Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້, ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ ໄດ້ລົງຕິດຕາມການກໍ່ສ້າງຂົວນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ໂດຍການເຂົ້າຮ່ວມ ແລະ ລາຍງານຄວາມຄືບໜ້າການກໍ່ສ້າງ ຂອງ ທ່ານ ທອງປະເສີດ ເພັດລາສີ ຮອງຫົວໜ້າຄະນະຮັບຜິດຊອບໂຄງການສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ທັງເປັນຄະນະຮັບຜິດຊອບການກໍ່ສ້າງຂົວນໍ້າພະນາຍ (ທາງເລກທີ 10 ກມ 63+400) ຊຶ່ງທ່ານກ່າວວ່າ: ພາຍຫຼັງມີໜັງສືສັນຍາກໍ່ສ້າງຂົວນໍ້າພະນາຍ ສະບັບເລກທີ VTE05-2021-BM-NR01 ລົງວັນທີ 28 ມິຖຸນາ 2021, ຄະນະຮັບຜິດຊອບການກໍ່ສ້າງໄດ້ສົມທົບກັບ ບໍລິສັດຮັບເໝົາ ຄື: ບໍລິສັດ ມາລີນີ ຈໍາກັດ ແລະ ຂະແໜງການກ່ຽວຂ້ອງ ວາງແຜນຮີບຮ້ອນຈັດຕັ້ງປະຕິບັດການກໍ່ສ້າງ ໂດຍລຽງລໍາດັບແຕ່ລະໜ້າວຽກທີ່ຮີບດ່ວນ ແລະ ວຽກໃດທີ່ຕ້ອງເຮັດຕາມຫຼັງ ຕາມແບບເຕັກນິກຂອງການອອກແບບທີ່ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງຮັບຮອງ, ແຕ່ເນື່ອງການລົງມືຈັດຕັ້ງປະຕິບັດຕົວຈິງນັ້ນ, ຍັງມີບາງເງື່ອນໄຂ ແລະ ປັດໄຈບາງດ້ານທີ່ຍັງບໍ່ທັນເອື້ອອໍານວຍ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ແກ້ໄຂໄປນໍາ ບວກກັບຄວາມຫຍຸ້ງຍາກໃນການຕອກເສົາເຂັມ, ຮາກຖານຂອງສົ້ນຂົວ ແລະ ອື່ນໆ.
ໃນໂອກາດນີ້, ທ່ານເຈົ້າເມືອງ ໄດ້ກ່າວວ່າ: ໂດຍລວມແລ້ວທາງການນໍາຂອງເມືອງລ້ວນແລ້ວແຕ່ໄດ້ຊຸກຍູ້ຜັກດັນໃຫ້ການກໍ່ສ້າງຂົວໄປຕາມແບບ, ຕາມເຕັກນິກ ແລະ ຄອງຄອຍໃຫ້ການກໍ່ສ້າງສໍາເລັດໃນເວລາທີ່ກໍານົດໄວ້ ເຊັ່ນດຽວກັບຄວາມເປັນຫ່ວງເປັນໃຍຂອງປະຊາຊົນ ກໍຄືຜູ້ສັນຈອນໄປມາທີ່ຄອງຄອຍຢາກໃຫ້ການກໍໍ່ສ້າງຂົວໄດ້ສໍາເລັດໃນໄວໆນີ້. ຖ້າຫາກວຽກອັນໃດທີ່ຕິດພັນກັບອົງການປົກຄອງເມືອງ ກໍຈະສືບຕໍ່ໃຫ້ຄວາມຮ່ວມມື, ອໍານວຍຄວາມສະດວກຊ່ວຍຢ່າງເຕັມທີ່ ເພື່ອແກ້ໄຂບັນຫາຮ່ວມກັນຢ່າງສອດຄ່ອງ, ສໍາລັບສາເຫດທີ່ການກໍ່ສ້າງມີລັກສະນະຊັກຊ້າ ທາງບໍລິສັດຮັບເໝົາ ແລະ ຄະນະຊີ້ນໍາໂຄງການກໍໄດ້ລາຍງານໃຫ້ທາງເມືອງຮັບຮູ້ນໍາເປັນປົກກະຕິແລ້ວ, ແຕ່ເຖິງຢ່າງໃດກໍຕາມຂໍຮຽກຮ້ອງມາຍັງຄະນະຮັບຜິດຊອບການກໍ່ສ້າງ ເອົາໃຈໃສ່ສົມທົບກັບບໍລິສັດຮັບເໝົາ, ກົມຂົວທາງ ແລະ ພາກສ່ວນກ່ຽວຂ້ອງຕື່ມ ເພື່ອໃຫ້ຮີບຮ້ອນເລັ່ງມືຈັດຕັ້ງປະຕິບັດທຸກໜ້າວຽກທີ່ວາງໄວ້ໃຫ້ໄປຕາມລະບົບຢ່າງຖືກຕ້ອງ ທັງໃຫ້ມີຄວາມຮັບປະກັນດ້ານຄຸນນະພາບ ຫຼື ຖ້າຫາກມີບັນຫາໃດຫຍຸ້ງຍາກ ຕິດພັນກ່ຽວຂ້ອງກັບເບື້ອງອົງການປົກຄອງເມືອງ ກໍຍິນດີໃຫ້ຄວາມຮ່ວມມືອໍານວຍຄວາມສະດວກໃຫ້ຢ່າງສຸດຄວາມສາມາດ.
(ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ).
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
19/05/2020 10:11:43
20/12/2020 20:38:27
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com