Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ (ພບ) ໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງສະຫຼຸບການຈັດຕັ້ງ ປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີຄັ້ງທີ VIII (2016-2020)ທີ່ຈັດຂຶ້ນໃນຕອນເຊົ້າທີ 4 ກຸມພາທີ່ຫໍປະຊຸມແຫ່ງຊາດນີ້ວ່າ : ທົ່ວປະເທດມີແຫຼ່ງຜະລິດພະລັງງານໄຟຟ້າແລ້ວທັງໝົດ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ, ນອກຈາກນີ້ພວກເຮົາຍັງມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 5 ແຫ່ງ, ໂຄງການພະລັງງານລົມ 4 ໂຄງການ.
ຄຽງຄູ່ກັນນີ້ການພັດທະ ນາລະບົບສາຍສົ່ງກໍ່ໄດ້ດຳເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າມີຄວາມຍາວທັງໝົດ 65.563 ກິໂລແມັດ, ມີສະຖານີໄຟຟ້າ 71 ແຫ່ງ, ສຳລັບການສົ່ງອອກໄປຈຳໜ່າຍຕ່າງປະເທດສາມາດບັນລຸໄດ້ 6.457 ເມກາວັດໃນນີ້ໄດ້ສົ່ງອອກໄປປະເທດໄທ 5.620 ເມກາວັດຄາດວ່າຮອດປີ 2022 ຈະສົ່ງຕື່ມອີກ 2 ໂຄງການຄື : ໂຄງການນໍ້າເທີນ 1 ສົ່ງອອກ 520 ເມກາວັດ ແລະ ນໍ້າງື່ມ 3 ສົ່ງອອກ 480 ເມກາວັດ ແລະ ຈະສືບຕໍ່ເຈລະຈາຊື້-ຂາຍໄຟຟ້າແບບລັດຖະບານຕໍ່ລັດຖະບານ ຊຶ່ງຮອດປີ 2020-2030 ໃຫ້ໄດ້ຄົບ 9.000 ເມກາວັດ.
ຂາຍໄປປະເທດຫວຽດ ນາມ 570 ເມກາວັດ ຊຶ່ງປະ ກອບມີໂຄງການເຂື່ອນໄຟຟ້າເຊຂະໝານ 1 ແລະ ເຊຂະໝານ 3 ແລະ ໃນວັນທີ 4/1/2020 ທີ່ຜ່ານມາໄດ້ມີການເຊັນສັນຍາຊື້-ຂາຍອີກຕື່ມ 5 ໂຄງການຄື ນໍ້າກົງ 2, ກົງ 3, ນໍ້າອີມູນ, ນໍ້າຊັນ 3A ແລະ 3B, ກໍາລັງຕິດຕັ້ງລວມ 363 ເມກາວັດ ຊຶ່ງແຜນການຊື້-ຂາຍພະລັງງານໄຟຟ້າກັບຫວຽດນາມແມ່ນຮອດປີ 2020 ແມ່ນໃຫ້ໄດ້ 1.000 ເມກາວັດ, 2025 ໃຫ້ໄດ້ 3.000 ເມກາວັດ ແລະ ຮອດ 2030 ໃຫ້ໄດ້ 5.000 ເມກາວັດ.
ການຂາຍໄຟຟ້າໄປຍັງປະ ເທດມຽນມາ: ປັດຈຸບັນ ໄດ້ສົ່ງອອກແລ້ວ ຜ່ານສາຍສົ່ງ 22 kV ຈໍານວນ 10 ເມກາວັດ. ຄາດວ່າ ຮອດປີ 2020 ຈະສົ່ງເພີ່ມອີກ 20 ເມກາວັດ. ຮອດປີ 2023 ຈະສົ່ງໃຫ້ໄດ້ 100 ເມກາວັດ ແລະ ຮອດປີ 2025 ຈະສົ່ງໃຫ້ໄດ້ 300 ເມກາວັດ.
ການເຊື່ອມໂຍງ ແລະ ຈໍາໜ່າຍໄປຍັງຕະຫຼອດອາຊຽນ: ໃນກຸ່ມປະເທດອາຊຽນ ຊຶ່ງ ສປປ ລາວ ຂອງພວກເຮົາ ແມ່ນປະເທດ ທຳອິດທີ່ໄດ້ລິເລີ່ມ ສົ່ງຂາຍໄຟຟ້າແບບເຊື່ອມໂຍງໃນກຸ່ມປະເທດ ອາຊຽນ ຫຼື ການເຊື່ອມໂຍງກັບພາກພື້ນ. ປັດຈຸບັນ ໄດ້ສົ່ງອອກແລ້ວ 100 ເມກາວັດ ໂດຍຜ່ານປະເທດໄທ (ລາວ-ໄທ-ມາເລເຊຍ) ຊຶ່ງ ຮອດປີ 2020 ຈະສົ່ງໃຫ້ໄດ້ 300 ເມກາວັດ. ພ້ອມດຽວກັນນີ້ ສືບຕໍ່ເຈລະຈາຊື້-ຂາຍ ແລະເຊື່ອມໂຍງໄປຮອດປະເທດ ສິງກະໂປ.
ພິເສດໃນວັນທີ 12/9/ 2019 ທີ່ຜ່ານມານີ້, ພວກເຮົາໄດ້ບັນລຸການເຊັນບົດບັນທຶກຄວາມເຂົ້າໃຈ ໃນການຮ່ວມມືພັດທະນາພະລັງງານໄຟຟ້າຮ່ວມກັບປະເທດກຳປູເຈຍແຕ່ນີ້ຮອດປີ 2030 ຈຳນວນ 6.000 ເມກາວັດ ແລະ ໃນວັນທີ 7/1/2020 ທີ່ຜ່ານມາ ກໍໄດ້ມີການສົ່ງພະລັງງານໄຟຟ້າໃຫ້ແກ່ ກໍາປູເຈຍຈໍານວນ 195 ເມກາວັດ ຈາກໂຄງການດອນສະໂຮງ. ໃນເດືອນ 3 ປີ 2020 ຈະສົ່ງອີກ 100 ເມກາວັດ. ແຕ່ 2020 ຫາ 2027 ຈະສົ່ງອອກໃຫ້ໄດ້ອີກ 2.900 ເມກາວັດ ຄືຈາກໂຄງການເຂື່ອນໄຟຟ້ານໍ້າຕົກ 500 ເມກາວັດ ແລະ ຈາກໂຄງການໄຟຟ້າຖ່ານຫີນ 2.400 ເມກາວັດ ແລະ ຈະໃຫ້ຄົບຕາມຈໍານວນ 6.000 ເມັກກາວັດ ໃນປີ 2030. ການຂາຍໄຟຟ້າ ແລະ ສົ່ງອອກໄປຍັງປະເທດກໍາປູເຈຍເປັນຜົນສໍາເລັດ ແລະ ຂີດໝາຍອັນສໍາຄັນທີ່ມີລັກສະນະຍຸດທະສາດເພາະມັນເປັນການເປີດຕະຫຼາດພະລັງງານຂອງປະເທດເຮົາໃຫ້ກວ້າງຂຶ້ນ ແລະ ສາມາດສ້າງຍຸດທະສາດຕະຫຼາດສົ່ງອອກຮອບດ້ານໃຫ້ແກ່ປະເທດຂອງພວກເຮົາ.
ຜົນສຳເລັດທີ່ສຳຄັນອີກອັນໜຶ່ງກໍແມ່ນພວກເຮົາໄດ້ເອົາໃຈໃສ່ວຽກງານພັດທະນາໄຟຟ້າໄປສູ່ຊົນ ນະບົດ, ໄປສູ່ເຂດພູດອຍ, ຫ່າງໄກສອກຫຼີກ, ເຂດທີ່ເປັນພື້ນຖານຂອງການປະຕິວັດໃນໄລຍະຕໍ່ຕ້ານ, ໂດຍສະເພາະແມ່ນໄດ້ຖືເອົາວຽກງານດັ່ງກ່າວຕິດພັນຢ່າງສະໜິດແໜ້ນກັບການປະຕິບັດຍຸດທະສາດການ ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງຊຶ່ງມາຮອດປັດຈຸບັນນີ້, ສາມາດສະໜອງໄຟຟ້າຮັບໃຊ້ໄດ້ 100% ຂອງເທດສະບານແຂວງ, ນະຄອນຫຼວງ, 100% ຂອງເທດສະບານເມືອງ, ນະຄອນ, ຈຳນວນບ້ານທີ່ໄດ້ຊົມໃຊ້ໄຟຟ້າແລ້ວກວມເຖິງ 90 % ຂອງຈຳນວນບ້ານໃນທົ່ວປະເທດ ແລະ ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແບບຖາວອນແລ້ວກວມເຖິງ 95 % ຂອງຈຳນວນຄອບຄົວໃນທົ່ວປະເທດ.
ຄຽງຄູ່ກັບຜົນສຳເລັດໃນ ການພັດທະນາດ້ານພະລັງ ງານ, ວຽກງານບໍ່ແຮ່ກໍໄດ້ຮັບ ການພັດທະນາ ຊຶ່ງມີຜົນສຳ ເລັດທີ່ດີ ແລະ ສາມາດບັນລຸຄາດໝາຍທີ່ວາງໄວ້ຊຶ່ງມາຮອດປັດຈຸບັນໄດ້ອະນຸຍາດໃຫ້ບໍລິສັດລົງທຶນໃນກິດຈະການທໍລະນີສາດແລະບໍ່ແຮ່ ແລ້ວ ທັງໝົດ 193 ບໍລິສັດ. ໃນນັ້ນປະຕິບັດວຽກງານ ຊອກຄົ້ນ ແລະ ສໍາຫຼວດແຮ່ທາດ 69 ບໍລິສັດ, ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ 43 ບໍລິສັດ ແລະ ດໍາເນີນການຂຸດຄົ້ນແຮ່ທາດ 81 ບໍລິສັດ.
ຜ່ານການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ VIII ໃນຊຸມປີທີ່ຜ່ານມາພວກເຮົາສາມາດຕີລາຄາ ແລະ ຢັ້ງຢືນໄດ້ວ່າ : ການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແມ່ນເຮັດໄດ້ຖືກຕ້ອງຕາມທິດທາງ, ແຜນນະໂຍບາຍປ່ຽນແປງໃໝ່ຂອງພັກ ແລະ ກົດໝາຍ ຂອງລັດຊຶ່ງໃນໄລຍະ 5 ປີຜ່ານມາຂະ ແໜງພະລັງງານ ແລະ ບໍ່ແຮ່ໄດ້ປະກອບສ່ວນພັນທະຕໍ່ງົບ ປະມານຂອງລັດຖະບານເຖິງ 1.754 ລ້ານ ໂດລາ, ໃນນັ້ນຈາກຂະແໜງການພະລັງງານ 1.020 ລ້ານ ໂດລາ ແລະ ຈາກຂະແໜງການບໍ່ແຮ່ 734 ລ້ານ ໂດລາ, ເປັນການປະກອບສ່ວນຕໍ່ GDP ປະມານ 16%, ເຫັນໄດ້ວ່າຂະແໜງການຂອງພວກເຮົາເປັນຜູ້ເຮັດພາລະບົດບາດທີ່ສໍາຄັນທີ່ສຸດຂະແໜງການໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.
ກອງປະຊຸມເປີດກວ້າງຈະໄດ້ດຳເນີນເປັນເວລາ 2 ວັນ ໂດຍໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປະກອບຄຳເຫັນ ແລະ ປຶກສາຫາລືບັັນດາ ເນື້ອໃນ, ວຽກງານ ທີ່ສຳຄັນດັ່ງນີ້:
1. ສະຫຼຸບສະພາບການ ຈັດຕັ້ງປະຕິບັດແຜນພັດວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ VIII (2016-2020) ແລະ ຄາດຄະເນແຜນ ພັດວຽກງານພະລັງງານ ແລະ ບໍ່ແຮ່ໄລຍະ 5 ປີຄັ້ງທີ 9 (2020-2025).
2. ສະຫຼຸບສະພາບການລົງ ທຶນຂອງພາກລັດ ແລະພາກ ເອກະຊົນໃນຂະແໜງພະລັງ ງານ ແລະ ບໍ່ແຮ່ ແລະ ສິ່ງທ້າ ທາຍໃນຕະຫຼາດສົ່ງອອກພະລັງ ງານຂອງສປປລາວ.
3. ປຶກສາຫາລື ແລະ ປະກອບຄຳເຫັນເຂົ້າໃສ່ການປັບປຸງໂຄງສ້າງລາຄາໄຟຟ້າໃນໄລຍະໃໝ່.
4. ປຶກສາຫາລືກ່ຽວກັບການກຳນົດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ແບບເຊື່ອມສານ, ການກຳນົດແຜນພະລັງງານ.
5. ປຶກສາຫາລືກ່ຽວກັບຫົວໜ່ວຍລາຄາກາງການກໍ່ສ້າງລະບົບສາຍສົ່ງ, ຕາຂ່າຍ ແລະ ໝໍ້ແປງ.
6. ສິ່ງທ້າທາຍໃນການພັດທະນາພະລັງງານທົດແທນ.
7. ສະຫຼຸບສະພາບການກວດສອບ ແລະ ກວດກາຄວາມປອດໄພຂອງເຂື່ອນໄຟຟ້າໃນໄລຍະທີ່ຜ່ານ ມາ.
8. ສະພາບດໍາເນີນທຸລະກິດຂອງລັດວິສາຫະກິດໄຟຟ້າໃນໄລຍະຜ່ານມາ.
9. ສະພາບລວມໃນການພັດທະນາຂະແໜງທໍລະນີສາດ-ບໍ່ແຮ່ໃນໄລຍະຜ່ານມາ ແລະ ແຜນພັດທະນາໄລຍະ 5 ຫາ 10 ຕໍ່ໜ້າ.
ນອກຈາກນີ້, ພວກເຮົາຍັງໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ຕົກລົງວຽກງານອື່ນໆອີກຈຳນວນໜຶ່ງ ແລະ ປຶກສາຫາລື ແລະ ຫາມາດຕະການແກ້ໄຂຂໍ້ຄົງຄ້າງທີ່ພວກເຮົາບໍ່ສາມາດປະຕິບັດໄດ້ໃນໄລຍະ 5 ປີຜ່ານມາ, ເພື່ອສືບຕໍ່ວາງຍຸດທະສາດ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ ໃຫ້ຖືກທິດ ແລະ ສືບຕໍ່ແກ້ໄຂໃຫ້ຂາດຕົວໃນແຜນ IX ໄລຍະ 2021-2025.
(ຂ່າວ-ພາບ : ສຸກສາຄອນ)
19/05/2020 10:11:43
05/02/2020 09:03:10
23/09/2020 09:29:31
24/01/2020 09:49:25
05/02/2020 09:09:59
12/08/2020 11:39:01
28/01/2020 09:23:24
18/02/2020 17:36:57
13/03/2020 09:53:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com