Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ນາຍົກລັດຖະມົນຕີ ເນັ້ນ 6 ບັນຫາສຳຄັນຕໍ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.
ໂອກາດທີ່ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຂົ້າຮ່ວມ ແລະ ໃຫ້ກຽດເປັນປະທານກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຂອງ ນວ ໃນວັນທີ 20 ສິງຫາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍຫຼັງທີ່ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ລາຍງານແຜນຜັນຂະຫຍາຍ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການປ້ອງກັນ, ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດ ແລະ ການປະກອບຄຳຄິດຄຳເຫັນຂອງບັນດາຂະແໜງການກ່ຽວຂ້ອງ; ທ່ານນາຍົກລັດຖະມົນຕີ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເພື່ອໃຫ້ອົງການປົກຄອງ ນວ ນັບແຕ່ການນໍາ ນວ, ການນຳຂັ້ນເມືອງ ຮອດບັນດານາຍບ້ານຕ່າງໆ ໃນຂອບເຂດ ນວ ໃຫ້ເຂົ້າໃຈເລິກເຊິ່ງຕໍ່ກັບວາລະແຫ່ງຊາດທັງ 2 ສະບັບດັ່ງກ່າວ ໂດຍເຖິງຄວາມໝາຍ, ຄວາມຈໍາເປັນ ລວມທັງເນື້ອໃນຂອງວາລະແຫ່ງຊາດ ເພື່ອເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຜ່ອນຄາຍລົງ ເປັນຕົ້ນການຮົ່ວໄຫຼຂອງລາຍຮັບງົບປະມານ ແລະ ບັນຫາການຄ້າຂາຍຢາເສບຕິດ ກໍໃຫ້ຫຼຸດລົງ. ກົນໄກການຈັດຕັ້ງປະຕິບັດຂອງວາລະແຫ່ງຊາດ ທັງ 2 ສະບັບ ໃຫ້ຈັດຕັ້ງບັນຊາ-ຊີ້ນຳແບບບັ້ນຮົບ ຊຶ່ງ ນວ ເປັນໃຈກາງໃນດ້ານຕ່າງໆຂອງຊາດ ຍ້ອນແນວນັ້ນຕ້ອງມີການຊີ້ນຳບັນຊາຢ່າງມີກົນໄກດ້ວຍ 3 ຫຼັກການໃຫຍ່ຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ກໍຄື ຮັບປະກັນຄວາມເຂັ້ມງວດ-ເດັດຂາດ, ຮັບປະກັນຄວາມໂປ່ງໃສ ແລະ ຮັບປະກັນຫຼັກການດ້ານວິທະຍາສາດ-ວິຊາການ ພ້ອມທັງໃຫ້ປະຊາຊົນ ກໍຄືພາກສ່ວນກ່ຽວຂ້ອງ ໄດ້ເຂົ້າມາມີສ່ວນຮ່ວມ.
ທ່ານນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ ອຳນາດການປົກຄອງແຕ່ລະຂັ້ນ ຂອງ ນວ ເອົາໃຈໃສ່ ບັນຫາສຳຄັນຄື:
1). ຕ້ອງມີຄວາມເປັນເອກະພາບສູງ ລະຫວ່າງ ການນຳ ກັບປະຊາຊົນ ໂດຍສະເພາະອຳນາດການປົກຄອງຂັ້ນຕ່າງໆ ຈຶ່ງຈະປະກອບສ່ວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ເປັນຢ່າງດີ.
2). ຕ້ອງມີຄວາມຮັບຜິດຊອບສູງ ໂດຍການເປັນເຈົ້າການ ບົນພື້ນຖານເຮັດແທ້ທຳຈິງ ໃຫ້ຕີຖອຍລັດທິຮູບການ ເພື່ອລົງເລິກແກ້ໄຂບໍ່ໃຫ້ມີການລາຍງານທີ່ມັກແກ້ຕົວ, ລາຍງານດອກໄມ້ ແຕ່ຕ້ອງພ້ອມກັນຈັດຕັ້ງປະຕິບັດທຸກວຽກງານຂອງວາລະແຫ່ງຊາດ ຕາມທີ່ໄດ້ຮັບການມອບໝາຍວຽກງານ ທີ່ໄດ້ຮັບການມອບາຍໃຫ້.
3). ຕ້ອງສຸມໃສ່ຈັດລຽງບຸລິມະສິດ ແລະ ເປັນເຈົ້າການອັນຮີບດ່ວນຕ້ອງໄດ້ຈັດຕັ້ງປະຕິບັດກ່ອນ ເປັນຕົ້ນແມ່ນ ນະໂຍບາຍປະຢັດ, ການຈຳກັດການຮົ່ວໄຫຼຂອງລາຍຮັບງົບປະມານ ຊຶ່ງເບື້ອງລັດກໍຕ້ອງຈັດຕັ້ງກ່ອນ ແລະ ຂັ້ນທ້ອງຖິ່ນ ກໍຕ້ອງແມ່ນ ນວ ເຮັດກ່ອນແຂວງອື່ນໆ.
4). ຕ້ອງສຸມໃສ່ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນຳເຂົ້າ ໂດຍການສົມທົບກັບ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຍູ້ແຮງການຜະລິດທີ່ມີທ່າແຮງ, ວາງແຜນການຜະລິດ ພ້ອມທັງຫັນຄ່ານິຍົມຈາກສັງຄົມບໍລິໂພກ ສູ່ສັງຄົມການຜະລິດ.
5). ຕ້ອງສຸມໃສ່ຂຶ້ນທະບຽນແຮງງານ, ຈັດສັນແຮງງານ ແລະ ປັບປຸງສີມືແຮງງານ ໂດຍໃຫ້ພະແນກພາຍໃນ ນວ ສົມທົບກັບກະຊວງແຮງງານ ແລະ ສະພາອຸດສາຫະກຳ ແລະ ການຄ້າ ນວ.
6). ຕ້ອງປັບປຸງກົນໄກການບໍລິຫານລັດຂັ້ນ ນວ, ເມືອງ ແລະ ບ້ານ ໃຫ້ເຂັ້ມແຂງ ມີການບຸກທະລຸວຽກງານ ຊຶ່ງຂັ້ນບ້ານແມ່ນສຳຄັນຫຼາຍ ແມ່ນຕ້ອງໄດ້ມີການຕິດຕາມຊຸກຍູ້ໃຫ້ຈັດຕັ້ງປະຕິບັດຢ່າງຈິງຈັງ.
(ຂ່າວ-ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com