນີ້ຍັງມີດ້ານວຽກງານອື່ນໆ.
ກອງປະຊຸມໃຫຍ່ອົງຄະນະພັກເມືອງພູວົງຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາ ບັນດາເອກະສານສຳຄັນທີ່ເປັນ ຍຸດທະສາດຂອງຄະນະບໍລິ ຫານງານພັກເມືອງ ຄັ້ງທີ V, ຄັດ ເລືອກເອົາຄະນະບໍລິຫານງານ ພັກເມືອງຊຸດໃໝ່, ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນ ດາຫ້ອງການ, ກົມກອງ ແລະ ຕົວແບບດ້ານຕ່າງໆ ແລະ ກອງປະຊຸມໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ.
(ຂ່າວ-ພາບ: ມາລາທິບ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com