Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຜັນ​ຂະ​ຫຍາຍ​ມະ​ຕິກອງປະຊຸມໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງທີ XI ຂອງພັກ

ເຜີຍ​ແຜ່​ໂດຍ​: ທ່ານ ທອງດຳ ມິໂຍລາ ເວ​ລາ: 18/08/2021 13:57:13 ຈຳ​ນວນ​​ຢ້ຽມ​ຊົມ 1043 ຄັ້ງ

     ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນວັນທີ 18 ສິງຫານີ້ ໂດຍເປັນກຽດເຂົ້າຮ່ວມມີ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ມີບັນດາຄະນະພັກ, ສະມາຊິກ ແລະ ພະນັກງານວິຊາການເຂົ້າຮ່ວມ

ສະຫາຍ ວຽງຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຍໍ້​​ກ່ຽວກັບການນຳພາຂອງຄະນະພັກກະຊວງ ຍ  6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ວາງອອກວ່າ: ດ້ານວິຊາສະເພາະ ໄດ້ນຳພາກໍ່ສ້າງ ແລະ ປັບປຸງບັນດາເສັ້ນທາງອາຊຽນ, ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຍຸດທະສາດເຊື່ອມຕໍ່ພາຍ  ໃນ, ເສັ້ນທາງຮັບໃຊ້ການຜະລິດ, ເສັ້ນທາງຮັບໃຊ້ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເສັ້ນທາງຮັບໃຊ້ວຽກງານວັດທະນາທໍາ-ສັງຄົມ, ເສັ້ນທາງເຂົ້າຫາຈຸດສຸມພັດທະນາຂອງລັດຖະບານ ແລະ ວຽກງານສ້ອມແປງທາງຫຼວງແຫ່ງຊາດ ປະຈຳປີ 2021 ທີ່ມີທັງໝົດ 35 ໂຄງການ ໃນຈຳນວນ 128 ສັນຍາ ປະຕິບັດໄດ້ 48%; ໄດ້ນໍາພາກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານການຂົນສົ່ງທາງນ້ຳ; ໄດ້ນຳພາຊີ້ນຳອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງຜ່ານນ່ານຟ້າ ແລະ ຂົນສົ່ງ ເຂົ້າ-ອອກ ສປປ ລາວ; ໄດ້ນຳພາກໍ່ສ້າງ ແລະ ຍົກລະດັບພື້ນຖານໂຄງລ່າງການຂົນສົ່ງທາງລົດໄຟ; ໄດ້ນໍາພາພັດທະນາຕົວເມືອງໃຫ້ເປັນລະບຽບ, ມີສິ່ງແວດລ້ອມທີ່ດີ ຊຶ່ງໄດ້ສຳເລັດການສະເໜີກ່ຽວກັບຜົນການຄົ້ນຄວ້າປັບປຸງແຜນຜັງລວມຕົວເມືອງນະຄອນຫຼວງວຽງຈັນ ຮອດປີ 2030; ໄດ້ນຳພາພັດທະນາການຂົນສົ່ງທາງບົກ ແລະ ການບໍລິການທາງຜ່ານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ໂດຍການສ້າງລະບົບໂລຈີສຕິກຄົບຊຸດ ແລະ ໄດ້ຍົກສູງປະສິດທິພາບການຄຸ້ມຄອງລັດ ດ້ວຍກົດ              ໝາຍ.

ສະຫາຍ ໄຊສົມພອນ ພົມວິຫານ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາແກ່ ຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ  ວ່າ: ກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນກະຊວງທີ່ສໍາຄັນ ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດ. ຜ່ານການຮັບຟັງລາຍງານຂອງສະຫາຍເລຂາຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ເຫັນວ່າ ໃນໄລຍະຕົ້ນປີ 2021 ຜ່ານມານີ້ ຄະນະພັກ, ຄະນະນໍາ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາຂະແໜງໂຍທາທິການ ແລະ ຂົນສົ່ງ, ສະມາຊິກພັກ, ພະນັັກງານ-ລັດຖະກອນ ພ້ອມກັນຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານ ໄດ້ຮັບຜົນສໍາເລັດຫຼາຍດ້ານ ເປັນຕົ້ນການດໍາເນີີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ໂດຍໄດ້ເລືອກຕັ້ງເອົາຄະນະບໍລິຫານພັກ ເພື່ອນໍາພາວຽກງານຂອງກະຊວງ; ການປັບປຸງກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ການສ້າງ ແລະ ປັບປຸງນິຕິກໍາ; ວຽກງານວິຊາສະເພາະມີຫຼາຍວຽກມີຄວາມຄືບໜ້າ ເປັນຕົ້ນການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ, ວຽກງານການບິນ, ຜັງເມືອງ, ນໍ້າປະປາ ກໍມີຜົນສໍາເລັດຫຼາຍດ້ານ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ສືບຕໍ່ມີບາດກ້າວຂະຫຍາຍຕົວ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກລະດັບດີຂຶ້ນເປັນກ້າວໆ. ພາຍໃຕ້ການນໍາພາຂອງພັກ, ການຊີ້ນໍາຂອງລັດຖະບານ, ການຕິດຕາມຊຸກຍູ້ຂອງສະພາແຫ່ງຊາດ ເຮັດໃຫ້ການກໍ່ສ້າງທາງລົດໄຟ ມີຄວາມຄືບໜ້າກ້າວເຂົ້າສູ້ຜົນສໍາເລັດ ແລະ ຈະໄດ້ນໍາໃຊ້ໃນທ້າຍປີ 2021 ນີ້ ຊຶ່ງໄດ້ສ້າງຄວາມປື້ມປິຕິຍິນດີຂອງປະຊາຊົນບັນດາເຜົ່າ, ເປັນໃບໜ້າໃໝ່ຂອງປະເທດຊາດ, ເປັນທ່າແຮງທາງດ້ານເສດຖະກິດໃນຕໍ່ໜ້າ. ໃນໂອກາດທີ່ສໍາຄັນ ຕາງໜ້າໃຫ້ສູນກາງພັກ, ສະພາແຫ່ງຊາດ ຂໍຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ຂອງຄະນະພັກ, ຄະນະນໍາ, ບັນດາຮາກຖານພັກ, ບັນດາກົງຈັກເສນາທິການ, ພະນັກງານ-ລັດຖະກອນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ພ້ອມພຽງເປັນຈິດໜຶ່ງໃຈດຽວ ເຮັດສໍາເລັດໜ້າທີ່ວຽກງານອັນສໍາຄັນ, ເຮັດໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ຄະນະພັກ ກໍຄືອໍານາດການປົກຄອງແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະກະຊວງໂຍທາທິການ ແລະ ຂົນສົ່ງ ຊຶ່ງເປັນກະຊວງທີ່ມີຄວາມສໍາຄັນ ແລະ ເປັນໃຈກາງໃນການກະຕຸກຊຸກຍູ້ ການສ້າງສາພັດທະນາເສດຖະກິດ-ສັງຄົມ ຈະຕ້ອງໄດ້ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນເປັນປຶກແຜ່ນ, ບຸກບືນສູ້ຊົນຈັດຕັ້ງປະຕິບັດບັນດາວຽກງານ ໃຫ້ບັນລຸຕາມແຜນການ ແລະ ມີປະສິດທິຜົນພາຍໃຕ້ວິໄສທັດ ທີ່ວ່າ: ພັດທະນາໂຍທາທິການ ແລະ ຂົນສົ່ງ ໃຫ້ເປັນປາຍແຫຼມ, ມີຈຸດສຸມ, ປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ. ​

ຂ່າວ-ພາບ: ບຸນຕອມ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com