Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ສະມາ ຊິກພັກ ຄັ້ງທີ V ຂອງອົງຄະນະ ພັກ ຄະນະໂຄສະນາອົບຮົມ ສູນກາງພັກ (ຄອສພ) ໄດ້ຈັດຂຶ້ນ ແລະ ສຳເລັດຢ່າງຈົບງາມ ໃນວັນທີ 24 ສິງຫານີ້ ທີ່ຫ້ອງປະຊຸມໃຫຍ່ຂອງ ຄອສພ ໂດຍ ການເປັນປະທານຂອງສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາ ທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າ ຄອສພ, ມີ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາ ແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຄະນະພັກ-ສະມາຊິກພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະ ຊຸມຄັ້ງນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນ 7 ບັນຫາສຳຄັນໃຫ້ຄະນະພັກ, ສະມາຊິກພັກ ແລະ ພະນັກງານ ຄອສພ ເອົາໃຈໃສ່ຕື່ມ.
ກອງປະຊຸມຈັດຂຶ້ນພາຍໃຕ້ຄຳຂວັນ: “ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກ ແລະ ສະມາຊິກພັກ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສ້າງການຫັນປ່ຽນຢ່າງແຂງແຮງ ໃນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່”.
ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານຮ່າງລາຍງານການ ເມືອງ ຂອງຄະນະບໍລິຫານງານພັກ ຄອສພ ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຄອສພ ໃນໄລຍະ 5 ປີຜ່ານມາ (2016-2020) ໂດຍຍົກໃຫ້ເຫັນເຖິງຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ ອົງຄະນະພັກ ຄອສພ ໄດ້ມີຜົນສໍາເລັດໃນພາລະບົດບາດ ເປັນເສນາທິການໃຫ້ແກ່ສູນກາງພັກ ໃນການຄົ້ນຄວ້າແນວທາງ, ແຜນນະໂຍບາຍ ແລະ ນະໂຍບາຍໃນຂົງເຂດວຽກງານການເມືອງ-ແນວຄິດ ທີ່ໄດ້ມີການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຕົວຈິງ. ດ້ານວິຊາສະເພາະ ກໍໄດ້ເອົາໃຈໃສ່ນໍາພາປັບປຸງ ແລະ ມີຄວາມຄືບໜ້າໃນຫຼາຍດ້ານ ເຊັ່ນ: ວຽກງານໂຄສະນາ ໄດ້ສ້າງ ແລະ ປັບປຸງເອກະສານປາຖະກະຖາຕ່າງໆ ໃຫ້ມີເນື້ອໃນເລິກເຊິ່ງ ແລະ ມີຊີວິດຊີວາຂຶ້ນຕື່ມ; ວຽກງານອົບຮົມ ໄດ້ສືບຕໍ່ສ້າງ ແລະ ປັບປຸງເອກະສານສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບແນວທາງນະໂຍບາຍຂອງພັກ-ລັດ; ວຽກງານສັງລວມ ແລະ ຫາງສຽງສັງຄົມ ໄດ້ເອົາໃຈໃສ່ສະຫຼຸບສັງລວມສະພາບແນວຄິດ, ຫາງສຽງສັງຄົມຈາກບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ພ້ອມທັງເປັນເສນາທິການໃນການຈັດກອງປະຊຸມປະສານຂ່າວປະຈຳອາທິດ, ລວມທັງການຮັບຟັງການລາຍງານສ່ອງແສງສະພາບແນວຄິດ-ຫາງສຽງສັງຄົມເພື່ອລາຍງານຂັ້ນເທິງເພື່ອມີທິດຊີ້ນຳແກ້ໄຂບັນຫາຕ່າງໆຢ່າງທັນການ; ວຽກງານຂໍ້ມູນຂ່າວສານ ໄດ້ເອົາໃຈໃສ່ປັບປຸງເນື້ອໃນ, ຮູບແບບ, ເຕັກນິກວິຊາການ, ສະໜອງຂໍ້ມູນຂ່າວສານຮັບໃຊ້ວຽກງານການເມືອງ-ແນວຄິດ, ວຽກງານໂຄສະນາອົບຮົມໃນຂອບເຂດທົ່ວປະເທດຢ່າງວ່ອງໄວ ແລະ ທັນການ.
ວຽກງານພັກ-ພະນັກງານ ໄດ້ຮັບການປັບປຸງຍົກລະດັບຢ່າງຕໍ່ເນື່ອງ ແລະ ມີຄວາມເຂັ້ມ ແຂງເປັນກ້າວໆ; ວຽກງານກວດ ກາ ແລະ ປ້ອງກັນພັກ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ເປັນກຳ ລັງແຮງໃຫ້ຄະນະພັກ ໃນການກໍ່ສ້າງ ແລະ ປັບປຸງພັກຕາມທິດປອດໃສ, ເຂັ້ມແຂງ, ໜັກແໜ້ນ. ສະຫາຍ, ຍັງໄດ້ຍົກໃຫ້ເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ຜ່ານທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນການນຳພາຂອງຄະນະພັກ ຄອສພ ໃນ 5 ປີ ຕໍ່ໜ້າ (2021-2025).
ຈາກນັ້ນສະຫາຍ ນາງ ວິລະວອນ ພັນທະວົງ ຄະນະບໍລິຫານງານພັກ ຮອງຫົວໜ້າ ຄອສພ ຜ່ານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2021-2025) ແລະ ຍຸດທະ ສາດຮອດປີ 2030.
ກອງປະຊຸມຍັງໄດ້ຜ່ານຮ່າງບົດສຳຫຼວດການນຳພາ ຂອງອົງຄະນະພັກ ຄອສພ ຊຸດທີ IV ແລະ ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຄອສພ ຊຸດໃໝ່ ຊຶ່ງມີຜູ້ລົງສະໝັກຮັບເລືອກຕັ້ງ 11 ສະຫາຍ ຍິິງ 4 ສະຫາຍ, ເລືອກເອົາ 9 ສະຫາຍ ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະ ຖົມລືກຂອງຄະນະບໍລິຫານງານພັກ ຄອສພ ຊຸດທີ V ໄດ້ເລືອກເອົາ ສະຫາຍ ຄໍາພັນ ເຜີຍຍະວົງ ເປັນເລຂາຄະນະບໍລິຫານງານພັກ ຄອສພ, ສະຫາຍ ລາວປາວຊົງ ນະວົງໄຊ ແລະ ສະຫາຍ ນາງ ວິລະວອນ ພັນທະວົງ ເປັນຮອງເລຂາຄະ ນະບໍລິຫານງານພັກ ຄອສພ ແລະ ເລືອກເອົາ ສະຫາຍ ນາງ ວິລະວອນ ພັນທະວົງ ເປັນປະ ທານກວດກາ, ສະຫາຍ ອານົງສັກ ອິນທະວົງ ແລະ ສະຫາຍ ສະຫວ່າງ ດາລາແສນ ເປັນ ຮອງປະທານກວດກາ.
ສະຫາຍ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເພື່ອເປັນທິດຊີ້ນຳແກ່ຄະນະພັກ ແລະ ພະນັກງານໂຄສະນາອົບຮົມສູນກາງພັກ ໂດຍ ສະຫາຍໄດ້ເນັ້ນ 7 ບັນຫາສຳຄັນຄື:
1. ສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເປັນຕົ້ນແມ່ນ ການເຜີຍແຜ່ເນື້ອໃນ ຂອງມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຊຶ່ງໄດ້ເລີ່ມມີໜໍ່ແໜງການຫັນປ່ຽນໃນແບບວິທີການເຜີຍແຜ່ມາແລ້ວ ແລະ ເອກະສານ ທີ່ກົມການ ເມືອງສູນກາງພັກມອບໃຫ້ບັນດາສະຫາຍກະກຽມເຜີຍແຜ່ອົບຮົມໃນຮູບແບບໃໝ່ ໄດ້ເກີດຂຶ້ນແລ້ວ, ຂໍໃຫ້ສືບຕໍ່ປັບປຸງປ່ຽນແປງ ໄປຕາມແຕ່ລະເປົ້າໝາຍ ແລະ ສົມບູນ ແທດຕົວຈິງກັບກາລະເທສະ;
2. ຢາກເຮັດວຽກງານສຶກສາອົບຮົມໃຫ້ມີຄຸນນະພາບສູງ, ບັນດາສະຫາຍຕ້ອງກຳໄດ້ແນວຄິດຈິດໃຈ, ຈິດຕະສາດ, ຄວາມຂັດຂ້ອງໝອງໃຈ, ຄວາມມຸ່ງມາດປາຖະໜາ ຂອງປະ ຊາຊົນ ແລະ ຊັ້ນຄົນຕ່າງໆໃນ ສັງຄົມ ໃຫ້ເລິກເຊິ່ງ. ຈາກນັ້ນ, ກໍຮີບຮ້ອນຈັດສັນເນື້ອໃນແນວ ທາງ ແລະ ແບບແຜນສຶກສາອົບຮົມ ແລະ ເປົ້າໝາຍຕ່າງໆໃຫ້ຖືກຕ້ອງ ສອດຄ່ອງກັບຈຸດພິເສດນັ້ນໆ;
3. ເພື່ອຕອບຕ້ານບັນດາກົນອຸບາຍ, ເລລ່ຽມ ຂອງກຸ່ມຄົນທີ່ບໍ່ຫວັງດີ, ຜູ້ເຮັດວຽກໃນແນວຮົບ ແນວຄິດ ຕ້ອງກຳໄດ້ຈຸດພິເສດ, ຈຸດອ່ອນ, ຈຸດແຂງ ຂອງພວກເຂົາເຫຼົ່ານັ້ນ ເມື່ອມີແຜນຮັບມືຢ່າງເດັດດ່ຽວ, ຖືກຕ້ອງ, ເໝາະ ສົມຕາມສະຖານະການ, ໃນນັ້ນ, ຕ້ອງທັນການ, ແຕ່ຕ້ອງ ເຕັມໄປດ້ວຍຄວາມຮອບຄອບ, ແນບນຽນ, ແຫຼມຄົມ, ຖືກເປົ້າໝາຍ ແລະ ກ້າວໄປເຖິງ ໃຫ້ຮັກ ສາໄດ້ສະຖຽນລະພາບທາງ ດ້ານ ການເມືອງ, ຄວາມສະ ຫງົບ, ຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ;
4. ຕໍ່ວຽກງານໂຄສະນາ ການອອກແບບໂຄສະນາດ້ວຍ ຫຼາຍຮູບຫຼາຍສີ, ແຕ່ໃຫ້ຮັບ ປະກັນຄວາມເລິກເຊິ່ງ, ກວ້າງ ຂວາງ ແມ່ນມີຄວາມ ຈໍາເປັນໃນສັງຄົມປັດຈຸບັນ. ພວກເຮົາສາມາດນໍາໃຊ້ສື່ມວນຊົນ ຢ່າງ ກວ້າງຂວາງ ແລະ ຫຼາກຫຼາຍທີ່ເປັນພາຫະນະສໍາຄັນ ທີ່ສັງຄົມຕ້ອງການທີ່ເປັນຊີວິດປະຈໍາວັນຂອງເຂົາເຈົ້າຢູ່ນັ້ນ ໃຫ້ມີຫຼາຍຮູບຫຼາຍສີກວ່າເກົ່າ. ນອກນັ້ນ, ກໍມີການຈັດປາຖະກະຖາ, ສໍາມະນາຜ່ານອົງການຈັດຕັ້ງຕ່າງໆ, ສ້າງເປັນເອກະສານໂຄສະນາ, ອົບຮົມ ທີ່ມີເນື້ອໃນເລິກເຊິ່ງ ແຕ່ໃຫ້ມີຊີວິດຊີວາ ທີ່ດຶງດູດຄວາມສົນໃຈ ຂອງແຕ່ ລະເປົ້າໝາຍ. ຖ້າເປັນໄປໄດ້ ຂ້າພະເຈົ້າສະເໜີໃຫ້ຄະນະໂຄ ສະນາອົບຮົມມີພາຫະນະເປັນສື່ທີ່ຂຶ້ນກັບຕົນເອງ ເຊັ່ນ: ໜັງສືພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ວາລະສານຕ່າງໆ ລວມທັງສ້າງເງື່ອນໄຂໃຫ້ສາມາດນໍາໃຊ້ສື່ອອນລາຍ ໃຫ້ເປັນຂອງຕົນເອງ ທີ່ເປັນປະໂຫຍດ ໃນການເຮັດໜ້າທີ່ເປັນພາຫະ ນະໃນການໂຄສະນາອົບຮົມ;
5. ຄະນະໂຄສະນາອົບຮົມສູນກາງພັກ ຕ້ອງເປັນເຈົ້າການປະສານ ສົມທົບກັບຄະນະສະພາທິດສະດີສູນກາງພັກ, ສະຖາບັນຕ່າງໆ ສືບຕໍ່ ຄົ້ນຄວ້າທາງດ້ານທິດສະດີ ແລະ ສະຫຼຸບພຶດຕິກໍາ ຂອງພັກ; ພົວພັນ ໃກ້ຊິດ, ແລກປ່ຽນບົດຮຽນທາງດ້ານທິດສະດີ ແລະ ພຶດຕິກໍາ ກັບບັນດາພັກອ້າຍນ້ອງ ເພື່ອຊ່ວຍກົມການເມືອງ, ຄະນະບໍລິຫານງານສູນກາງພັກ ວາງແນວທາງນະໂຍບາຍຂອງພັກ ໃນຊຸມປີຕໍ່ຫໜ້ານີ້, ໃຫ້ຖືກຕ້ອງສອດຄ່ອງກັບສະພາບການແຫ່ງຄວາມຮຽກຮ້ອງຕ້ອງການ ທີ່ແທ້ຈິງ;
6. ປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງ ຂອງຄະນະໂຄສະນາອົບຮົມສູນກາງພັກຄືນໃໝ່ໃຫ້ກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ, ສົມຄູ່ກັບ ບົດ ບາດ ແລະ ຄວາມສໍາຄັນຂອງວຽກງານໃນໄລຍະໃໝ່.
7. ເພີ່ມທະວີການຄຸ້ມຄອງດ້ານລະບຽບວິໄນ ຢູ່ພາຍໃນການຈັດຕັ້ງ ຂອງອົງຄະນະພັກ ຕິດພັນກັບການສະກັດກັ້ນ ຕີຖອຍບັນດາປະກົດການຫຍໍ້ທໍ້ ໄປຄຽງຄູ່ກັບຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານ-ສະມາຊິກພັກ ເປັນກຸນແຈສຳຄັນໃຫ້ແກ່ການຮັບປະກັນໜ້າວຽກ ທີ່ວາງໄວ້ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ, ຕໍ່ເນື່ອງ, ແຂງແຮງ, ເປົ້າໝາຍໜຶ່ງ ທີ່ສໍາຄັນທີ່ຜູ້ເຮັດ ວຽກໂຄສະນາອົບຮົມ, ເຮັດວຽກຄົ້ນຄວ້າທິດສະດີ ແລະ ພຶດຕິກໍານັ້ນ, ແມ່ນການຫັນປ່ຽນຄວາມຄິດ, ຫັນປ່ຽນຄ່ານິຍົມ ແລະ ຫັນປ່ຽນວິຖີຊີວິດຂອງຄົນ, ຂອງສັງຄົມ ໃນຍຸກແຫ່ງການປ່ຽນແປງໃໝ່ ຫຼື ຍຸກໂຄວິດ-19 ຫຼື ຫຼັງຈາກນີ້ຕໍ່ໄປ ໃຫ້ກ້າວໜ້າຕໍ່ໄປ, ສິ່ງສໍາຄັນທີ່ສຸດ ແມ່ນຄ່າ ນິຍົມຂອງສັງຄົມ-ຂອງຊາວໜຸ່ມວຽກງານໂຄ ສະນາອົບຮົມເຮົາຈະຮັບມື ແລະ ກະທົບໃສ່ແນວໃດ.
(ຂ່າວ-ພາບ: ສຸກສະຫວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
19/05/2020 10:11:43
01/11/2020 12:08:51
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com