Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ໄອ​ປາ ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫ​າເພື່ອກ້າວສູ່ປະຊາຄົມອາຊຽນ 2025

ເຜີຍ​ແຜ່​ໂດຍ​: ທ່ານ ທອງດຳ ມິໂຍລາ ເວ​ລາ: 23/08/2021 13:25:07 ຈຳ​ນວນ​​ຢ້ຽມ​ຊົມ 2190 ຄັ້ງ

ໃນວັນທີ 23 ສິງຫາ 2021 ທີ່ຫ້ອງປະຊຸມຄະນະປະຈຳສະພາແຫ່ງຊາດຫຼັງໃໝ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 42 ແບບທາງໄກ ຈັດໂດຍສະພານິຕິບັນຍັດ ແຫ່ງ ບຣູໄນ ດາຣູຊລາມ. ກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນໃນລະຫວ່າງວັນທີ 23-25 ສິງຫາ 2021 ພາຍໃຕ້ການເປັນປະທານຂອງທ່ານ ເປຮິນ ດາໂຕະ ຮາຈິ ອາດູນ ລາມັນ ຕາອິບ ປະທານສະພານິຕິບັນຍັດ ແຫ່ງ ບຣູໄນ ດາຣູຊາລາມ ປະທານກອງປະຊຸມໃຫຍ່ໄອປາ ຄັ້ງທີ 42.

ຈຸດປະສົງຂອງການເຂົ້າຮ່ວມກອງປະຊຸມຄັ້ງນີ້, ແມ່ນເພື່ອປະຕິບັດພັນທະ ແລະ ບົດບາດຂອງຕົນ ໃນຖານະທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ ເປັນສະມາຊິກສົມບູນຂອງອົງການສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ເພື່ອສະແດງຄວາມຄິດຄວາມເຫັນ ແລະ ແລກປ່ຽນທັດສະນະຕໍ່ບັນຫາຕ່າງໆຂອງພາກພື້ນ ກໍຄືຂອງໂລກ.

ກອງປະຊຸມໃຫຍ່ປະຈຳປີຄັ້ງນີ້, ໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລືແລກປ່ຽນຄວາມຄິດຄວາມເຫັນ ໃນຫົວຂໍ້: “ເຊື່ອມສານການຮ່ວມມືລັດຖະສະພາໃນການນຳໃຊ້ລະບົບດີຈີຕອນຢ່າງເທົ່າທຽມກັນເພື່ອກ້າວສູ່ປະຊາຄົມອາຊຽນ 2025 (Forging Parliamentary Cooperation In Digital Inclusion Towards Asean Community 2025)”.

ໃນພິທີເປີດກອງປະຊຸມໃຫຍ່ໄອປາຄັ້ງນີ້ ມີພະມະຫາກະສັດຊຸນຕານ ແຫ່ງ ບຣູໄນ ດາຣູຊາລາມໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາໄສເປີດກອງປະຊຸມຢ່າງເປັນທາງການ ໂດຍມີຄະນະຜູ້ແທນທີ່ນຳໂດຍປະທານລັດຖະສະພາຈາກປະເທດສະມາຊິກລັດຖະສະພາອາຊຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຫຼັງຈາກພິທີເປີດຢ່າງເປັນທາງການ, ຫົວໜ້າຄະນະຜູ້ແທນຂອງລັດຖະສະພາແຕ່ລະປະເທດສະມາຊິກໄອປາ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສຕໍ່ກອງປະຊຸມຕາມລຳດັບ ຊຶ່ງໃນໂອກາດນີ້  ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວປາໄສຕໍ່ກອງປະຊຸມຄົບຄະນະວາລະທີ 1 ໂດຍທ່ານໄດ້ຕີລາຄາສູງ ແລະ ສະໜັບສະໜູນຕໍ່ຄຳຂວັນຂອງກອງປະຊຸມໃຫຍ່ໄອປາຄັ້ງນີ້ ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນແມ່ບົດດີຈີຕອນອາຊຽນ 2025 ແລະ ແຜນປະຕິບັດງານອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ 2016-2025. ພ້ອມກັນນີ້, ທ່ານຍັງໄດ້ຕີລະຄາສະພາບການໃນພາກພື້ນ ກໍຄືໃນທົ່ວໂລກ ທີ່ພວມສືບຕໍ່ຜັນແປໄປຢ່າງສັບສົນ ແລະ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19, ໄພພິບັດທໍາມະຊາດ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສຸຂະພາບ, ການພັດທະນາເສດຖະກິດ-ສັງຄົມ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ. ໃນໂອກາດດຽວກັນນີ້, ທ່ານຍັງຍົກໃຫ້ເຫັນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX (2021-2025) ປະກອບດ້ວຍ 6 ເປົ້າໝາຍ ຊຶ່ງໃນນັ້ນລັດຖະບານໄດ້ເອົາໃຈໃສ່ສ້າງຍຸດທະສາດການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ນະໂຍບາຍແຫ່ງຊາດ ແລະ ກົດໝາຍໃນຂົງເຂດເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານຂອງ ສປປ ລາວ ເພື່ອຊຸກຍູ້ສົ່ງເສີມໃຫ້ແກ່ອົງການ ແລະ ຂະແໜງການຕ່າງໆໃນທົ່ວສັງຄົມ, ສາມາດນໍາໄປຜັນຂະຫຍາຍ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງ, ບໍລິຫານລັດ, ການບໍລິການດ້ານປົກຄອງ, ດ້ານສັງຄົມໃຫ້ປະຊາຊົນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວ ໂດຍສະເພາະທຸລະກິດຂະໜາດກາງ, ຂະໜາດນ້ອຍ, ຈຸລະວິສາຫະກິດ ແລະ ສະຕາດອັບມີຄວາມດຸ່ນດ່ຽງ ແລະ ສາມາດເຊື່ອມໂຍງເຂົ້າກັບເສດຖະກິດຂອງພາກພື້ນ ແລະ ຂອງໂລກ.

ທ່ານປະທານສະພາແຫ່ງຊາດແຫ່ງ ສປ ລາວ ຍັງໄດ້ຮຽກຮ້ອງໃຫ້ລັດຖະສະພາສະມາຊິກໄອປາ ສືບຕໍ່ຮັດແໜ້ນການຮ່ວມມືໃນການຊຸກຍູ້ສົ່ງເສີມການຄົ້ນຄວ້າ, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ເຊື່ອມສານການຮ່ວມມືລັດຖະສະພາໃນການນຳໃຊ້ ແລະ ເຂົ້າເຖິງລະບົບດີຈີຕອນຂອງທຸກຊັ້ນຄົນໃນສັງຄົມຢ່າງທົ່ວເຖິງ ແລະ ເທົ່າທຽມກັນ, ກ້າວສູ່ປະຊາຄົມອາຊຽນ, ສົ່ງເສີມການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນໃຫ້ມີສ່ວນຮ່ວມໃນວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ ພ້ອມທັງ, ຊຸກຍູ້ໃຫ້ລັດຖະບານປະເທດສະມາຊິກອາຊຽນ ຈັດຕັ້ງຜັນຂະຫຍາຍແຜນແມ່ບົດດ້ານດີຈີຕອນຂອງອາຊຽນ 2025 ແລະ ແຜນປະຕິບັດງານອາຊຽນດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ 2016-2025 ເຂົ້າໃນນະໂຍບາຍ ແລະ ລະບຽບກົດໝາຍຂອງແຕ່ລະປະເທດສະມາຊິກອາຊຽນ ໃຫ້ມີຄວາມສອດຄ່ອງກົມກຽວກັນ.

ກອງ​ປະ​ຊຸມ​ໃຫ​ຍ່​ຂອງ​ໄອ​ປາ​ຄັ້ງ​ນີ້ ຍັງ​ມີກອງປະຊຸມກຳມາທິການຕ່າງໆຂອງໄອປາຄື: ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ, ກຳມາທິການການເມືອງ, ກຳມາທິການເສດຖະກິດ, ກຳມາທິການສັງຄົມ ແລະ ກຳມາທິການວຽກງານພາຍໃນ ຂອງໄອປາຈະໄດ້ດຳເນີນຕາມວາລະຂອງກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ. ກອງປະຊຸມຍັງຈະໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ພິຈາລະນາຮັບຮອງເອົາຮ່າງມະຕິ ຈຳນວນ 28 ສະບັບ.

ຂ່າວ: ສະພາ, ພາບ: ສຳນານ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com