Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສປປ.ລາວ ນໍາເອົາຈຸດເດັ່ນທີ່ເປັນສະເ​ໜ່ ແລະ ເອກະລັກຂອງຕົນອອກສູ່ໂລກ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 08/09/2021 15:51:38 ຈຳ​ນວນ​​ຢ້ຽມ​ຊົມ 380 ຄັ້ງ

 

                   ໂດຍ: ກອງ​ເລ​ຂາ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ

  ປີນີ້ ເປັນປີຄົບຮອບ 30 ປີຂອງການພົວພັນສົນທະນາລະຫວ່າງຈີນ-ອາຊຽນ, ຄົບຮອບ 60 ປີ ສາຍພົວພັນການທູດຈີນ-ລາວ ແລະ "ປີມິດຕະພາບຈີນ-ລາວ". ເນື່ອງໃນໂອກາດສໍາຄັນຕ່າງໆ ສປປ.ລາວ ຈະນໍາເອົາຈຸດເດັ່ນທີ່ເປັນເອກະລັກ ແລະ ມີສະເໜ່ຂອງຕົນອອກສູ່ໂລກ.

ສປປ.ລາວ ເປັນປະເທດດຽວທີ່ບໍ່ມີທາງອອກສູ່ທະເລໃນອາຊຽນ ແລະ ເສດຖະກິດຂອງລາວເຄີຍຊ້າລົງ ເນື່ອງຈາກຫຍຸ້ງ​ຍາກ​ໃນ​ການສັນຈອນ ແລະ ພື້ນຖານອຸດສາຫະກຳຍັງບໍ່ແຂງແຮງ. ແນວໃດກໍ່ຕາມນັບຕັ້ງແຕ່ມີແນວ​ທາງ​ປ່ຽນ​ແປງ​ໃໝ່ ປີ 1986, ສປປ.ລາວ ໄດ້ດໍາເນີນການເປີດປະ​ເທດ ແລະ ໄດ້ຮັບຜົນສໍາເລັດຫຼາຍ​ດ້ານໃນການພັດທະນາເສດຖະກິດ-ສັງຄົມ. ໂດຍສະເພາະຫຼັງຈາກເຂົ້າເປັນສະມາຊິກອາຊຽນໃນປີ 1997, ສປປ.ລາວ ໄດ້ຂະຫຍາຍພື້ນທີ່ການຮ່ວມມືດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ໃນການພັດທະ ນາເສດຖະກິດພາກພື້ນ ແລະ ໄດ້ພັດທະນາເທື່ອລະກ້າວ ກາຍເປັນໜຶ່ງໃນປະເທດທີ່ມີການພັດທະນາເສດ ຖະກິດໄວທີ່ສຸດ.

ໃນຂະນະດຽວກັນ, ດ້ວຍການພັດທະນາເສດຖະກິດ-ສັງຄົມ ຢ່າງຕໍ່ເນື່ອງ, ສປປ.ລາວຍັງມີຄວາມຕ້ອງການການລົງທຶນຈາກຕ່າງປະເທດຢ່າງຮີບດ່ວນ. ໃນສະພາບການນີ້, ວິທີການປົດ​ລັອກ​ປະ​ເທດ​ທີ່​ດີ​ຄື​ປ່ຽນ​ຈາກ​ປະ​ເທດ​ແລນ​ລັອກ​ເປັນ​ແລນ​ລິ້ງ ແລະ ພັດທະນາການພົວພັນກັບປະເທດໃກ້ຄຽງ ໄດ້ກາຍເປັນບູລິມະສິດອັນດັບໜຶ່ງຂອງລັດຖະບານລາວ. ຈີນ, ໃນຖານະເປັນເພື່ອນບ້ານໃກ້ຄຽງທີ່ດີ, ມີສາຍພົວພັນກັບລາວດ້ວຍພູຜາ ແລະ ແມ່ນໍ້າ. ໃນຊຸມປີມໍ່ມານີ້, ພາຍໃຕ້ການຊຸກຍູ້ຢ່າງເລິກເຊິ່ງຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ແລະ ການກໍ່ສ້າງເຂດການຄ້າເສລີຈີນ-ອາຊຽນ, ສປປ.ລາວ ໄດ້ເລັ່ງຄວາມໄວຂອງການຮ່ວມມືກັບຈີນ ແລະ ການຮ່ວມມືສອງຝ່າຍ ທີ່ມີ​ໝາກຜົນອັນຕັ້ງໜ້າ.

ຜົນງານກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ແມ່ນເປັນໜ້າປະທັບໃຈຫຼາຍ. ສະຖິ ຕິສະແດງໃຫ້ເຫັນວ່າ ປະລິມານການຄ້າສອງຝ່າຍລະຫວ່າງ ສ​ປ.ຈີນ ແລະ ສປປ.ລາວ ບັນລຸ 3,55 ຕື້ໂດລາໃນປີ 2020 ແລະ ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບສອງຂອງລາວ. ຂະນະດຽວກັນ, ການລົງທຶນຂອງຈີນຢູ່ລາວໄດ້ເພີ່ມຂຶ້ນ ເຖິງວ່າຈະມີສະຖານະການທີ່ບໍ່ດີກໍ່ຕາມ, ດ້ວຍການເພີ່ມຂຶ້ນ 8,9% ຕໍ່ປີ ມາເປັນ 1,24 ຕື້ໂດລາ. ຈີນໄດ້ກາຍເປັນຜູ້ລົງທຶນໂດຍກົງຈາກຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ໃນ ສປປ.ລາວ. ປັດຈຸບັນ, ຍັງມີຄວາມຄືບໜ້າໃນການໂຄງການຮ່ວມມືທີ່ສຳຄັນຕ່າງໆລະຫວ່າງຈີນ-ລາວ ເຊັ່ນ: ໂຄງການທາງລົດໄຟຈີນ-ລາວ, ທາງດ່ວນວຽງຈັນ-ວັງວຽງ ແລະ ເຂດພັດທະນາໄຊເສດຖາໃນນະຄອນ ຫຼວງວຽງຈັນແມ່ນມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ. ໂດຍສະເພາະທາງລົດໄຟລາວ-ຈີນ, ເປັນໜຶ່ງໃນໂຄງ ການພື້ນຖານໂຄງລ່າງທີ່ໃຫຍ່ທີ່ສຸດຢູ່ໃນ ສປປ.ລາວ ພາຍໃຕ້ກອບ​ຂໍ້ລິ​ເລີ່ມ​ໂຄງ​ການ ​ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ (BRI), ໂດຍມີການຕັດອຸໂມງທັງໝົດ 167 ແຫ່ງ, ຄາດວ່າຈະສາມາດນຳໃຊ້ໄດ້ໃນທ້າຍປີ 2021. ເມື່ອຮອດເວລານັ້ນ, ມັນຈະບໍ່ພຽງແຕ່ທຳລາຍອຸປະສັກໃນການຂົນສົ່ງຢູ່ໃນ ສປປ.ລາວ, ແຕ່ຍັງຊ່ວຍໃຫ້ປະເທດລາວຫັນໄປສູ່ "ປະເທດທີ່ເຊື່ອມໂຍງກັບພາຍນອກ". ການຮ່ວມມືລະຫວ່າງຈີນ ແລະ ລາວຈະເປັນພື້ນຖານອັນກວ້າງຂວາງໃຫ້ແກ່ການພັດທະນາ.

ໃນຊຸມປີມໍ່ໆມານີ້, ການພົວພັນສອງຝ່າຍລະຫວ່າງຈີນ ແລະ ລາວ ໄດ້ເຂົ້າສູ່ລວງເລິກ ແລະ ມີຜົນສຳເລັດອັນໂດດເດັ່ນໃນດ້ານຕ່າງໆເຊັ່ນ: ການຮ່ວມມືດ້ານເສດຖະກິດ ແລະ ການຄ້າ. ອັນນີ້ບໍ່ສາມາດເຮັດໄດ້ໂດຍບໍ່ມີການກະ​ຕຸກ​ຊຸກ​ຍູ້ ແລະ ແຮງຊຸກຍູ້ທີ່ສະໜອງໃຫ້ໂດຍງານວາງ ສະແດງສິນຄ້າອາຊຽນ-ຈີນ(CAEXPO). ນັບແຕ່ເປີດເທື່ອທຳອິດໃນປີ 2004 ເປັນຕົ້ນມາ, ງານວາງສະແດງສິນຄ້າຈີນ-ອາຊຽນ ໄດ້ຮັບການປັບປຸງໃຫ້ເຂົ້າກັບເຂດການຄ້າເສລີຈີນ-ອາຊຽນ ໄດ້ປະດິດສ້າງໃໝ່ ແລະ ສຳຫຼວດຢ່າງຕໍ່ເນື່ອງເຊັ່ນ:​ ງານວາງສະແດງ/ຫໍວາງສະ ແດງກ່ຽວກັບການຄ້າສິນຄ້າ, ການຮ່ວມມືດ້ານການລົງທຶນ, ເຕັກໂນໂລຊີທີ່ກ້າວໜ້າ, ການຄ້າການບໍລິການ ແລະ ເມືອງສະເໜ່, ສະໜອງໃຫ້ຈີນ, ສປປ.ລາວ ແລະ ບັນ ດາປະເທດອາຊຽນອື່ນໆທີ່ມີເວທີການຮ່ວມມືຕົວຈິງ. ຜະລິດຕະພັນທີ່ເປັນເອກະລັກຂອງລາວນັບມື້ນັບຫຼາຍເຂົ້າສູ່ປະເທດຈີນ ໂດຍຜ່ານເວທີອັນສຳຄັນນີ້, ໄດ້ກະຕຸ​ກ​ຊຸກ​ຍູ້ການຮ່ວມມືລະຫວ່າງ ວິສາຫະກິດຈີນ ແລະ ລາວນັບມື້ນັບຫຼາຍຂຶ້ນ.   

ດັ່ງ​ທີ່, ພະ​ນະ​ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ.ລາວ ກ່າວໃນວັນທີ 27 ພະຈິກ 2020 ເນື່ອງໃນໂອກາດ​ພິ​ທີເປີດງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ່ 17 ວ່າ: “ງານວາງສະແດງສິນຄ້າອາຊຽນ-ຈີນ ປະ​ຈຳ​ປີ ແມ່ນໜຶ່ງໃນກົນໄກທີ່ສໍາຄັນຂອງການຮ່ວມມືດ້ານເສດຖະກິດອາຊຽນ-ຈີນ, ຊຶ່ງເປັນການເປີດໂອກາດໃຫ້ນັກທຸລະກິດຈາກອາຊຽນ ແລະ ຈີນ ໄດ້ພົບປະແລກປ່ຽນປະສົບການວ່າ ຈະດໍາເນີນການແນວໃດດີທີ່ສຸດ. ທຸລະກິດ ແລະ ວາງສະແດງຜະລິດຕະພັນຂອງເຂົາເຈົ້າໂດຍມີຈຸດປະສົງເພື່ອສົ່ງເສີມ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນ ລະຫວ່າງອາຊຽນ ແລະ ຈີນ, ລວມທັງການສົ່ງເສີມການແລກປ່ຽນວັດທະນະທຳ, ການທ່ອງທ່ຽວ ແລະ ເພີ່ມການແລກປ່ຽນລະ ຫວ່າງປະຊາຊົນ”. ໃນ CAEXPO 17 ຄັ້ງ​ຜ່ານ​ມາ, ມີວິສາຫະກິດລາວ 727 ແຫ່ງ ເຂົ້າຮ່ວມ, ໂດຍມີຮ້ານວາງສະແດງທັງໝົດ 1.682 ​ຮ້ານ, ສິນຄ້າທີ່ໂດດເດັ່ນແມ່ນ: ເຄື່ອງເຟີນີເຈີໄມ້ ແລະ ຜະລິດຕະພັນໄມ້, ຫັດຖະກໍາ, ອາຫານ ແລະ ເຄື່ອງດື່ມ, ເຂົ້າ, ກາເຟ ແລະ ອື່ນໆ.

ຜ່ານເວທີຂອງ CAEXPO, ລັດວິສາຫະກິດໄຟຟ້າລາວ (EDL) ແລະ ບໍລິສັດນໍ້າ ແລະ ໄຟຟ້າສາກົນຂອງຈີນ ໄດ້ລົງນາມໃນໂຄງການເຂື່ອນໄຟຟ້ານໍ້າງຽບ 2, ກະຊວງໄປສະນີ ແລະ ໂທລະຄົມມະ ນາຄົມລາວ ແລະ ອົງການ Cyberspace ຂອງຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງໄຊເບີ ແລະ ການພັດທະນາ ແລະ ວິສາຫະກິດເອກະຊົນຂອງຈີນ ບໍລິສັດສື່ວັດທະນະທຳ ຊິມິງ (Xiamen) ຈຳກັດ ແລະ ຫ້ອງການຮູບເງົາແຫ່ງຊາດລາວໄດ້ເຊັນສັນຍາການຖ່າຍທຳຮູບເງົາ ຄວາມ​ຮັກ​ຂອງ​ຂ້ອຍ​ທີ່ຫຼວງ​ພະ​ບາງ(My Love in LuangPrabang). ນອກຈາກນັ້ນ, ແຂວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ, ຄຳ​ມ່ວນ, ຈໍາປາສັກ, ບໍ່​ແກ້ວ ແລະ ອຸດົມໄຊ ໄດ້ປ່ຽນມາເປັນ “ເມືອງແຫ່ງສະເໜ່” ໃນ CAEXPOs, ສະແດງໃຫ້ເຫັນເຖິງໂອກາດທາງດ້ານເສດຖະກິດຂອງເຂົາເຈົ້າ ສໍາລັບການຮ່ວມມືໃນການທ່ອງທ່ຽວ, ການຄ້າ, ການລົງທຶນ, ກະສິກໍາ, ການສຶກສາ ແລະ ອື່ນໆ, ຊຶ່ງເຮັດໃຫ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສປປລາວ ແລະ ຈີນ ລວມທັງປະເທດອື່ນໆ ສືບຕໍ່ຂະຫຍາຍຕົວ.

ອາດ​ເວົ້າ​ໄດ້ວ່າ ເຖິງວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ແຕ່ທຸກຂະ ແໜງການຂອງ ສປປ.ລາວ ຍັງຄົງເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 17 ດ້ວຍຄວາມກະຕືລືລົ້ນ. ກິດຈະກໍາຕ່າງໆເຊັ່ນ: ການສົນທະນາໂຕະມົນລະຫວ່າງຜູ້ນໍາລາວ ແລະ ນັກທຸລະກິດ(CEO) ຈີນ ແລະ ກອງປະຊຸມສົ່ງເສີມການລົງທຶນລາວ-ຈີນ; ຜະລິດຕະພັນທີ່ໂດດເດັ່ນເຊັ່ນ: ກາເຟ ແລະ ຫັດຖະ ກຳ ໄດ້ຖືກວາງສະແດງຢູ່ທັງການວາງສະແດງຕົວ​ຈິງ ແລະ CAEXPO ອອນໄລ. ໃນນັ້ນ, ມີ 34 ຮ້ານ ວາງສະແດງໄດ້ເຂົ້າຮ່ວມໃນ CAEXPO ອອນໄລ ຊຶ່ງມີ 103 ລາຍການສະແດງ ແລະ ມີເກືອບ 45.000 ຜູ້​ເຂົ້າ​ຊົມ. ການກະທຳເຫຼົ່ານີ້ ບໍ່ພຽງແຕ່ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນຜົນສຳເລັດຂອງງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 17, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມສຳຄັນອັນໃຫຍ່ຫຼວງຂອງ ສປປ.ລາວ ທີ່ຕິດ​ພັນກັບ CAEXPO. ສະແດງໃຫ້ເຫັນການສະໜັບສະໜູນຢ່າງໜັກແໜ້ນຂອງລາວຕໍ່ກັບ CAEXPO.

ປີ 2021 ເປັນປີຄົບຮອບ 30 ປີ ຂອງການພົວພັນ​ຮ່ວມ​ມືຈີນ-ອາຊຽນ, ຄົບຮອບ 60 ປີ ສາຍພົວພັນການທູດຈີນ-ລາວ ແລະ "ປີມິດຕະພາບຈີນ-ລາວ". ພາຍໃຕ້ພື້ນຖານພິເສດດັ່ງກ່າວ, ຄາດວ່າ ສປປລາວຈະກາຍເປັນປະເທດກຽດຕິຍົດອີກຄັ້ງ. ໃນຖານະເປັນໜຶ່ງໃນກິດຈະກໍາສໍາລັບກຽດສັກສີຂອງ CAEXPO ຄັ້ງທີ 18, ກອງເລຂາ CAEXPO ແລະ ສະຖານກົງສຸນໃຫຍ່ລາວ ປະຈໍາເມືອງໜານໜິງ ໄດ້ຮ່ວມກັນຈັດກອງປະຊຸມສົ່ງເສີມການລົງທຶນຢູ່ ສປປ.ລາວ ໃນວັນທີ 11 ມິຖຸນາ ຜ່ານ​ມາ. ກອງປະຊຸມໂຄສະນາໄດ້ສຸມໃສ່ໂອກາດທາງທຸລະກິດທີ່ນໍາມາໂດຍທາງລົດໄຟຈີນ-ລາວ, ຊຶ່ງຈະສໍາເລັດໃນປີ 2021 ແລະ ຕີຄວາມໝາຍນະໂຍບາຍການລົງທຶນຫຼ້າສຸດຂອງ ສປປ.ລາວ, ຊຶ່ງໄດ້ສົ່ງເສີມການລົງທຶນ ແລະ ການຮ່ວມມືລະຫວ່າງວິສາຫະກິດຈີນ ແລະ ສປປ.ລາວ ໃນດ້ານກະສິກໍາ-ປ່າໄມ້, ການທ່ອງທ່ຽວ ແລະ ຕ່ອງໂສ້ອຸດສາຫະກໍາຕົ້ນທາງ ແລະ ປາຍ​ທາງ.

ກອງເລຂາ CAEXPO ໄດ້​ໃຫ້​ຮູ້ວ່າ: ໃນລະຫວ່າງງານ CAEXPO ຄັ້ງທີ 18, ຜູ້ນໍາລາວຈະຖືກເຊີນໄປກ່າວຄໍາປາໄສໃນພິທີເປີດ ແລະ ກິດຈະກໍາຕ່າງໆທີ່ເນັ້ນໃສ່ປະເທດກຽດຕິຍົດ, ເປັນກິດຈະກໍາທີ່ລະ ນຶກເຖິງວັນຄົບຮອບ 60 ປີ ສາຍພົວພັນການທູດລາວ-ຈີນ, ເວທີປຶກສາຫາລືການຮ່ວມມືດ້ານເສດຖະກິດການຄ້າຂອງລາວ 2021 ແລະ ພິທີເປີດການນຳໃຊ້ສາລາຂອງ ສປປ.ລາວ. ນອກຈາກນັ້ນ, CAEXPO ຄັ້ງທີ 18 ຍັງຈະເຊື້ອເຊີນຜູ້ນໍາລາວອີກຄັ້ງເພື່ອ​ພົບ​ປະກັບຜູ້ປະກອບການຈີນ ກ່ຽວກັບຄວາມຕ້ອງການດ້ານການລົງທຶນ, ນະໂຍບາຍການລົງທຶນ ແລະ ຄວາມເປັນຫ່ວງໃນການລົງທຶນ, ລົງເລິກ ແລະ ຂະ ຫຍາຍການຮ່ວມມືຕົວຈິງລະຫວ່າງຈີນ-ລາວ ກ່ຽວກັບເສດຖະກິດ ແລະ ການຄ້າ ພ້ອມນໍາສະເໜີຜົນໄດ້ຮັບຕົວຈິງເປັນຂອງຂວັນ. ເນື່ອງໃນໂອກາດສະເຫຼີມສະຫຼອງສາຍພົວພັນການທູດລາວ-ຈີນ ຄົບຮອບ 60 ປີ.

ສປ.ຈີນ ແລະ ສປປ.ລາວ ໄດ້ຂີ່ເຮືອລຳດຽວກັນຜ່ານ​ເລິກ-ໜາ ແລະ ບາງ-ຕື້ນ ມາເປັນເວລາ 60 ປີແລ້ວ. ຢືນຢູ່ນຳກັນ, ພວກເຮົາພ້ອມແລ້ວສຳລັບສິ່ງທ້າທາຍຫຼາຍຢ່າງຢູ່ຂ້າງໜ້າ. ມື້ນີ້, ຫຼັງຈາກມິດ ຕະພາບເປັນເວລາ 60 ປີ, ຈີນ ແລະ ລາວ ຢູ່ໃນໄລຍະທີ່ດີທີ່ສຸດໃນປະຫວັດສາດເພື່ອການພັດທະນາສາຍພົວພັນສອງຝ່າຍ. ດ້ວຍການເຊັນສັນຍາການຄ້າຜະລິດຕະພັນກະສິກໍາລະຫວ່າງ ສປປ.ລາວ ແລະ ວິສາຫະກິດຈີນ ໃນເດືອນ ພຶດສະພາ 2021 ແລະ ເສັ້ນທາງລົດໄຟລາວ-ຈີນ ສໍາເລັດໃນໄວໆນີ້, ພວກເຮົາສາມາດເຫັນໄດ້ວ່າ ການຮ່ວມມືລະຫວ່າງ ສ​ປ.ຈີນ ແລະ ສປປ.ລາວ ມີຄວາມເປັນໄປໄດ້ຢ່າງບໍ່ມີຂອບເຂດ ແລະ ພວກເຮົາມີເຫດຜົນທີ່ຈະເຊື່ອວ່າ ສປປ.ລາວ ໄດ້ເຂົ້າສູ່ຍຸກໃໝ່ຂອງການພັດທະນາ, ແນ່ ນອນວ່າຈະສາມາດທາສີຮູບພາບທີ່ງົດງາມກວ່າຢູ່ເທິງເວທີຂອງ CAEXPO.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com