Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກີ້ ເຮັງ ຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ໃນວັນທີ 19 ສິງຫາ 2021 ທີ່ສະພາແຫ່ງຊາດ.
ການພົບປະຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນດີທີ່ອົບອຸ່ນ ແລະ ມີຄວາມໝາຍຄວາມສໍາຄັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ກໍຄື ລະຫວ່າງ ສອງອົງການນິຕິບັດຍັດ ຂອງສອງປະເທດ.
ສອງຝ່າຍ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຊຶ່ງກັນ ແລະ ກັນ ທີ່ໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດກໍາປູເຈຍ ແລະ ປະທານສະພາແຫ່ງຊາດໃນໄລຍະທີ່ຜ່ານມາ, ພ້ອມທັງ, ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງແຕ່ລະປະເທດ ເປັນຕົ້ນສະພາບການທາງດ້ານການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ໃນປັດຈຸບັນ; ຮ່ວມກັນຕີລາຄາຄືນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກກໍາປູເຈຍ ຊຶ່ງປີນີ້ເປັນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດລາວ-ກໍາປູເຈຍ, ການຈັດຕັ້ງປະຕິບັດບັນດາເອກະສານ ແລະ ຂໍ້ຕົກລົງຕ່າງໆ
ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ລວມທັງຜົນການຕົກລົງຮ່ວມກັນ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທໍາ, ໃຫ້ມີການສືບຕໍ່ແລກປ່ຽນການຢ້ຽມຢາມ ຂອງ ຄະນະຜູ້ແທນຂັ້ນສູງ ຈົນຮອດຂັ້ນວິຊາການ ນັບແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນຢ່າງເປັນປົກກະຕິ.
ໃນໂອກາດນີ້, ສອງປະທານສະພາແຫ່ງຊາດ ລາວ ແລະ ກໍາປູເຈຍ ກໍໄດ້ຮ່ວມກັນທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ໂດຍໄດ້ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມື ລະຫວ່າງສອງສະພາແຫ່ງຊາດລາວ ແລະ ກໍາປູເຈຍ ຊຶ່ງສະແດງອອກ ມີການແລກປ່ຽນຢ້ຽມຢາມ ລະຫວ່າງ ສະພາປະຊາຊົນຂັ້ນແຂວງ ທີ່ມີຊາຍແດນຕິດຈອດນໍາກັນ, ມີການຈັດສໍາມະນາ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດດ້ານນິຕິບັນຍັດ, ມີການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນສານຊົມເຊີຍ ໃນໂອກາດວັນສໍາຄັນຂອງຊາດ; ໃນໄລຍະການລະບາດຂອງ ພະຍາດໂຄວິດ-19, ກໍໄດ້ມີການຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ມີການສະໜັບສະໜູນ ແລະ ຮ່ວມມືກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ໃນຕໍ່ໜ້າ, ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການພົວພັນຮ່ວມມື ນໍາກັນ ໂດຍມີການສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ທັງສອງອົງການນິຕິບັນຍັດໄດ້ລົງນາມ ຮ່ວມກັນ ໃນປີ 2019 ໃຫ້ໄດ້ຮັບໝາກຮັບຜົນຕົວຈິງ ແນໃສ່ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງສອງຊາດ ລາວ ແລະ ກໍາປູເຈຍ.
ໃນການພົບປະຄັ້ງນີ້, ທ່ານປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຊ່ວຍເຫຼືອອຸປະກອນການແພດທີ່ຈໍາເປັນ ເປັນຕົ້ນ ຜ້າອັດປາກ-ດັງ ຈໍານວນ 2 ລ້ານອັນ, ຊຸດ PPE ຈໍານວນ 20 ພັນ ຊຸດ ແລະ ອຸປະກອນ ອື່ນໆ ຈໍານວນໜຶ່ງ ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ. ສອງທ່ານປະທານສະພາແຫ່ງຊາດລາວ-ກໍາປູເຈຍ ໄດ້ອວຍພອນ ແລະ ເຊື້ອເຊີນກັນ ແລະ ກັນ ໄປຢ້ຽມຢາມສັນຖະວະໄມຕີ ຢ່າງເປັນທາງການ ໃນເວລາອັນເໝາະສົມ ຫາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ຜ່ອນຄາຍລົງ.
(ຂ່າວ: ສະພາແຫ່ງຊາດ, ພາບ: ສຳນານ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com