Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສູນທອນພົດຂອງສະຫາຍ ທອງລຸນ ສີສຸລິດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 13/08/2021 20:40:24 ຈຳ​ນວນ​​ຢ້ຽມ​ຊົມ 2921 ຄັ້ງ

g]0kmydko.spj 7tot[=]ysko'kol6odk'rad

xtmkoxtgmf csj' lkmk]tot]af xt-kmyxtw8 xt-k-qo]k; djk;.orymu'ko3I,-5,o5,ltgs^u,lts^v'

;ao]af4tme,to6o csj'-kf 7q[Iv[ #W xu mujltrkcsj'-kf

 

 

- ບັນດາທ່ານ, ບັນດາສະຫາຍ ຜູ້ນໍາພັກ​​ລັດ, ອະດີດການນໍາ, ນັກປະຕິວັດອາວຸໂສ, ແຂກ ທີ່ມີກຽດທີ່ນັບຖື,

- ພີ່ນ້ອງຮ່ວມຊາດ ໃນທົ່ວປະເທດ ທີ່ຮັກແພງທັງຫຼາຍ!

ມື້ນີ້, ພວກເຮົາມີຄວາມປິຕິຊົມຊື່ນ ຈັດຕັ້ງພິທີໂຮມຊຸມນຸມ ສະເຫຼີມສະຫຼອງ ວັນປະກາດໃຊ້ລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ຖືເປັນ ເຫດການ ການເມືອງທີ່ມີຄວາມໝາຍປະຫວັດສາດສໍາຄັນອີກວັນໜຶ່ງ ຂອງຊາດລາວເຮົາ, ທັງ​ເປັນ​ໂອ​ກາດ​ທີ່​ພວກ​ເຮົາ​ຈະ​ໄດ້​ຫວນ​ຄືນ​ປະ​ຫວັດ​ສາດ​ອັນ​ຍາວ​ນານ​ຂອງ​ຊາດ​ເຮົາ​ອີກ​ຄັ້ງ​ໜຶ່ງ  ເຖິງ​ຄວາມ​ເປັນ​ມາ​ຂອງ​ຊາດ​ລາວ​ເຮົາ  ແລະ  ທົບ​ທວນ ຄືນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ຕໍ່​ສູ້​ອັນ​ຍາວ​ນານ​ຂອງ​ບັນ​ພະ​ບູ​ລຸດ ລາວ​ເຮົາ, ຈົນ​ກ້າວ​ມາ​ເຖິງ​ຈຸດ​ສູງ​ທາງ​ປະ​​ຫວັດ​ສາດ​ຂອງ​ຊາດ​ເຮົາ​ຄື: ການ​ໄດ້​ມາ ຊຶ່ງ​ລັດ​ຖະ​ທຳ​ມະ​​ນູນ​ສະ­ບັບ​ທຳ­ອິດ​ຂອງ​ລະ­ບອບ​ໃໝ່​ທີ່​ໄດ້​ຊື່​ວ່າ:  ລັດ​ຖະ​ທຳ ມະ​ນູນ ແຫ່ງ ສາ​​ທາ​​ລະ​ນະ​ລັດ ປະ​ຊາ​​ທິ​ປະ​ໄຕ  ປະ​ຊາ​ຊົນ​ລາວ ຂຶ້ນ​ຢ່າງ​ສະ​​ຫງ່າ​ຜ່າ​ເຜີຍ.

ການ​ທີ່​ຖື​ວ່າ ລັດ​ຖະ​ທຳ​ມະນູນ​ສະ​ບັບ​ປະ​ຖົມ​ມະ​ລືກ​ຂອງ​ລັດ​ເຮົາ  ທີ່​ສະ​ພາ​ປະ​​ຊາ​ຊົນ​ສູງ​ສຸດ  ມີ​ມະ​​ຕິ​ຕົກ​ລົງ​ຮັບ​​ຮອງ​ເອົາ ໃນ​ວັນ​ທີ 14 ເມ​ສາ 1991 ແລະ ປະ​ທານ​ປະ​​ເທດ ໄດ້​ອອກ​ລັດ​ຖະ​ດຳ­ລັດ​ປະ​ກາດ​ໃຊ້ ໃນ​ວັນ​ທີ 15 ສິງ​-​ຫາ 1991 ນີ້  ຖື​ໄດ້​ວ່າ ສາ​​ທາ​ລະ​ນະ​ລັດ  ປະ​ຊາ​ທິ​​ປະໄຕ ປະ​ຊາ​​ຊົນ​ລາວ ເປັນ​ລັດ​ທີ່​ປົກ​​ຄອງ​ດ້ວຍ​ກົດ​​ໝາຍ​ຢ່າງ​ເປັນ​ຮູບ​ປະ​ທຳ​ຢ່າງ​ແທ້​ຈິງ ໃນ​ຜືນ​ແຜ່ນ​​ດິນ​ແຫ່ງ​ນີ້. ລັດ​ຖະ​ທຳ​ມະ​-​ນູນ ທີ່​ຖື​ໄດ້​ວ່າ ເປັນ​ກົດ​ໝາຍ​ແມ່ ຫຼື ອາດ​ເວົ້າ​ໄດ້​ວ່າ  ເປັນ​ແມ່ ແຫ່ງ​ກົດ​​ໝາຍ​ສະ​ບັບ​ນີ້, ແມ່ນ​ໄດ້​ມາ​ຈາກ​ໝາກ​ຜົນ​ຂອງ​ການ​ຕໍ່​-​ສູ້​ອັນ​ຍືດ​ເຍື້ອ​ຍາວ​ນານ, ເຕັມ​ໄປ​ດ້ວຍ​ຄວາມ​ເສຍ​ສະ​​ຫຼະ​ຂອງ ບັນ​ພະ​ບູ​ລຸ​ດ​ເຮົາ  ໂດຍ​ສະ​ເພາະ ພາຍ​​ຫຼັງ​ມີ​ພັກ​ປະ​-​ຕິ​ວັດ​ນຳ­ພາ ທີ່​ນໍາ ໂດຍ​ປະ​ທານ  ໄກ​ສອນ ພົມ ວິ​​ຫານ  ທີ່​ເຄົາ​ລົບ​ຮັກ  ແລະ ບັນດາ​ສະ​ຫາຍ ການ​ນຳ​ຮຸ່ນ​ກໍ​ຕັ້ງ​ທີ່​ໄດ້​ເດັດ​ດ່ຽວ​ໜຽວ​ແໜ້ນ, ນຳ­ພາ​ປະ​ຊາ​​ຊົນ​ຕໍ່​​ສູ້   ເພື່ອ​ໃຫ້​ໄດ້​ມາ  ຊຶ່ງ​ເອ​ກະ​ລາດ​ແຫ່ງ​ຊາດ, ອຳ ນາດ​ອະ​ທິ​ປະ​ໄຕ, ເສ​​ລີ​​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ ຄົບ​ຖ້ວນ, ກ້າວ​ໄປ​ສູ່​ການ​ສະ​ຖາ​ປະ​ນາ ສາ​ທາ​ລະ​​ນະ​ລັດ ປະ​ຊາ​ທິ​ປະໄຕ ປະ​​ຊາ​ຊົນ​ລາວ ຂຶ້ນ​ຢ່າງ​ສະຫງ່າ​ອົງ​ອາດ ແລະ ຈາກ​ນັ້ນ ໄດ້ໃຊ້​ເວ​​ລາ​ປະ​​ມານ 16 ປີ ຈຶ່ງ​ສາມາດ​ປະ​ກາດ​ໃຊ້​ລັດ​ຖະ​ທຳ​ມະ ນູນ ສະ­ບັບ​ທຳອິດ​ຂອງ​ຊາດ ຊຶ່ງ​ພວກ​ເຮົາ​ໄດ້​ເຕົ້າ​​ໂຮມ​ກັນ ເພື່ອ​ສະ​ເຫຼີ​ມສະ​ຫຼອງ​ຢ່າງ​ສະ­ຫງ່າ​ຜ່າ​​ເຜີຍ ໃນ​ເວ​​ລາ​ນີ້, ໃນ​ສະ​ຖານທີ່ ທີ່​ມີ​ຄວາມ​ສັກ​​ສິດ​ແຫ່ງ​ນີ້.

ໃນ​ເວ​​ທີ​ອັນ​ເຄັ່ງ​ຂຶມ​ນີ້, ຂ້າພະ​ເຈົ້າ ຂໍ​ເຊີນ​ທຸກໆ​ທ່ານ ທີ່​ເຂົ້າ​ຮ່ວມ​ພິ​ທີ​ຈົ່ງ​ລຸກ​ຢືນ​ຂຶ້ນ  ເພື່ອ​ກົ້ມ​ຫົວ​ໄວ້​ອາ​ໄລ​ເຖິງ​ດວງ​ວິນ​ຍານ ຂອງ​ບັນ​ດາ​ຜູ້­ນຳ​ປະ​​ຕິ​​ວັດ, ບັນ​ພະ​ບູ​ລຸດ  ແລະ  ວິ​​ລະ​ຊົນ, ນັກ​​ຮົບ  ແລະ  ປະ​ຊາ​​ຊົນ​ລາວ​ບັນ​​ດາ​ເຜົ່າ  ທີ່​ໄດ້​ເສຍ​ສະ​-​ລະ​ຊີ​ວິດ, ອຸ​ທິດ​ຕົນ ເພື່ອ​ຊາດ ເພື່ອ​ປະ​ຊາ​ຊົນ... (ຂໍ​ເຊີນ)

- ບັນດາທ່ານບັນດາສະຫາຍ,

- ເພື່ອນມິດ, ປວງຊົນລາວທົ່ວປະ​​ເທດ ທີ່ຮັກ​​ແພງທັງ​-ຫຼາຍ,

ຂ້າ​ພະ​​ເຈົ້າ  ຂໍ​ອະ​​ນຸ​ຍາດ​ອ່ານ​ຄືນ  ຄຳ​ນຳ​ຂອງ​ລັດ​ຖະ​ທຳ​ມະ​ນູນ  ສະ­ບັບ​ທຳ­ອິດ​ໃຫ້​ທຸກໆ​ຄົນ  ໄດ້​ຮັບ​ຊາບ​ອີກ​ເທື່ອ​ໜຶ່ງ​ດັ່ງ​​ນີ້: ຄຳ​ນຳ​ໄດ້​ຂຽນ​ໄວ້​ວ່າ: “ນັບ​ເປັນ​ເວ​ລາ​ຫຼາຍ​ພັນ​ປີ​ມາ​ແລ້ວ  ທີ່​ປະ​​ຊາ​​ຊົນ​ລາວ​ບັນ​ດາເຜົ່າ ໄດ້​ດໍາ​ລົງ​ຄົງ​ຕົວ ແລະ ຂະ ຫຍາ​ຍຕົວ​ຢູ່​ບົນ​ດິນ­ແດນ​ອັນ ແສນ​ຮັກ​ແຫ່ງ​ນີ້.  ກ່ອນ​ນີ້,  6 ສະ​​ຕະ​​ວັດ​ກວ່າ ໃນ​ສະ​ໄໝ​ເຈົ້າຟ້າ​ງຸ່ມ, ບັນ​ພະ​ບູ​ລຸ​ດ​ຂອງ​ພວກ​ເຮົາ​ໄດ້​ກໍ່​ຕັ້ງ​ປະ​-​ເທດ​ລ້ານ​ຊ້າງ ເອ​-​ກະ​ພາບ ແລະ ສ້າງ​ໃຫ້​ຈະ ເລີນ​ຮຸ່ງ​ເຮືອງ.

ຕັ້​ງ-​ແຕ່​ສະ​ຕະ​ວັດ​ທີ  18 ເປັນ​​ຕົ້ນ​ມາ, ແຜ່ນ​​ດິນ​ລາວ ໄດ້ ຖືກ​ບັນ​​ດາ​ອິດ​ທິ​ກຳ­ລັງ​ປໍ​ລະ​ປັກ​ພາຍ​ນອກ​ຈ້ອງ​ມອງ ແລະ ຮຸກ​ຮານ​ຢູ່​ສະ​ເໝີ.  ປະ​ຊາ​ຊົນ​ເຮົາ ໄດ້​ພ້ອມ​ກັນ​ເສີມ​ຂະ​​ຫຍາ​ຍ​ມູນເຊື້ອ​ອັນ​ພິ​​ລະ​ອາດ​ຫານ ບໍ່​ຍອມ​ຈຳ­ນົນ​ຂອງ​ບັນ​ພະ​ບູ​ລຸດ  ແລະ ໄດ້​ຕໍ່​-​ສູ້​ຢ່າງ​ຕໍ່​ເນື່ອງ,  ໜຽວ​ແໜ້ນ ເພື່ອ​ກອບ​ກູ້  ເອ​ກະ​ລາດ ແລະ ອິດ​ສະ​ຫຼະ​ພາບ.

ໃນ 60 ປີ ມາ​ນີ້, ພາຍ​ໃຕ້​ການ​ນຳ­ພາ​ອັນ​ຖືກ​​ຕ້ອງ​ຂອງ ພັກ​ກອມ​ມູ​ນິດ​ອິນ​​ດູ​ຈີນ ໃນ​ເມື່ອ​ກ່ອນ ແລະ ພັກ​ປະ​ຊາ​ຊົນ​ປະ­ຕິວັດ​ລາວ ໃນ​ປັດ​ຈຸ​ບັນ, ປະ­ຊາ­ຊົນ​ລາວ​ບັນດາ​​ເຜົ່າ​ໄດ້​ດຳ­ເນີນ​ການ​ຕໍ່​​ສູ້​ອັນ​ຫຍຸ້ງ­ຍາກ​ລຳ­ບາກ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ເສຍ​ສະ ລະ​ຈົນ​ສາ​ມາດ​ທັບ​ມ້າງ​ແອກ​ຄອບ­ຄອງ,  ກົດ​ຂີ່​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ  ລະ­ບອບ​ສັກ​ດີ​ນາ, ປົດ​ປ່ອຍ­ປະ​ເທດ​ຊາດ​ຢ່າງ​ສົມ​ບູນ, ສ້າງ​​ຕັ້ງ​ປະ​ເທດ​ສາ​ທາລະ​​ນະ​ລັດ ປະຊາ​ທິ​ປະ​​ໄຕ ປະຊາ​ຊົນ​ລາວ ໃນ​ວັນ​ທີ 2 ທັນ​ວາ 1975, ອັນ​ໄດ້​ໄຂ​ສັງ​ກາດ​ໃໝ່,  ສັງ​​ກາດ ທີ່​ປະ​ເທດ​ຊາດ  ມີ​ເອກະ​​ລາດ ແລະ  ປະ​ຊາ​ຊົນ​ໄດ້ ມີ​ອິດ​ສະ­ລະ​ພາບ​ຢ່າງ​ແທ້​ຈິງ.

ໃນ​ຊຸມ​ປີ​ຜ່ານ​ມາ, ປະ​ຊາຊົນ​ເຮົາ ໄດ້​ພ້ອມ​ກັນ​ປະ​​ຕິ​ບັດ ສອງ​ໜ້າ​ທີ່​ຍຸດ​​ທະ​ສາດ​ຄື: ປົກ​ປັກ​ຮັກ​ສາ  ແລະ  ສ້າງ​​ສາ​ປະ ເທດ​ຊາດ  ຊຶ່ງ​ໄດ້​ຮັບ​ໝາກ​ຜົນ​ເບື້ອງ​ຕົ້ນ​ອັນ​ເປັນ​ໜ້າ​ພູມ​ໃຈ.

ມາ​ໃນ​ໄລ​ຍະ​ນີ້, ຊີ​ວິດ​ສັງ ຄົມ​ໄດ້​ຮຽກ​​ຮ້ອງ​ໃຫ້​ລັດ​ເຮົາ​ຕ້ອງ ມີ​ລັດ​ຖະ​ທຳ​ມະ​ນູນ, ລັດ​ຖະ​ທຳ​ມະ​ນູນ​ນີ້,  ແມ່ນ​ລັດ​ຖະ​ທຳ​ມະ ນູນ​ຂອງ​ລະ​ບອບ​ປະ​ຊາ​​ທິ​ປະໄຕ ປະ​ຊາ​ຊົນ ຢູ່​ປະ​ເທດ​ເຮົາ, ມັນ​ໄດ້​ຮັບ​ຮູ້​ຜົນ​-​ງານ​ອັນ​ຍິ່ງ​ໃຫຍ່ ທີ່​ປະ​ຊາ​ຊົນ​ເຮົາ​ຍາດ​ມາ​ໄດ້  ໃນ​ພາ​ລະ​​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ແລະ  ສ້າງ​ສາ​ປະ​ເທດ​ຊາດ;  ກໍາ​ນົດ​ລະ​ບອບ​ການ​ເມືອງ  ແລະ ລະ​ບົບ​ການ​ຈັດ​ຕັ້ງ​ກົງ​ຈັກ​ລັດ ໃນ​ໄລ​ຍະ​ໃໝ່, ໃນ​ປະ​​ຫວັດ​ສາດ ຂອງ​ຊາດ​ເຮົາ​ເທື່ອ​ນີ້,  ເປັນ​ເທື່ອ​ທຳ­ອິດ​ທີ່​ໄດ້​ກຳ­ນົດ​ສິດ​ເປັນ​ເຈົ້າ ຂອງ​ປະ​ຊາ​​ຊົນ​ຢູ່​ໃນ​ກົດ​​ໝາຍ​ພື້ນ​​ຖານ​ຂອງ​ຊາດ.

ລັດ​ຖະ​ທຳ​ມະ​​ນູນ​ສະ​​ບັບ​ນີ້, ແມ່ນ​ໝາກ​ຜົນ​ຂອງ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ປະ­ກອບ​ຄຳ​ເຫັນ ຂອງ​ປະ​ຊາ​​ຊົນ ໃນ​ທົ່ວ​ປະ​​ເທດ ທີ່​ສ່ອງ​ແສງ​ເຖິງ​ເຈດ​ຈຳ­ນົງ​ອັນ​ຍາວ​ນານ  ແລະ  ເຕັມ​ໄປ ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ກ້າ​ຂອງ​ວົງ​ຄະ​​ນາ​ຍາດ​ແຫ່ງ​ຊາດ​ທີ່​ຈະ​ພ້ອມ​ກັນ​ສູ້​ຊົນ​ຈົນ​ບັນ​ລຸ​ຈຸດ​ໝາຍ​ສ້າງ​ປະ​​ເທດ​ລາວ ໃຫ້​ເປັນ​ປະ​​ເທດ ສັນ­ຕິພາບ, ເອ​ກະ​ລາດ, ປະ​​ຊາ​ທິ​ປະໄຕ, ເອ​​ກະ​ພາບ ແລະ ວັດ​ທະນາ​ຖາ​ວອນ”.

ຕໍ່​ໄປ​ນີ້, ຂ້າ​ພະ​​ເຈົ້າ ຂໍ​ຍົກ​ເອົາ​ບາງ​ມາດ​ຕາ ທີ່​ເວົ້າ​ເຖິງ​ລະບອບ​ການ​ເມືອງ​ດັ່ງ​ນີ້:

ມາດ​ຕາ​ທີ 1: ສາ​ທາ​​ລະນະ​ລັດ ປະ​ຊາ​ທິ​​ປະ​ໄຕ ປະ​ຊາຊົນ​ລາວ ເປັນ​ປະ​ເທດ​ເອ​ກະລາດ, ມີ​ອຳ­ນາດ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​​ດິນ​ອັນ​ຄົບ​ຖ້ວນ ລວມ​ທັງ​ເຂດ​ນ່າ​ນນໍ້າ  ແລະ ນ່ານຟ້າ;  ເປັນ​ປະ​ເທດ​ເອ­ກະ​ພາບ ຂອງ​ທຸກ​ຊົນ​​ເຜົ່າ​ທີ່​ຕັດ​ແຍກ​ອອກ ຈາກ​ກັນ​ບໍ່​ໄດ້;

ມາດ​ຕາ​ທີ 2: ລັດ​ແຫ່ງ ສາ​ທາ​​ລະ​ນະ​ລັດ ປະ​ຊາ​​ທິ​​ປະໄຕ ປະ​​ຊາ​​ຊົນ​ລາວ ແມ່ນ​ລັດ​ປະ​​ຊາ​ທິ​ປະ​ໄຕ ປະ​ຊາ​​ຊົນ,  ອຳ­ນາດ​ທັງ​ໝົດ​ເປັນ​ຂອງ​ປະ​​ຊາຊົນ ໂດຍ​ປະ​​ຊາ​​ຊົນ ແລະ ເພື່ອ​ຜົນ​ປະ​ໂຫຍ​ດ​ຂອງ​ປະ​ຊາ​ຊົນ​ບັນ​​ດາ​​ເຜົ່າ ຊຶ່ງ​ປະ​​ກອບ​ດ້ວຍ ບັນ​ດາ​ຊັ້ນ​ຄົນ​ຢູ່​ໃນ​ສັງ​​ຄົມ ໂດຍ​ແມ່ນ​ກຳ​ມະ​ກອນ, ກະ​​ສິ​ກອນ ແລະ  ນັກ​​ຮຽນ​ຮູ້​ປັນ​​ຍາ​ຊົນ​ເປັນ​ຫຼັກ​ແຫຼ່ງ;

ມາດ​ຕາ​ທີ  3:  ສິດ​ເປັນ​ເຈົ້າ​ປະ​​ເທດ​ຊາດ​ຂອງ​ປະ​​ຊາຊົນ​ບັນ​ດາ​​ເຜົ່າ ໄດ້​ຮັບ​ການ​ປະຕິ​​ບັດ ແລະ ຮັບ​ປະ​​ກັນ​ດ້ວຍ​ການ​ເຄື່ອນ​​ໄຫວ​ຂອງ​ລະ​ບົບ​ການ​ເມືອງ ຊຶ່ງ​ມີ​ພັກ​ປະ​ຊາ​ຊົນ​ປະ​ຕິ​​ວັດ​ລາວ ເປັນ​ແກນ​ນຳ.

ບັນ​ດາ​ສະ​ຫາຍ ທີ່​ຮັກ­ແພງ!

ພວກ​ເຮົາ​ມີ​ຄວາມ​ເອກ ອ້າງ​ທະ​ນົງ​ໃຈ​ທີ່​ເຫັນ​ວ່າ ໃນ​ຕະຫຼອດ​ໄລ​ຍະ 46 ປີ ແຫ່ງ​ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະເທດ​ຊາດ   ພາຍ​ໃຕ້​ການ​ນຳ­ພາ ຂອງ​ພັກ​ປະ​ຊາ​​ຊົນ​ປະ​ຕິ​ວັດ​ລາວ  ໂດຍ​ສະ​ເພາະ​ໃນ​ໄລ​​ຍະ 30 ປີ​ຜ່ານ​ມາ, ພາຍ​ໃຕ້​ລັດ​ຖະ​ທຳ​ມະ​​ນູນ  ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ  ປະ​ຊາ​ຊົນ​ລາວ, ປະ​ເທດ​ຊາດ​ຂອງ​ພວກ​ເຮົາ ຈາກ​ທີ່​ເຄີຍ​ເປັນ​ເມືອງ​ຂຶ້ນ ໄດ້​ກາຍ​​ເປັນ​ປະ​​ເທດ ທີ່​ມີ​ເອ­ກະລາດ, ອຳ­ນາດ​ອະ­ທິ­ປະ​ໄຕ  ແລະ ຜືນ​ແຜ່ນ​​ດິນ​ອັນ​ຄົບ​ຖ້ວນ, ປະຊາ​ຊົນ​ບັນ​​ດາ​ເຜົ່າ ຈາກ​ທີ່​ເປັນ​ຂ້ອຍ​ຂ້າ​ມ້າ​ໃຊ້, ທົນ​ທຸກ​ທໍ​ລະມານ​ຢ່າງ​ແສນ​ສາ​ຫັດ​ຈາກ​ການ​ກົດ​ຂີ່​ຂູດ​ຮີດ ໄດ້​ກາຍ​​ເປັນ​ເຈົ້າ​ຂອງ​ປະ​​ເທດ​ຊາດ​ຢ່າງ​ແທ້​ຈິງ, ຊີ​​ວິດ​ການ​ເປັນ​ຢູ່ ໄດ້​ຮັບ​ການ​ປັບ​​ປຸງ ແລະ ຍົກ​ລະ​ດັບ​ສູງ​ຂຶ້ນ ຢ່າງ​ຕໍ່​ເນື່ອງ, ສິດ​ເປັນ​ເຈົ້າ ແລະ ປະ​​ຊາ​​ທິ​ປະ​​ໄຕ​ຂອງ​ປະ​​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ ໄດ້​ຮັບ​ການ​ຄໍ້າ​ປະ​ກັນ​ດ້ວຍ​ລັດ​ຖະ​ທຳ​ມະ​​ນູນ ແລະ ກົດ​ໝາຍ,  ລະ​​ບົບ​ແຫ່ງ​ອຳ­ນາດ​ລັດ ໄດ້​ຮັບ​ການ​ປັບ­ປຸງ, ບູ​ລະ​ນະ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ແລະ ເຂັ້ມ​ແຂງ​ຂຶ້ນ, ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດ​ຖະ​ກິດ​-​ສັງ​ຄົມ​ດ້ວຍ​ກົດ​​ໝາຍ​ໄດ້​ຮັບ​ການ​ຍົກ​ສູງ​ທາງ​ດ້ານ​ຄຸນ​ນະ​ພາບ; ສປປ ລາວ ມີ​ທີ່​ຕັ້ງ, ຖານະ​ບົດ​ບາດ​ສູງ​ເດັ່ນ​ຂຶ້ນ​ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ.

ມາ​ເຖິງ​ປັດ­ຈຸ­ບັນ​ນີ້,  ຢູ່ ສປປ ລາວ ຂອງ​ພວກ​ເຮົາ ໄດ້​ປະ​ກາດ​ໃຊ້​ກົດ​ໝາຍ ຈຳ­ນວນ 156 ສະ​ບັບ,  ລັດ​ຖະ​ບັນ​ຍັດ ຈຳນວນ 37 ສະ​ບັບ ແລະ ມີ​ລັດ​ຖະ​ດຳ­ລັດ ທີ່​ອອກ​ມາ​ຮັບ​ໃຊ້​ສັງ​​ຄົມ ຊຶ່ງ​ກວມ​ເອົາ​ທຸກ​ຂົ​ງ​ເຂດ​ຂອງ​ທົ່ວ​ສັງ​ຄົມ​ເກືອບ​ວ່າ​ຄົບ​ຖ້ວນ​ພໍ​ສົມ​ຄວນ​ແລ້ວ.

ບັນ​ດາ​ສະ​ຫາຍ ທີ່ ຮັກ​ແພງ​ທັງ​ຫຼາຍ!

ເມື່ອ​ຫວນ​ຄືນ​ໄລ​​ຍະ​ກ່ອນ ມີ​ລັດ​ຖະ​ທຳ​ມະ​ນູນ​ນັ້ນ, ພັກ​ເຮົາ ຖື​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ຄັ້ງ​ທີ IV ໃນ​ປີ 1986 ເປັນ​ຂີດ             ​ໝາຍ​ການ​ເລີ່ມ​ຕົ້ນ​ຂະ​​ບວນ​ວິ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ແນວ ທາງ​ຂອງ​ພັກ ພາຍ​ໃຕ້​ແນວ​ຄິດ​ລິ​ເລີ່ມ​ຂອງ​ປະ​​ທານ                     ໄກ​ສອນ ພົມ​ວິ​ຫານ  ຊຶ່ງ​ໄລ​ຍະ​ຕໍ່​ມາກອງ​ປະ​​ຊຸມ​​ໃຫຍ່​ຂອງ​ພັກ ສະໄໝ​ທີ IV, ຫຼາຍ​ກອງ​ປະ​ຊຸມ​ໄດ້​ມີ​ການ​ຄົ້ນ​ຄວ້າ​ຢ່າງ​ເປັນ​ລະ​ບົບ ຈົນ​ເຖິງ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ V ຂອງ​ພັກ ໄດ້​ສືບ​ຕໍ່​ບູ​​ລະ​ນະ ແລະ ຈັດ​ຕັ້ງ​ຜັນ​ຂະ​ຫຍາ​ຍ​ໃຫ້​ເປັນ​ອັນ​ລະ​​ອຽດ ແລະ ກາຍ​ເປັນ​ແນວ​​ທາງ​ປ່ຽນ​ແປງ​ໃໝ່​ຮອບ ດ້ານ​ມີ​ຫຼັກ​ການ​ຂອງ​ພັກ  ຊຶ່ງ​ໃນ​ນັ້ນ​ກໍ​ຖືກ​ຫັນ​ເປັນ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​​ໝາຍ ເພື່ອ​ໃຫ້​ມີ​ບ່ອນ​ອີງ ທີ່​ໜັກ​ແໜ້ນ ໃນ​ການ​ປະ​ຕິ​​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ, ລັດ​ຖະ​ທຳ​ມະ​ນູນ​ສະ­ບັບ​ທຳ­ອິດ​ນີ້, ມັນ​ເປັນ​ການ​ຢັ້ງ​​ຢືນ​ເຖິງ​ໝາກຜົນ ລວມ​ຍອດ​ແຫ່ງ​ການ​ຕໍ່​ສູ້​ອັນ​ລະ​ອິດ​ລະ​ອ້ຽວ,  ຍືດ​ເຍື້ອ​ຍາວ​ນານ ແລະ ຜົນ​ງານ​ອັນ​ຍິ່ງ​ໃຫຍ່ ທີ່​ປະ​​ຊາ​ຊົນ​ລາວ​ບັນ​​ດາ​ເຜົ່າ ຍາດ​ມາ​ໄດ້​ໃນ​ຕະ​ຫຼອດ​ໄລ​ຍະ​ພາ​ລະ​ກິດ​ແຫ່ງ​ການ​ປະ​ຕິ​ວັດ​ຊາດ​ປະ​ຊາ​ທິ​ປະ​​ໄຕ, ການ​ປົກ​ປັກ​ຮັກ​ສາ ແລະ ສ້າງ​​ສາ​ປະ​​ເທດ​ຊາດ​ກໍ​ຄື​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່ ເປັນ​ການ​ຢືນ​ຢັນ ທາງ​ດ້ານ​ກົດ​ໝາຍ​ສູງ​ສຸດ​ຂອງ​ລັດ ເຖິງ​ຄວາມ​ເປັນ​ເອ​​ກະລາດ, ອໍາ​ນາດ​ອະ​-​ທິ​-​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ທີ່​ເປັນ​ເອ​​ກະ​ພາບ​ຂອງ ສປປ ລາວ ເຮົາ​ກໍ​ຄື​ຂອງ​ປະ​ຊາ​ຊົນ​ລາວ​ບັນດາ​​ເຜົ່າ​ທີ່​ຕັດ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້; ແມ່ນ​ການ​ສ່ອງ​ແສງ​ອອກ​ຢ່າງ​ຈະ​​ແຈ້ງ ເຖິງ​ຄວາມ​ມຸ່ງ​ມາດ​ປາ​​ຖະ​ໜາ​ອັນ​ສູງ​ສົ່ງ ແລະ ຄວາມ​ເດັດ​-​ດ່ຽວ​ຕັດ​-​ສິນ​ໃຈ​ອັນ​ແຮງ​ກ້າ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​​ເຜົ່າ ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພັກ ປະ​ຊາ​​ຊົນ​ປະ​​ຕິ​ວັດ​ລາວ ທີ່​ຈະ​ພ້ອມ​ກັນ​ບຸກ​ບືນ​ສູ້​ຊົນ​ສ້າງ​ລັດ ທີ່​ມາ​ຈາກ​ປະ​​ຊາ​ຊົນ ໃຫ້​ເປັນ​ລັດ​ຂອງ​ປະ​ຊາ​ຊົນ ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​​ຊາ​ຊົນຢ່າງ​ແທ້​ຈິງ; ບັນ​​ລຸ​ຈຸດ​ໝາຍ ປະ​ເທດ​ຊາດ ມັ່ງ​ຄັ່ງ​ເຂັ້ມ​​ແຂງ, ປະ​ຊາ​ຊົນຮັ່ງ​ມີ​ຜາ​ສຸກ, ສັງ​ຄົມ ມີ​ຄວາມ​ສາ​ມັກ​ຄີ​ເປັນ​ປຶກ​ແຜ່ນ, ປະ​ຊາ​​ທິ​​ປະ​​ໄຕ, ຍຸ​ຕິ​ທໍາ ແລະ ສີ​ວິ​ໄລ.

ຮຽນ​ບັນ​ດາ​ທ່ານ, ບັນ​​ດາ​ສະ​ຫາຍ!

ໃນ​ໂອ​ກາດ​ນີ້, ຂ້າ​ພະ​​ເຈົ້າ ຢາກ​ຂໍ​ທົບ​ທວນ​ຄືນ​ຄວາມ​ເອົາໃຈ​ໃສ່,  ການ​ໃຫ້​ທິດ​ຊີ້​ນຳ​ຢ່າງ​ໃກ້​​ຊິດ​ຂອງ​ປະ​ທານ ໄກ​ສອນ ພົມ​ວິ​ຫານ  ໃນ​ຂະ​​ບວນ​ວິ​​ວັດ ແຫ່ງ​ການ​ຮ່າງ  ແລະ  ປັບ​ປຸງ​ຮ່າງ​ລັດ​ຖະ​ທຳ​ມູນ ຈົນ​ເຖິງ​ສັງ​ລວມ  ເປັນ​ຮ່າງ​ສະ​ບັບ​ສຸດ​ທ້າຍ ຂອງ​ລັດ​ຖະ​ທຳ​ມະ​ນູນ  ສະ­ບັບທຳ­ອິດ ເພື່ອ​ລົງ​ໄປ​ຜ່ານ​ຄໍາ​ເຫັນ ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​​ເທດ​ນັ້ນ, ປະ​ທານ ໄກ​ສອນ ພົມ​​ວິ​ຫານ ໄດ້​ມີ​ການ​ຊີ້​ນໍາ​ຢ່າງ​ໃກ້​ຊິດ​ເປັນ​ໄລ​ຍະໆ. ສະ​​ແດງ​ອອກໃນ​ກອງ​ປະ​ຊຸມ​ກົມ​ການ​ເມືອງ ສະ​ໄໝ​ທີ IV ໄດ້​ນຳ​ເອົາ​ຮ່າງ​ລັດ​ຖະ​ທຳ​ມະ ນູນ​ເຂົ້າ​ປຶກ​ສາ. ເພິ່ນ​ໄດ້​ແນະ​ນໍາ, ຕັ້​ງຄໍາ​ຖາມ​ລະ​ອຽດ ເປັນ​ແຕ່​ລະ​ຂໍ້, ແຕ່​ລະ​ມາດ​​ຕາ ເພື່ອ​ໃຫ້​ຄະ​ນະ​ຮ່າງ​ລັດ​ຖະ​ທໍາ​ມະ​ນູນ ນໍາ​ໄປ​ວິ​ໄຈ, ຄົ້ນ​ຄວ້າ​ບັນ​ດາ​ທັດສະ​​ນະ​ພື້ນ​ຖານ​ຂອງ​ພັກ​ທີ່​ກຳ­ນົດ​ໃນ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ IV ຂອງ​ພັກ ເພື່ອ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ກຳ­ນົດ​ແນວ​ທາງ​ປ່ຽນ​ແປງ​ໃໝ່ ແລະ ຕ້ອງ​ໄດ້​ລະບຸ​ແຈ້ງ​ເຂົ້າ​ໃນ​ລັດ​ຖະ​ທໍາ​ມະ​ນູນ ທີ່​ເປັນ​ກົດ​ໝາຍ​ແມ່​ຂອງ​ຊາດ ເຊັ່ນ:

1. ໝົດທຸກອຳ­ນາດແມ່ນລ້ວນແຕ່ເປັນ ຂອງປະ​​ຊາຊົນ, ລັດແມ່ນລັດ ຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະ​​ຊາຊົນ... ເພິ່ນເວົ້າຕໍ່ອີກວ່າ ອຳ­ນາດຂອງປະຊາຊົນມີເນື້ອໃນກວ້າງຂວາງທີ່ສຸດ, ອຳ­ນາດນີ້ຈະໄດ້ຮັບການປະຕິບັດຢ່າງຄົບຖ້ວນ ໂດຍຜ່ານຫຼາຍການ ຈັດ​​ຕັ້ງຫຼາຍຮູບການ  ແລະ ລະບຽບການ...;

2. ພັກປະ​​ຊາຊົນ ປະຕິວັດລາວ ເປັນແກນນຳຂອງລະບົບການເມືອງ ປະຊາທິປະໄຕ ປະຊາ​​ຊົນ ແລະ ໃນຂົງເຂດຂອງ ຊີ​​ວິດສັງຄົມ. ພ້ອມນັ້ນ, ກໍເປັນພາກສ່ວນໜຶ່ງຂອງສັງຄົມ. ດັ່ງນັ້ນ, ຕ້ອງເຄື່ອນໄຫວ ໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ...;

3. ລັດຄຸ້ມຄອງ ແລະ ອຳ­ນວຍຄວບຄຸມດ້ວຍກົດ​-​ໝາຍ;

4. ລັດ ຈັດຕັ້ງ ແລະ ເຄື່ອນໄຫວຕາມຫຼັກການລວມສູນປະຊາທິປະໄຕ ແລະ ເຮັດໃຫ້ອຳ­ນາດລັດຕ່າງໆ ເປັນເອກະພາບ ໃນທົ່ວປະ​​ເທດ ພາຍໃຕ້ການນຳ­ພາຂອງພັກ, ບໍ່ໄປຕາມຫຼັກການແບ່ງອຳ­ນາດ  ແຕ່ມີການແບ່ງງານຈະ​​ແຈ້ງ ແລະ ມີການປະສານງານຢ່າງກົມກຽວ ລະຫວ່າງອົງ​​ການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາ​​ການ;

5. ຮັບຮູ້ເສດຖະ​​ກິດຫຼາຍພາກສ່ວນ ແລະ ຫຼາຍຮູບການກຳ­ມະ­ສິດທີ່ເຄີຍ ຜະລິດທຸລະກິດ ຢ່າງເສ​​ລີຖືກກົດໝາຍ, ລັດຄຸ້ມຄອງ, ອຳ­ນວຍຄວບຄຸມທົ່ວເສດ​​ຖະ​​ກິດແຫ່ງຊາດ, ພ້ອມກັນນັ້ນ, ກໍກຳໂດຍກົງ ແລະ ດຳ­ລົງບົດ​​ບາດຫຼັກແຫຼ່ງຂອງບາງຂົງ ເຂດ ແລະ ບາງປະ​​ເພດຜະ​​ລິດຕະພັນຕົ້ນ​​ຕໍຂອງເສດ​​ຖະກິດແຫ່ງຊາດ... ປະ​​ທານ ໄກສອນ ເວົ້າຕໍ່ໄປອີກວ່າບັນ​​ດາທັດສະນະພື້ນ​​ຖານດັ່ງກ່າວນັ້ນ, ສ່ອງແສງເຖິງຈຸດພິເສດຂອງປະ​​ເທດເຮົາ ໃນໄລ​​ຍະປັດ­ຈຸ­ບັນ, ໄລ​​ຍະແຫ່ງການສືບ​​ຕໍ່ກໍ່ສ້າງ  ແລະ ເສີມຂະຫຍາລະ​​ບອບປະຊາທິ​​ປະໄຕ ປະຊາຊົນ, ສ້າງບັນ​​ດາປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງ​​ຄົມນິ​​ຍົມເທື່ອລະກ້າວ, ບໍ່ທັນແມ່ນລັດຖະທໍາມະ​​ນູນ ຂອງໄລ​​ຍະສ້າງສັງຄົມນິຍົມເທື່ອ... ເພິ່ນບອກໃຫ້ຊັ່ງຊາໃຫ້ຮອບຄອບ, ບໍ່ລອກແບບ ແລະ ໃຫ້ຮຽນຮູ້ແຕ່ນໍາໃຊ້ໃຫ້ແທດກັບສະ​​ພາບປະ​-ເທດເຮົາ.

ຂ້າ­ພະ­ເຈົ້າ​ຄິດ​ວ່າ 5 ຫຼັກ ການ​ທີ່​ເປັນ​ແນວ​ທາງ​ນະ­ໂຍ­ບາຍ​ສຳ­ຄັນ​ທີ່​ສຸດ​ຂອງ​ພັກ​ທີ່​ປະ​​ທານ ໄກ​ສອນ  ພົມ​​ວິ​​ຫານ ໃຫ້​ທິດ​ທາງ​ມາ​ນັ້ນ, ລ້ວນ​ແຕ່​ໄດ້​ບັນ​ຈຸ​ເຂົ້າ​ໃນ​ຮ່າງ​ສຸດ​ທ້າຍ​ຂອງ​ລັດ​ຖະ​ທໍາ​ມະ​ນູນ​ສະ​ບັບ​ນີ້.

- ບັນ​​ດາສະຫາຍ ທີ່ຮັກ ແພງ!

- ປະຊາ​​ຊົນລາວບັນ​​ດາ ເຜົ່າ ທີ່ຮັກ​​ແພງທັງ​​ຫຼາຍ!

ຜ່ານ​ຂະ​ບວນ​ວິ​​ວັດ​ແຫ່ງ​ການ​ປົກ​ປັກ​ຮັກ​ສາ  ແລະ  ສ້າງສາ​ປະ​​ເທດ​ຊາດ, ສ້າງ​ປະ​ຖົມ​ປັດ​ໄຈ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມ​ເທື່ອ​ລະ​ກ້າວ ຢູ່​ປະ​ເທດ​ເຮົາ​ນັ້ນ, ພັກ​ເຮົາ ໄດ້​ໃຫ້​ຂໍ້​ສະ​ຫຼຸບ​ວ່າ: ອຳ­ນາດ​ລັດ ປະ​ຊາ​ທິ​​ປະ​ໄຕ  ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ກໍ່​ສ້າງ, ປັບ​ປຸງ ແລະ ບູ​​ລະ ນະ​ມາ​ຢ່າງ​ຕໍ່​ເນື່ອງ  ທັງ​ໃນ​ດ້ານ​ສາຍ​ໃຍ​ການ​ຈັດ​ຕັ້ງ, ການ​ວາງ​ພື້ນ​ຖານ​ດ້ານ​ກົດ​ໝາຍ ແລະ ນິ​ຕິ​ກໍາ ອັນ​ຈໍາ​ເປັນ; ການ​ກໍ່​ສ້າງ ບຸກ​ຄະ​ລາ​ກອນ​ບໍລິ​​ຫານ​ອົງ ການ​ຂອງ​ແຕ່​ລະ​ພາກ​ສ່ວນ... ຈົນ​ເຮັດ​ໃຫ້​ອໍາ​ນາດ​ລັດ​ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ກາຍ​​ເປັນ​ເຄື່ອງ​​ມື​ອັນ​ສັກ​ສິດ​ໃນ​ການ​ປົກ​ປ້ອງ​ໝາກ​ຜົນ​ຂອງ​ການ​ປະ​​ຕິວັດ ແລະ ລະ​ບອບ​ໃໝ່, ເປັນ​ປັດ​ໄຈ​ຄໍ້າ​ປະ​​ກັນ​ໂດຍ​ກົງ ໃຫ້​ສັງ​ຄົມ​ມີ​ຄວາມ​ສະ​ຫງົບ ແລະ ເປັນ​ລະ​​ບຽບ​ຮຽ​ບຮ້ອຍ; ເສດ​ຖະກິດ-​ສັງ​​ຄົມ​ຂອງ​ຊາດ​ຂະ​​ຫຍາ​ຍຕົວ­ຢ່າງ​ບໍ່​ຢຸດ​ຢັ້ງ  ທັງ​ຮັບ​ປະ​ກັນ​ການ​​ເຄື່ອນ​​ໄຫວ​ຕ່າງ​ປະ​ເທດ ອັນ​ແຂງ­ແຮງ  ຕາມ​ແນວ​ທາງ​ຂອງ​ພັກ. ແຕ່​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ພວກ​ເຮົາ ກໍ​ຍັງ​ມີ​ຄວາມ​ຈໍາ​ເປັນ ຕ້ອງ​ຕັດ​ສິນ​ໃຈ​ປັບ​ປຸງ, ຍົກ​ລະ​​ດັບ​ຂຶ້ນ​ຕື່ມ​ອີກ ແມ່ນ​ສະ ພາບ​ຄວາມ​ຊໍ້າ​ຊ້ອນ​ດ້ານ​ການ ຈັດ​ຕັ້ງ, ພາ​ລະ​ບົດ​ບາດ, ກົງ​-​ຈັກ​ທີ່​ຍັງ​ໃຫຍ່​ໂຕ, ມີ​ຂອດ​ບໍ​-​ລິ​-​ຫານ ແລະ ສາຍ​ງານ ທີ່​ເກະ​ກະ​ເຫຼືອ​ບໍ່​ພໍ; ພວກ​ເຮົາ​ໄດ້​ປະ​​ກາດ​ໃຊ້​ກົດ​ໝາຍ ແລະ ນິ​ຕິ​ກຳ​ໃຕ້​ກົດ ໝາຍ ເປັນ​ຈຳ­ນວນ​ຫຼວງ​-​ຫຼາຍ, ແຕ່​ບໍ່​ທັນ​ກວມ​ເອົາ​ໄດ້​ໝົດ​ທຸກ​ຂົ​ງ​ເຂດ​ວຽກ​ງານ, ການ​ປະ​ຕິ​​ບັດ​ຕົວ​ຈິງ​ຍັງ​ບໍ່​ທັນ​ມີ​ຄວາມ​ສັກ​-​ສິດ ແລະ ເຂັ້ມ​ງວດ​ເທົ່າ​ທີ່​ຄວນ, ກົນ​ໄກ​ການ​ບັງ​ຄັບ​ໃຊ້​ກົດ­ໝາຍ​ບໍ່​ທັນ​ເຂັ້ມ​​ແຂງ, ການ​ບໍ​​ລິ​​ຫານ​ລັດ​ຕາມ​ກົດ​ໝາຍ​ຍັງ​ບໍ່​ທັນ​ແຂງ ແຮງ, ເຂັ້ມ​ງວດ, ຄວາມ​ໂປ່​ງ​ໃສ​ໃນ​ການ​ຄຸ້ມ​ຄອງ​ບໍ​​ລິ​ຫານ​ຍັງ​ຕໍ່າ...ຈຶ່ງ​ພາ​​ໃຫ້​ມີ​ປະ​​ກົດ​ການ​ຫຍໍ້​​ທໍ້​ຕ່າງໆ​ໃນ​ສັງ​ຄົມ​ເກີດ​ຂຶ້ນ. ເກີດ​ຂຶ້ນ​ແລ້ວ, ການ​ແກ້​ໄຂ​ກໍ​ບໍ່​ທັນ​ເຂັ້ມ​ງວດ, ເດັດ​ຂາດ ຊຶ່ງ​ເປັນ​ບັນ​ຫາ​ຊໍ້າ​ເຮື້ອ​ແກ່​ຍາວ, ເຮັດ​ໃຫ້​ປະ​ສິດ​​ທິ​​ພາບ ໃນ​ການຄຸ້ມ​ຄອງ​ລັດ​ຍັງ​ບໍ່​ທັນ​ສູງ; ການ​ປະ​ຕິ​ບັດ​ສິດ​ປະ​ໂຫຍ​ດ​ຂອງ​ພົນລະ​ເມືອງ​ຕາມ​ລັດ​ຖະ​ທຳ​ມະນູນ ແລະ ກົດ​ໝາຍ​ຍັງ​ມີ​ອຸ​ປະສັກ​ບໍ່​ໜ້ອຍ ຊຶ່ງ​ລ້ວນ​ແຕ່​ຕ້ອງ​ໄດ້​ປັບ​​ປຸງ, ແກ້​ໄຂ​ໃຫ້​ເຖິງ​ຖອງ ແລະ ເລິກ​​ເຊິ່ງ ໃນ​ຕໍ່​ໜ້າ.

ບັນ­ດາ​ທ່ານ​ເພື່ອນ​ມິດ ປະ­ຊາ­ຊົນ​ລາວ ໃນ​ທົ່ວ​ປະ­ເທດ​ບັນ ດາ​ສະ​-​ຫາຍ ທີ່​ຮັກ­ແພງ!

- ພາລະ​​ກິດປົກປັກຮັກສາປະເທດຊາດ, ປົກປັກຮັກ​​ສາ ແລະ ເສີມຂະຫຍາໝາກ​​ຜົນ ຂອງການປະຕິວັດ ໄວ້ໃຫ້ໝັ້ນ ຄົງ ແລະ ສ້າງການຫັນ​​ປ່ຽນທີ່ແຂງແຮງ, ເລິກ​​ເຊິ່ງ ແລະ ຮອບດ້ານໃນການບູລະ​​ນະລະບອບປະ​​ຊາທິ​​ປະ​​ໄຕ ປະ​​ຊາ​​ຊົນ ພາຍໃຕ້ຫຼັກການປ່ຽນແປງໃໝ່ຢ່າງ ຮອບດ້ານຂອງພັກເຮົາເປັນພາລະກິດປະ​​ຕິວັດອັນໃຫຍ່ຫຼວງ, ຮອບດ້ານ, ແລະ ຍາວນານຂອງ ພັກເຮົາ. ປະ​​ເທດຊາດ, ປະຊາຊົນຂອງພວກເຮົາໄດ້ຢຶດ ໝັ້ນ ແລະ ພວມກ້າວເດີນຕາມເສັ້ນ​​ທາງ ທີ່ຕົນໄດ້ເລືອກໄວ້ແລ້ວນັ້ນ, ແມ່ນຈຸດ​​ໝາຍສັງ ຄົມນິຍົມ ຊຶ່ງຮຽກຮ້ອງໃຫ້ທົ່ວພັກ, ທົ່ວລັດ, ກໍາລັງປະ​​ກອບ ອາວຸດ ແລະ ທົ່ວປວງຊົນລາວທັງຊາດ, ຈົ່ງພ້ອມກັນເພີ່ມທະວີນໍ້າໃຈຮັກຊາດ, ຄວາມເປັນເຈົ້າຂອງປະ​​ເທດຊາດ ແລະ ຄວາມສາມັກ​​ຄີເປັນປຶກແຜ່ນພາຍໃນຊາດ ໃຫ້ສູງກວ່າເວ​​ລາໃດໝົດ ດ້ວຍຈິດໃຈບຸກທະລຸ, ບຸກບືນສູ້ຊົນ ເພື່ອສ້າງຄວາມເຂັ້ມ​​ແຂງ ໃຫ້ແກ່ປະ​​ເທດຊາດ ບົນຈິດ​​ໃຈເອ​​ກະ​​ລາດ, ເປັນເຈົ້າຕົນເອງ ທີ່ນັບມື້ນັບສູງຂຶ້ນ.

- ບົນພື້ນ​-ຖານລັດຖະທຳມະນູນ ແຫ່ງ ສປປ ລາວ ສະ­ບັບ ທຳ­ອິດ ແລະ ໄດ້ມີການປັບ​-​ປຸງມາແລ້ວເຖິງ 3 ຄັ້ງນັ້ນ ກໍຄືແນວ ທາງທີ່ກຳ­ນົດອອກ ໃນມະ​​ຕິກອງປະ​-​ຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ພັກ​-​ລັດເຮົາຍາມໃດກໍຢຶ- ໝັ້ນ ແລະ ຢືນ​-​ຢັນຢ່າງໜັກແໜ້ນ ວ່າ: ສປປ ລາວ ປົກ​​ຄອງ ແລະ ຄຸ້ມຄອງສັງຄົມດ້ວຍລັດຖະທຳມະນູນ ແລະ ກົດ​-​ໝາຍ; ອົງ­ການ ຈັດຕັ້ງພັກ, ລັດ, ແນວລາວສ້າງ ຊາດ, ອົງ​​ການ­ຈັດ­ຕັ້ງມະຫາຊົນ, ອົງການ­ຈັດ­ຕັ້ງສັງຄົມ ແລະ ພົນລະເມືອງລາວທຸກຄົນຕ້ອງເຄົາ ລົບ ແລະ ປະ​​ຕິ​-​ບັດລັດຖະທຳ ມະນູນ ແລະ ກົດໝາຍຢ່າງເຂັ້ມ ງວດ.

ລັດ​ປົກ​ປ້ອງ​ສິດ​ອິດ​ສະ​ລະພາບ ແລະ ສິດ​ປະ​ຊາ​ທິ​ປະໄຕ ຂອງ​ປະ​ຊາ​ຊົນ​ທີ່​ບໍ່​ມີ​ໃຜ​ຈະ​ລ່ວງ​ລະ​​ເມີດ​ໄດ້, ທຸກ​ອົງ​ການ ແລະ ພະ​​ນັກ​​ງານ​ຂອງ​ລັດ​ຕ້ອງ​ໂຄ ສະ​​ນາ, ເຜີຍ​ແຜ່, ອົບ​​ຮົມ​ບັນ​ດາ​ນະ​ໂຍ​ບາຍ, ກົດ​​ໝາຍ ແລະ ລະ​ບຽບ​ການ​ຕ່າງໆ ໃຫ້​ປະ​ຊາຊົນ ຮັບ​ຮູ້​ຢ່າງ​ກວ້າງ​ຂວາງ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະ​​ຕິ​ບັດ​ໃຫ້​ເຂັ້ມ​ງວດ ເພື່ອ​ຮັບ​​ປະ​ກັນ​ສິດ ແລະ ຜົນ​ປະ​ໂຫຍ​ດ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ​ບັນ​​ດາ​ເຜົ່າ.

- ລັດປະ​​ຊາທິປະໄຕ ປະຊາ​​ຊົນເຮົາ, ແມ່ນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍອັນຊອບທໍາຂອງປະ​-​ຊາ​-​ຊົນ ເຮັດໃຫ້ປະຊາຊົນ ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ທຸກການຕົກ​-​ລົງ ກ່ຽວກັບແນວ​​ທາງ, ນະໂຍ​​ບາຍຕ່າງໆ ແລະ ການຫັນເປັນກົດໝາຍ ໂດຍອົງການອໍານາດ ຂອງປະຊາ​​ຊົນ, ລ້ວນແຕ່ຕ້ອງສ່ອງແສງ ເຖິງເຈດຈໍານົງ, ຄວາມມຸ່ງມາດປາ​​ຖະ​-​ໜາອັນແຮງກ້າຂອງປະຊາຊົນ ແລະ ທັງໝົດແມ່ນແນ ໃສ່ຮັບໃຊ້ຜົນປະໂຫຍຂອງປະເທດຊາດ ແລະ ຂອງປະ­ຊາ ຊົນບົນພື້ນຖານການຢຶ-​ໝັ້ນ ຢ່າງສຸດກົກສຸດປາຍ ແລະ ດ້ວຍຄວາມຈົງຮັກພັກດີຕໍ່ອຸ​​ດົມການ ແລະ ວັດຖຸປະ​​ສົງອັນສູງສົ່ງ ຂອງພາ​​ລະກິດປະ​​ຕິວັດ. ພວກເຮົາ ຕ້ອງໄດ້ສືບຕໍ່ບູລະນະລະບອບປະຊາ​​ທິ​​ປະ​​ໄຕ ປະ​​ຊາຊົນ ໃຫ້ສົມ​​ບູນຍິ່ງຂຶ້ນ ໂດຍເອົາປະຊາ​​ຊົນເປັນເປົ້າໝາຍ ແລະ ເອົາ ປະຊາຊົນເປັນໃຈ­ກາງນີ້ຄືແນວທາງນະໂຍ​​ບາຍອັນສະເໝີຕົ້ນສະ​​ເໝີປາຍຂອງພັກເຮົາ. ໃນເວລາດຽວກັນນັ້ນ, ປະ​​ຊາຊົນລາວບັນ​-ດາ​​ເຜົ່າຂອງພວກເຮົາ ກໍຕ້ອງໄດ້ຮັບຮູ້ ແລະ ເຂົ້າ​​ໃຈຢ່າງເລິກເຊິ່ງວ່າ  ຄົນລາວແຕ່ ລະ​​ຄົນກໍມີສິດທິ ແລະ ພັນທະຂອງຕົນໃນການດໍາລົງຊີ​-​ວິດຢູ່ ພາຍໃຕ້ກົດ​​ໝາຍ, ປະ​​ຕິບັດກົດໝາຍ ໃຫ້ເຄັ່ງຄັດ, ໃຫ້ສົມສັກສີ ໃນການເປັນພົນ​​ລະເມືອງທີ່ດີຂອງປະເທດ.

- ເພື່ອເພີ່ມທະວີການຍົກສູງປະສິດທິ​​ພາບ ການຄຸ້ມຄອງລັດ, ຄຸ້ມຄອງສັງ​​ຄົມ ດ້ວຍກົດໝາຍຢ່າງເຂັ້ມງວດ, ພວກເຮົາຕ້ອງໄດ້ສືບຕໍ່ປັບປຸງ ແລະ ສ້າງກົດ​​ໝາຍ ຕາມຫຼັກວິທະຍາ​​ສາດ ແລະ ຫຼັກແຫ່ງການຕອບສະ ໜອງສະພາບຈຸດພິ​​ເສດຂອງການພັດທະນາທີ່ປ່ຽນ​​ແປງຂອງປະເທດ ທັງຕອບສະໜອງເງື່ອນໄຂຂອງລະບອບປະ​​ຊາທິປະໄຕ ປະຊາຊົນກໍຄືຕອບສະ​-​ໜອງຄວາມສອດ​-​ຄ່ອງກັບເງື່ອນ­ໄຂຂອງຍຸກສະ​​ໄໝໃໝ່, ກົນໄກເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງກັບສາ ກົນ. ກ່ອນອື່ນໝົດ, ຕ້ອງຮີບຮ້ອນຫັນແນວ​​ທາງ, ແຜນນະ ໂຍບາຍໃຫຍ່ທີ່ກຳ­ນົດໄວ້ໃນ ກອງປະ­ຊຸມໃຫຍ່ ຄັ້ງທີ XI ຂອງພັກກໍຄືການແກ້ໄຂການປະຕິບັດ 2 ລະແຫ່ງຊາດ ໃຫ້ເປັນຮູບປະທຳ, ຫັນມະຕິຂອງສະ​​ພາກ່ຽວກັບບັນ​​ຫານີ້ໃຫ້ເປັນກົດ​​ໝາຍລະບຽບການອັນລະອຽດ ແລະ ຈະ​​ແຈ້ງ, ຊັດເຈນ ເພື່ອຮັບປະກັນການ​​ຈັດ​​ຕັ້ງປະຕິບັດຢ່າງເປັນເອ​​ກະພາບ, ຖືກຕ້ອງ ແລະ ທັນກັບສະພາບການ, ເປັນບ່ອນອີງໃຫ້ແກ່ການຍົກສູງຄຸນນະພາບການ​​ເຄື່ອນ ໄຫວ ແລະ ການບໍລິການຮັບໃຊ້ປະຊາ​​ຊົນຂອງອົງ​​ການບໍລິ ຫານລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນແກ້ໄຂປະກົດການສວຍໃຊ້ໜ້າທີ່ ເພື່ອກົດໜ່ວງ, ຖ່ວງດຶງການພັດທະນາ, ຕ້ານສະ​​ກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງຂອງເຈົ້າໜ້າ​​ທີ່ ລັດ ຕາມກົດ​​ໝາຍຢ່າງເດັດຂາດ ແລະ ເຂັ້ມງວດແທ້.

- ຕ້ອງຮັບປະກັນການ ຈັດຕັ້ງບັງ​​ຄັບໃຊ້ກົດໝາຍຢ່າງຖືກ​​ຕ້ອງ ແລະ ເປັນທຳ; ສ້າງກົນໄກຕົວຈິງ  ເພື່ອຮັບ​​ປະກັນການເຂົ້າຮ່ວມໂດຍກົງຂອງປະ​-​ຊາ ຊົນ ເວົ້າລວມ ແລະ ຂອງຊຸມຊົນ ເວົ້າສະ​​ເພາະໃນການຕົກ­ລົງບັນ​​ຫາທີ່ພົພັນເຖິງສິດ ແລະ ຜົນປະ​-​ໂຫຍອັນຊອບທຳຂອງເຂົາ​-​ເຈົ້າຕາມທິດ  ຮັບ​​ປະກັນແບບແຜນໃຫ້ປະ​​ຊາຊົນຮູ້, ປະ​​ຊາຊົນ ໄດ້ປຶກສາຫາລື ແລະ ປະຊາຊົນເຂົ້າຮ່ວມຈັດຕັ້ງປະ ຕິ​​ບັດສະກັດກັ້ນ ປະກົດການສວຍໃຊ້ສິດອຳ­ນາດ  ລະເມີດສິດເປັນເຈົ້າຂອງປະຊາ​​ຊົນ ຈາກເຈົ້າໜ້າທີ່ ລັດທຸກຂັ້ນ; ສ້າງເງື່ອນ​​ໄຂຕົວຈິງ ແລະ ອໍານວຍຄວາມສະ​​ດວກໃຫ້ປະຊາ​​ຊົນ ສາມາດເຂົ້າເຖິງການໃຊ້ການບໍ​​ລິການດ້ານກົດ​​ໝາຍຈາກລັດ ຫຼື ສັງຄົມ ເພື່ອປົກປ້ອງຄວາມເປັນທຳແກ່ຕົນເອງຂອງເຂົາເຈົ້າ.

ຕີ​ຖອຍ ແລະ ກໍາ​ຈັດ​ປັດ​ເປົ່າ ທຸກ​ການ​ກະ​ທໍາ​ແບບ​ອາດຍາ​ສິດ, ການ​ຂົ່ມ​​ຂູ່, ອັນ​ຈະ​ກໍ່ໃຫ້​ເກີດ​ຄວາມ​ເສຍ​ຫາຍ​ເຖິງ ກຽດ​ສັກ​ສີ, ຮ່າງ​ກາຍ, ຊີ​​ວິດ, ຈິດໃຈ ແລະ ຊັບ​ສົມ​​ບັດ​ຂອງ​ປະ­ຊາຊົນ, ການ​​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ ແລະ ສະ​ມາ​​ຊິກ​ພັກ, ພະ​ນັກ ງານ​ຕ້ອງ​ຍົກ​ສູງ​ສະ​ຕິ ແລະ ເປັນ ແບບ­ຢ່າງ​ນຳ​ໜ້າ​ໃນ​ການ​ເຄົາ ລົບ​ກົດ​ໝາຍ, ຮຽນ​ຮູ້​ກົດ​ໝາຍ, ປະ​ຕິ​ບັດ​ກົດໝາຍ ແລະ ນຳ​ໃຊ້​ກົດ​-​ໝາຍ​ຢ່າງ​ຖືກ​​ຕ້ອງ, ບໍ່​ອະ​ນຸ ຍາດ​ໃຫ້​​ການ­ຈັດ­ຕັ້ງ ແລະ ບຸກ ຄົນ​ໃດໆ​ມີ​ອະພິ​ສິດ​ເໜືອ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​​ໝາຍ; ຫ້າມ​ໃຊ້​ຄຳ​ສັ່ງ​ປ່ຽນ​ແທນ​ກົດ ໝາຍ ແລະ ເດັດ​​ຂາດ ຫ້າມ​ບໍ່​ໃຫ້​ສວຍ​ໂອ​ກາດ​ຊ່ອງ​ວ່າງ ຂອງ​ກົດ​ໝາຍ ຫຼື ເຮັດ​ໃຫ້​ກົດ​-ໝາຍ​ມີ​ຊ່ອງ​ວ່າງ ເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ​ສ່ວນ​ຕົວ ແລະ ຂອງ​ກຸ່ມ​ກ້ອນ, ເຊື້ອ​ສາຍ, ທ້ອງ​ຖິ່ນ.

- ສົ່ງເສີມ, ສ້າງໃຫ້ມີໂອ ກາດແຂ່ງ​​ຂັນກັນ ສ້າງຕົວແບບຂອງພົນ​​ລະ​​ເມືອງດີໃນສັງ​​ຄົມ ໃນການປະຕິ​​ບັດລັດຖະທຳມະ​​ນູນ ແລະ ກົດ​-​ໝາຍ ທີ່ເຂັ້ມງວດ, ຖືກຕ້ອງ ແລະ ສອດຄ່ອງ, ທັງຕ້ອງມີການຕິດຕາມ, ກວດກາ ເປັນປະ­ຈຳໃນການປະຕິບັດປົກປ້ອງຄວາມສັກສິດ, ກຽດສັກສີ ຂອງລັດຖະທຳມະນູນ ແລະ ກົດ​​ໝາຍ ເພື່ອຮັບ​​ປະ​​ກັນຕາມຫຼັກແຫ່ງຄວາມເປັນຈິງ, ຫຼັກປະຊາທິ​​ປະໄຕ ແລະ ຫຼັກ​​ການປົກ ຄອງທີ່ດີຂອງອຳ­ນາດລັດ.

- ປັບປຸງ, ຍົກລະດັບປະ ສິດ­ທິຜົນການ​​ເຄື່ອນ​​ໄຫວປະຕິບັດໜ້າທີ່ຂອງບັນດາອົງ​​ການປົກປ້ອງກົດ​​ໝາຍສ້າງຄວາມໂປ່ໃສ ໃນທຸກຂັ້ນຕອນຂອງການດຳ­ເນີນຄະ​​ດີຕາມຂະ​​ບວນຍຸ­ຕິທຳ, ພິຈາ​​ລະນາຕັດ​​ສິນ, ພິພາກ​​ສາຄະດີ ແລະ ຈັດຕັ້ງປະ​-​ຕິບັດຄຳຕັດ​-​ສິນຂອງສານ ບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ, ເຮັດໃຫ້ທຸກຂັ້ນຕອນ ຂອງການດຳ­ເນີນຄະ​-​ດີມີຄວາມໂປ່ໃສ, ສິ້ນສຸດຂະບວນການ ຕາມກົດ​-ໝາຍ ແລະ ຮັບ​​ປະກັນຄວາມຍຸ­ຕິທຳຢ່າງແທ້ຈິງ.

- ເພີ່ມທະ​-​ວີວຽກງານເຜີຍ ແຜ່, ອົບຮົມ ເພື່ອຍົກລະດັບຄວາມຮູ້ທາງກົດໝາຍໃຫ້ປະຊາຊົນ, ສ້າງສະຕິກົດ​​ໝາຍໃຫ້ສູງຂຶ້ນ, ສ້າງທັດ​-​ສະ​-​ນະ ແລະ ໃຫ້ກາຍເປັນວັດ­ທະ­ນະ­ທຳໃໝ່ ກ່ຽວກັບການ­ເຄື່ອນ­ໄຫວເຮັດວຽກ, ດຳ­ລົງຊີ​​ວິດແບບໃໝ່ທີ່ຖືກຕ້ອງ, ເປັນທຳ, ຫັນປ່ຽນຄ່ານິຍົມ ແລະ ວິຖີຊີວິດ ມີວິທະ​​ຍາສາດ ແລະ ກ້າວ​​ໜ້າຂຶ້ນເລື້ອຍໆ ຍ້ອນພົນ​​ລະ​-ເມືອງທຸກຄົນມີ ສິດສະ​​ເໝີ​​ພາບກັນຕໍ່​​ໜ້າກົດ   ໝາຍ, ດັ່ງນັ້ນ ຕ້ອງເປີດໂອ ກາດໃຫ້ປະ​-​ຊາ​-​ຊົນເຂົ້າຮ່ວມຕິດ ຕາມ, ກວດກາການປະ​​ຕິບັດ ກົດ​​ໝາຍຢູ່ໃນທຸກລະ​​ດັບ; ສະ ໜອງບັນ​​ດາຂໍ້ມູນອັນຈຳ­ເປັນ ໃນການ​​ເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມ ສະແດງຄວາມຄິດເຫັນອັນສ້າງ​-​ສັນຈາກສັງຄົມ ຕໍ່ການເຄື່ອນ​​ໄຫວວຽກງານ ຂອງອົງການອໍານາດລັດ ຢ່າງເປັນລະບົບ, ວ່ອງ​​ໄວ ແລະ ຊັດເຈນ; ປັບປຸງບັນ​​ດານິຕິກຳ ຫຼື ກົນໄກເຄື່ອນໄຫວຕົວຈິງ ຂອງສື່ມວນຊົນ ໃຫ້ຮັດ​​ກຸມ ເພື່ອໃຫ້ກາຍ­ເປັນກຳ­ລັງທາງສັງຄົມອັນແຂງແຮງ ໃນການຄຸ້ມຄອງ ແລະ ປະຕິບັດພາລະບົດບາດຄຸ້ມຄອງເສດຖະກິດ​-​ສັງຄົມຂອງລັດກໍຄືການເສີມຂະຫຍາສິດເປັນເຈົ້າຂອງປະ­ຊາຊົນຢ່າງແທ້ຈິງ. ແນ່ນອນວ່າ, ໃນຂະບວນວິ​​ວັດແຫ່ງການພັດທະນາຕ້ອງການການປັບປຸງສິ່ງທີ່ມີແລ້ວ ແລະ ສ້າງກົດ­ໝາຍໃໝ່ຂຶ້ນຕື່ມ, ແຕ່ຂໍບໍ່ໃຫ້ແລ່ນ­ນຳປະລິມານຕ້ອງເນັ້ນເຖິງຄຸນນະພາບ ແລະ ຄວາມຕ້ອງ​-​ການທີ່­ແທ້ຈິງຂອງການພັດ­ທະ­ນາປະ­ເທດຊາດຂອງພວກເຮົາ.

ບັນ​​ດາ​ສະ​​ຫາຍ, ພີ່​​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​​ແພງ​ທັງ​​ຫຼາຍ!

ໃນ​ພິ​ທີ​ໂຮມ​ຊຸມ​ນຸມ​ອັນຄຶກ​ຄື້ນ​ນີ້, ຂ້າ​​ພະ​​ເຈົ້າ​ຕາງ​ໜ້າ​ໃຫ້​ພັກ​-​ລັດ ຂໍ​ສະ​ແດງ​ຄວາມ​ຊົມ​​ເຊີຍ​ສັນ​ລະ​​ເສີນ​ພະ​ນັກງານ, ສະ​​ມາ​ຊິກ​ພັກ, ທະ​ຫານ, ຕຳ­ຫຼວດ, ກຳ​ມະ​ກອນ, ກະ​​ສິກອນ, ນັກ​ຮຽນ​ຮູ້​ປັນ­ຍາ​ຊົນ, ນັກ​ທຸ​​ລະ​ກິດ​ຜູ້​ປະ​​ກອບ​ການ​ທັງ​​ຫຼາຍ ແລະ ປະ​​ຊາ​ຊົນ​ລາວ​ບັນ​​ດາ​ເຜົ່າ,  ຊັ້ນ​ຄົນ,  ສາ​ສະໜາ, ຊາວ​ຕ່າງ​ດ້າວ, ນັບ​ທັງ​ພີ່ນ້ອງ​ຊາວ​ລາວ​ທີ່​ດຳ­ລົງ​ຊີ­ວິດ​ຢູ່​ຕ່າງ​​ປະ​​ເທດ ແລະ ຊາວ​ຕ່າງ​ປະ​​ເທດ ທີ່​ດໍາ​ລົງ​ຊີ​-​ວິດ ແລະ ເຄື່ອນ​ໄຫວ​ວຽກ​ງານ​ຢູ່ ສປປ ລາວ ທີ່​ໄດ້​ຕັ້​ງ-​ໜ້າ​ປະກອບ​​ສ່ວນ​ເຂົ້າ​ໃນ​ຜົນ​ງານ​ລວມ​ແຫ່ງ​ການ​ປົກ​ປັກ​ຮັກ​​ສາ ແລະ ພັດ​ທະ​ນາ​ປະ​ເທດ​ລາວ​ກໍ​ຄື​ການ​ເຄົາ​ລົບ ແລະ ປະ​ຕິ​ບັດ​ລັດ​ຖະ​ທຳ​ມະ­ນູນ ແລະ ກົດ­ໝາຍ​ໃນ​ຕະ­ຫຼອດ 3 ທົດ​ສະ​ວັດ​ຜ່ານ​ມາ. ພ້ອມ​ກັນ​ນີ້, ກໍ​ຂໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ເລິກ​​ເຊິ່ງ ແລະ ຄວາມ​ຂອບ​ອົກ ຂອບ​ໃຈ ຢ່າງ​ຈິງ​ໃຈ ໄປ​ຍັງ​ບັນ​ດາ​ເພື່ອນ​ມິດ​ປະ​​ເທດ​ຕ່າງໆ​ຢູ່​ໃນ​ໂລກ​ກໍ​ຄື​ບັນ​ດາ​ອົງ­ການ ຈັດ​ຕັ້ງ​ສາ​ກົນ​ທີ່​ໄດ້​ໃຫ້​​ການ​ສະໜັ​ບ​ສະ​ໜູນ​ທາງ​ດ້ານ​ການ​ສ້າງ​ຄວາມ​ສາ​ມາດ ໃຫ້ ສປປ ລາວ ເປັນ​ລັດ​ທີ່​ປົກ​​ຄອງ​ດ້ວຍ​ກົດໝາຍ ເປັນ​ລັດ​ທີ່​ເນັ້ນ​ໃສ່​ການ​ບໍ​​ລິ​​ຫານ​ທີ່​ດີ ໃຫ້​ແກ່ ສປປ ລາວ ແລະ ສປປ ລາວ ເຮົາ​ກໍ​ໄດ້​ສືບຕໍ່​ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ​ຕໍ່​ໄປ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ້າ​ພະ​ເຈົ້າ ຂໍ​ອວຍ​ພອນ​ໄຊ​ອັນ​ປະ​​ເສີດ​ໃຫ້​ບັນ​​ດາ​ທ່ານ, ບັນ​ດາ​ສະ​​ຫາຍ ທີ່​ມາ​ຮ່ວມ​ພິ​ທີ​ໂຮມ​ຊຸມ​ນຸມ​ໃນ​ຄັ້ງ​ນີ້ ແລະ ປະຊາ​ຊົນ​ລາວ​ບັນ​​ດາ​-​ເຜົ່າ​ທຸກ​ຖ້ວນ​ໜ້າ ປະ­ຊາ­ຊົນ​ລາວ​ທີ່​ດຳ­ລົງ​ຊີ ວິດ​ຢູ່​ຕ່າງ­ປະ­ເທດ ຈົ່ງ​ມີ​ສຸ​​ຂະ ພາບ​ເຂັ້ມ​​ແຂງ,  ອາ​ຍຸ​ໝັ້​ນ​ຍືນ  ແລະ  ມີ​ຜົນ​ສໍາ​ເລັດ​ໃໝ່​ໃຫຍ່​ຫຼວງ​ກວ່າ​ເກົ່າ ໃນ​ໜ້າ​ທີ່​ວຽກ​ງານ​ຂອງ​ຕົນ.

- ສາ​​ທາ​​ລະ​​ນະລັດ ປະຊາທິ​​ປະໄຕ ປະ​​ຊາຊົນລາວໝັ້ນຍືນ!

- ນໍ້າໃຈວັນລັດຖະທໍາມະນູນແຫ່ງຊາດ 15 ສິງ​-​ຫາ ໝັ້ນ ຍືນ!

      (ຂອບ​-​ໃຈ)

 

 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com