Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທ່ານ ໄຊສົມພອນ ພົມວິຫານ ກ່າວປາໄສໃນງານໂຮມຊຸມນຸມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 13/08/2021 16:10:50 ຈຳ​ນວນ​​ຢ້ຽມ​ຊົມ 2835 ຄັ້ງ

ກ່ອນໜ້ານີ້ 30 ປີຄື: ວັນທີ 13 ສິງຫາ 1991, ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ເປີດຂຶ້ນຢ່າງສະຫງ່າຜ່າເຜີຍ ຢູ່ຫໍສະພາແຫ່ງຊາດ. ກອງປະຊຸມໄດ້ພ້ອມກັນພິຈາລະນາຮ່າງລັດຖະທຳມະນູນ ທີ່ຄະນະກຳມະການຮ່າງລັດຖະທຳມະນູນແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມ. ຜ່ານການຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນ ແລະ ເລິກເຊິ່ງ, ໃນວາລະປະຊຸມ ວັນທີ 14 ສິງຫາ 1991 ກອງປະຊຸມໄດ້ຮັບຮອງເອົາລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ຢ່າງເປັນເອກະສັນ ແລະ ໃນມື້ຕໍ່ມາ ທ່ານ ພູມີ ວົງວິຈິດ ຮັກສາການປະທານປະເທດ ໃນເວລານັ້ນ ກໍໄດ້ອອກລັດຖະດຳລັດ ສະບັບເລກທີ 55/ປທປທ,​ ລົງວັນທີ 15 ສິງຫາ 1991 ປະກາດໃຊ້ລັດຖະທຳມະນູນ ສະບັບດັ່ງກ່າວຢ່າງເປັນທາງການ.

ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສະເຫຼີມ ສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ສະບັບເລກທີ 28/ກມສພ, ລົງວັນທີ 24 ມິຖຸນາ 2021, ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 151/ຄລສພ, ລົງວັນທີ 9 ກໍລະກົດ 2021 ແລະ ຄໍາແນະນໍາ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 08/ຄປຈ, ລົງວັນທີ 14 ກໍລະກົດ 2021 ກ່ຽວກັບການກະກຽມສະເຫຼີມສະຫຼອງວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ. ຜ່ານການກະກຽມດ້ວຍຄວາມຮັບຜິດຊອບສູງ ແລະ ຢ່າງເຄັ່ງຮ້ອນນັ້ນ ມາຮອດມື້ນີ້ ​ຄະນະຮັບຜິດຊອບຊີ້ນໍາ ສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຈຶ່ງໄດ້ພ້ອມກັບຄະນະປະຈຳສະພາແຫ່ງຊາດ, ຄະນະລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສູນກາງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ນະຄອນຫຼວງວຽງຈັນ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ມີຄວາມເບີກບານມ່ວນຊື່ນ​​​ ແລະ​ ເອກອ້າງທະນົງໃຈ​ເປັນ​ຢ່າງ​ຍິ່ງ​ ທີ່ໄດ້ຈັດ​ຕັ້ງພິທີໂຮມຊຸມນຸມ​ໃຫຍ່ ເພື່ອສະເຫຼີມສະຫຼອງວັນປະກາດໃຊ້ລັດຖະທໍາມະນູນແຫ່ງຊາດລາວ ທີ່ໄດ້ໝູນວຽນມາ ຄົບຮອບ 30 ປີ, ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ,  ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ແລະ  ບັນດາມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນຂະບວນການຟົດຟື້ນ, ແຂງ ແຮງ ແລະ ກ້ວາງຂວາງໃນຂອບເຂດທົ່ວປະເທດ.

ໃນງານໂຮມຊຸມນຸມອັນຄຶກຄື້ນ ແລະ ສະຫງ່າລາສີນີ້, ພວກເຮົາຂໍສະແດງຄວາມຂໍ່ານັບຊົມເຊີຍ ແລະ ຍິນດີຕ້ອນຮັບ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫຼະເວລາອັນມີຄ່າ ໃຫ້ກຽດເຂົ້າຮ່ວມງານໂຮມຊຸມນຸມ ອັນມີຄວາມໝາຍຄວາມສຳຄັນທາງປະຫວັດສາດຄັ້ງນີ້ ຢ່າງສຸດອົກສຸດໃຈ.

ຂໍສະແດງຄວາມຂໍ່ານັບຊົມເຊີຍ ບັນດາທ່ານຜູ້ນໍາ, ອະດີດການນໍາຂັ້ນສູງ ຂອງພັກ ແລະ ລັດ, ບັນດານັກປະຕິວັດອາວຸໂສ, ອະດີດສະມາຊິກສະພາແຫ່ງຊາດ, ອະດີດຄະນະກຳມະການຮ່າງລັດຖະທຳມະນູນ, ອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຜູ້ຊົງຄຸນວຸດທິ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ, ຜູ້ຕາງໜ້າອົງການຈັດຕັ້ງຕ່າງໆ ອ້ອມຂ້າງສູນກາງ ແລະ ນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ກຽດເຂົ້າຮ່ວມງານໂຮມຊຸມນຸມຄັ້ງນີ້ຢ່າງສຸດອົກສຸດໃຈ.

 

ບັນດາທ່ານທີ່ຮັກແພງທັງຫຼາຍ!

ພາຍຫຼັງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດໄດ້ຖືກປະກາດໃຊ້ ເປັນເວລາ 4 ປີ, ມາຮອດທ້າຍປີ 1995 ໂດຍ​ໄດ້​ຮັບ​ຄຳ​ເຫັນ​ດີ​ຈາກ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະ​ໄໝ​ທີ V, ສະພາ​ແຫ່ງ​ຊາດ ຊຸດ​ທີ III ຈຶ່ງໄດ້​ຕົກລົງ​ກຳນົດເອົາ​ວັນປະກາດໃຊ້ລັດຖະທຳມະນູນ (ວັນ​ທີ 15 ສິງຫາ1991) ເປັນວັນລັດຖະທໍາມະນູນແຫ່ງຊາດ ເພື່ອສະຫຼຸບຕີລາຄາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນແຕ່ລະປີ, ສ້າງສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໃຫ້ສູງຂຶ້ນ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການປະຕິບັດແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ມີຫຼັກການຂອງພັກໄປສູ່ລວງເລິກ ເປັນຕົ້ນ ການປ່ຽນແປງໃໝ່ ລະບົບການເມືອງ ປະຊາທິປະໄຕ ປະຊາຊົນ  ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດປະຊາທິປະໄຕ ປະຊາຊົນ ທີ່ປົກຄອງດ້ວຍກົດໝາຍ ເປັນເທື່ອລະກ້າວນັ້ນ ຈຶ່ງມີຄວາມຈຳເປັນໃນການປັບປຸງລັດຖະທຳມະນູນ ສະບັບທຳອິດ ໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ການເຕີບໃຫຍ່ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນໄລຍະໃໝ່. ລັດຖະທຳມະນູນ ສະບັບປັບປຸງປີ 2003 ແມ່ນໄດ້ເພີ່ມເນື້ອໃນໃໝ່ກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປ່ຽນຊື່  ໝວດວ່າດ້ວຍອົງການຕຸລາການ ເປັນອົງການສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ ແລະ ລັດຖະທຳມະນູນ ສະບັບປັບປຸງ ປີ 2015 ໄດ້ເພີ່ມເນື້ອໃນເຂົ້າໃໝ່ ກ່ຽວກັບສະພາປະຊາຊົນຂັ້ນແຂວງ, ການກວດສອບແຫ່ງລັດ ແລະ ຄະນະກຳມະການເລືອກຕັ້ງ.

ໃນຕະຫຼອດໄລຍະ 30 ປີ ທີ່ຜ່ານມາ, ພວກເຮົາມີຄວາມພາກພູມໃຈ ທີ່ເຫັນວ່າ: ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ຮ່ວມແຮງຮ່ວມໃຈ ແລະ ສາມັກຄີກັນເປັນປຶກແຜ່ນແໜ້ນໜາ, ສູ້ຊົນບຸກບືນເຂົ້າຮ່ວມຢ່າງພ້ອມພຽງ ໃນການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ, ສ້າງຜົນງານອັນພົ້ນເດັ່ນໃຫຍ່ຫຼວງຫຼາຍດ້ານ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ. ແຕ່ພ້ອມດຽວກັນນັ້ນ, ພວກເຮົາຍັງປະສົບກັບສິ່ງທ້າທາຍ ທົດສອບໃຫຍ່ຫຼາຍຢ່າງ ແລະ ຍັງມີຈຸດອ່ອນຂໍ້ຄົງຄ້າງຈຳນວນໜຶ່ງ ຊຶ່ງເລັ່ງທວງໃຫ້ພັກ ແລະ ລັດ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ພ້ອມກັນບຸກບືນສູ້ຊົນ ສືບຕໍ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອປັບປຸງ, ແກ້ໄຂເປັນກ້າວໆ, ສືບຕໍ່ຢຶດໝັ້ນພາລະກິດປ່ຽນແປງໃໝ່, ບູລະນະລະບອບປະຊາທິປະໄຕປະຊາຊົນ, ສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ເຂັ້ມແຂງຂຶ້ນເທື່ອລະກ້າວ.

ສຳລັບສະພາແຫ່ງຊາດ, ພວກເຮົາມີຄວາມເອກອ້າງທະນົງໃຈທີ່ເຫັນວ່າ: ສະພາແຫ່ງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານຄຸນນະພາບ ກໍຄືດ້ານປະລິມານຢ່າງບໍ່ຢຸດຢັ້ງ, ເຮັດຫຼ້ອນພາລະກຳປະຫວັດສາດອັນມີກຽດຂອງຕົນ. ສະພາປະຊາຊົນສູງສຸດ ຊຸດທີ I (1975-1989) ໄດ້ເຮັດພາລະບົດບາດຕົ້ນຕໍຂອງຕົນ ໃນການເຕົ້າໂຮມຄວາມສາມັກຄີປອງດອງຊາດ, ຮຳບາດແຜສົງຄາມ, ພື້ນຖານເສດຖະກິດ, ວັດທະນະທຳ-ສັງຄົມໃໝ່ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃນທົດສະວັດທຳອິດ ພາຍຫຼັງສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສາມາດປົກປັກຮັກສາໝາກຜົນຂອງການປະຕິວັດທີ່ຫາກໍຍາດມາໄດ້ໄວ້ຢ່າງໝັ້ນຄົງ. ສະພາປະຊາຊົນສູງສຸດ ຊຸດທີ II (1989-1991) ກໍໄດ້ເຮັດຫຼ້ອນພາລະບົດບາດຕົ້ນຕໍຂອງຕົນ ໃນການສ້າງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ແລະ ຮັບຮອງເອົາກົດໝາຍຈຳນວນ 22 ສະບັບ ຊຶ່ງເປັນຂີດໝາຍປະຫວັດສາດ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ.

ນັບແຕ່ສະພາແຫ່ງຊາດ ຊຸດທີ III (1992-1997) ເປັນຕົ້ນມາ, ສະພາແຫ່ງຊາດແຕ່ລະຊຸດ ກໍໄດ້ເອົາໃຈໃສ່ປັບປຸງທາງດ້ານການຈັດຕັ້ງຂອງຕົນໃຫ້ໜັກແໜ້ນ, ເຂັ້ມແຂງຂຶ້ນ ແລະ ສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ຂອງສະພາແຫ່ງຊາດ ໃນແຕ່ລະໄລຍະ, ພ້ອມທັງຍົກສູງຄຸນນະພາບ ໃນການເຄື່ອນໄຫວປະຕິບັດພາລະບົດບາດອັນຄົບຖ້ວນ, ເປັນປົກກະຕິ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນໄດ້ຍົກສູງປະສິດທິພາບ, ປະສິດທິຜົນ ໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ, ພາລະບົດບາດດ້ານການຕົກລົງບັນຫາສຳຄັນ ທີ່ເປັນພື້ນຖານຂອງປະເທດຊາດ ແລະ ພາລະບົດບາດໃນການຕິດຕາມ, ກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍຂອງບັນດາອົງການແຫ່ງສິດອຳນາດລັດ ໃນລະບອບປະຊາທິປະໄຕ ປະຊາຊົນ. ພ້ອມກັນນັ້ນ, ກໍໄດ້ຕັ້ງໜ້າເຄື່ອນໄຫວໃນເວທີຂອງອົງການລັດຖະສະພາພາກພື້ນ ແລະ ສາກົນ, ປະກອບສ່ວນຍົກສູງບົດບາດຂອງພັກ, ລັດ ແລະ ປະເທດຊາດ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ.

ໃນໄລຍະ 5 ປີຕໍ່ໜ້າ (2021-2026), ສະພາແຫ່ງຊາດ ຊຸດທີ IX ຈະໄດ້ສືບທອດມູນເຊື້ອອັນດີງາມຂອງສະພາແຫ່ງຊາດ ຊຸດຜ່ານມາ, ສູ້ຊົນສ້າງການຫັນປ່ຽນຢ່າງແຂງແຮງ, ເລິງເຊິ່ງ ແລະ ຮອບດ້ານ ໃນດ້ານການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດພາລະບົດບາດທີ່ສຳຄັນຂອງຕົນ ເປັນຕົ້ນແມ່ນຮ່ວມກັບສະພາປະຊາຊົນຂັ້ນແຂວງ, ຕັ້ງໜ້າຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ບັນດາມະຕິ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ນະຄອນຫຼວງວຽງຈັນ. ພິເສດ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ຕົວຈິງ,  ມີຄວາມເດັດຂາດ, ເຂັ້ມງວດ ໃນການປະຕິບັດ ແລະ ຮັບປະກັນປະສິດທິຜົນສູງ ປະກອບສ່ວນສໍາຄັນເຂົ້າໃນການສ້າງລັດທີ່ປົກຄອງດ້ວຍກົດໝາຍ ເພື່ອປະຊາຊົນ, ມາຈາກປະຊາຊົນ ແລະ ເປັນຂອງປະຊາຊົນ ຕາມທິດສັງຄົມນິຍົມ ເພື່ອແນໃສ່ບັນລຸເປົ້າໝາຍ ປະເທດຊາດມັ່ງຄັ່ງ ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ມີປະຊາທິປະໄຕ, ສີວິໄລ ແລະ ຍຸຕິທໍາ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com