Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອາຊຽນ ຕ້ອງການຮ່ວມມືດ້ານເສດຖະກິດກັບຈີນ ເພີ່ມຂຶ້ນ ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19

ເຜີຍ​ແຜ່​ໂດຍ​: ທ່ານ ວິ​ໄລ​ສັກ ສໍ​ພາບ​ມີ​ໄຊ​ ເວ​ລາ: 09/09/2021 11:42:38 ຈຳ​ນວນ​​ຢ້ຽມ​ຊົມ 791 ຄັ້ງ

ພາຍໃຕ້ຜົນກະທົບຈາກເຊື້ອພະຍາດໂຄວິດ-19 ສາຍພັນເດວຕາ, ຄວາມພະຍາຍາມຟື້ນຟູການພັດທະນາເສດຖະກິດຂອງບັນດາປະເທດອາຊຽນໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຍ້ອນເກີດມີການແຜ່ລະບາດຂອງພະຍາດ, ວິສາຫະກິດຈຳນວນໜຶ່ງຂອງບາງປະເທດອາຊຽນໄດ້ຂາດແຄນແຮງງານຢ່າງຫຼວງຫຼາຍແບບບໍ່ເຄີຍມີມາກ່ອນ. ນອກນີ້, ລາຄາວັດຖຸດິບຖີບຕົວສູງຂຶ້ນ, ຕ່ອງໂສ້ການສະໜອງຖືກຕັດຂາດ ແລະ ປັດໄຈອື່ນໆ ຊຶ່ງໄດ້ເຮັດໃຫ້ເສດຖະກິດອາຊຽນພົບກັບຄວາມຫຍຸ້ງຍາກ. ອົງການວິໄຈເສດຖະກິດຂະໜາດໃຫຍ່ແຫ່ງຕ່າງໆຂອງໂລກລ້ວນແຕ່ໄດ້ປັບຄາດໝາຍການເຕີບໂຕດ້ານເສດຖະກິດຂອງບັນດາປະເທດອາຊຽນໃນປີນີ້ໃຫ້ຕ່ຳລົງ. ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ຄວາມອ່ອນແອດ້ານການພັດທະນາເສດຖະກິດຂອງບັນດາປະເທດອາຊຽນປະກົດອອກມາໃຫ້ເຫັນຢ່າງຈະແຈ້ງ.

ເມື່ອກ້າວເຂົ້າສູ່ເດືອນກັນຍາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ມາເລເຊຍ ເພີ່ມໃໝ່ຕໍ່ມື້ຫຼາຍກວ່າ 2 ໝື່ນກໍລະນີ, ຂະນະທີ່ໄທ ກໍມີຫຼາຍກວ່າ 1 ໝື່ນກໍລະນີ, ສ່ວນຍອດຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອິນໂດເນເຊຍ ທີ່ມີສະພາບການແຜ່ລະບາດຂອງພະຍາດທີ່ຂ້ຽວຂາດທີ່ສຸດ ໄດ້ມີຫຼາຍກວ່າ 4 ລ້ານກໍລະນີແລ້ວ. ທ້າຍເດືອນສິງຫາຜ່ານມານີ້, ພາຍໃຕ້ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສາຍພັນເດວຕາ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ປະເທດລາວກໍໄດ້ສ້າງສະຖິຕິໃໝ່ ແລະ ປະເຊີນໜ້າກັບຄວາມສ່ຽງທີ່ຈະມີການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຮອບທີ 3.

ພາຍໃຕ້ການແຜ່ລະບາດຂອງພະຍາດໂຄວິດ-19, ຈີນໄດ້ໃຫ້ການຊ່ວຍເຫຼືອແກ່ບັນດາປະເທດອາຊຽນຫຼາຍກວ່າໝູ່. ໃນໄລຍະທີ່ພະຍາດໂຄວິດ-19 ຫາກໍແຜ່ລະບາດຢູ່ປະເທດຈີນ, ຫຼາຍປະເທດອາຊຽນໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸອຸປະກອນການແພດແກ່ປະເທດຈີນ. ພາຍຫຼັງຈີນສາມາດຄວບຄຸມການແຜ່ລະບາດຂອງພະຍາດໄວ້ໄດ້ແລ້ວ, ແຕ່ປະເທດຕ່າງໆໃນອາຊຽນມີການແຜ່ລະບາດຂອງພະຍາດ. ເມື່ອເກີດມີສະພາບຄືແບບນີ້, ຈີນກໍໄດ້ໃຫ້ການຊ່ວຍເຫຼືອແກ່ປະເທດຕ່າງໆໃນອາຊຽນດ້ວຍຄວາມຈິງໃຈເຊັ່ນກັນ ໂດຍໄດ້ສະໜອງວັດຖຸອຸປະກອນການແພດ, ສົ່ງຄະນະຊ່ຽວຊານແພດໝໍ ແລະ ສະໜອງວັກຊິນໃຫ້ແກ່ປະເທດຕ່າງໆໃນອາຊຽນ. ນັບມາຮອດວັນທີ 3 ສິງຫາຜ່ານມາ, ຈີນໄດ້ສະໜອງວັກຊິນໂຄວິດ-19 ລວມທັງໝົດ 190 ລ້ານຫຼອດ ແລະ ວັດຖຸອຸປະກອນຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຈຳນວນຫຼວງຫຼາຍໃຫ້ແກ່ບັນດາປະເທດອາຊຽນ.

ສຳລັບການພົວພັນທາງດ້ານເສດຖະກິດຈີນ-ອາຊຽນກໍໄດ້ບັນລຸການເຕີບໂຕໄດ້ເປັນຢ່າງດີພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19. ປີ 2020, ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງອາຊຽນເປັນ 12 ປີລຽນຕິດ ແລະ ອາຊຽນກໍກາຍເປັນຄູ່ການຄ້າໃຫຍ່ອັນດັບ 1 ຂອງຈີນເປັນຄັ້ງທຳອິດ.

ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນການຊຸກຍູ້ການພັດທະນາເສດຖະກິດດີຈີຕອນ ແລະ ໄດ້ເລັ່ງຂະບວນການຫັນເປັນດີຈີຕອນຂອງບັນດາປະເທດອາຊຽນໃຫ້ໄວຂຶ້ນ. ປີ 2020, ການຄ້າເອເລັກໂຕຣນິກຂອງອາຊຽນໄດ້ບັນລຸການພັດທະນາຢ່າງຫຼວງຫຼາຍ. ພາຍໃຕ້ຄວາມພະຍາຍາມຮ່ວມຂອງຈີນ ແລະ ບັນດາປະເທດອາຊຽນ, ສິນຄ້າອາຊຽນໄດ້ເຂົ້າສູ່ຕະຫຼາດຈີນນັບມື້ນັບຫຼາຍຂຶ້ນໂດຍຜ່ານທາງການຄ້າເອເລັກໂຕຣນິກ ແລະ ກໍມີວິສາຫະກິດຈີນໄດ້ລົງທຶນເຂົ້າໃນຂົງເຂດການຄ້າເອເລັກໂຕຣນິກຂ້າມຊາດນັບມື້ນັບຫຼາຍຂຶ້ນ.

ໂຕເລກຂໍ້ມູນສະແດງໃຫ້ເຫັນວ່າ: ຫົກເດືອນຕົ້ນປີນີ້, ຍອດມູນຄ່າການຄ້າຈີນ-ອາຊຽນມີຫຼາຍກວ່າ 410 ຕື້ໂດລາ ເພີ່ມຂຶ້ນ 38,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ອາຊຽນຍັງສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ຍອດມູນຄ່າການລົງທຶນລະຫວ່າງ ຈີນ ແລະ ອາຊຽນໄດ້ບັນລຸຫຼາຍກວ່າ 310 ຕື້ໂດລາ, ການຄ້າເອເລັກໂຕຣນິກຂ້າມຊາດຈີນ ແລະ ອາຊຽນໄດ້ກາຍເປັນແຮງຂັບເຄື່ອນໃໝ່ໃນການຊຸກຍູ້ການພັດທະນາການຄ້າຈີນ ແລະ ອາຊຽນ.

ປີນີ້ແມ່ນປີສຳຄັນເປັນຂໍກະແຈສຳລັບອາຊຽນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູການເຕີບໂຕທາງດ້ານເສດຖະກິດ. ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດອາຊຽນຍິ່ງມີຄວາມຕ້ອງການຮ່ວມມືກັບຈີນເພີ່ມຂຶ້ນ, ຈຶ່ງຈະສາມາດສ້າງສະພາບການພັດທະນາໃໝ່ພາຍໃຕ້ສະພາບຄວາມຫຍຸ້ງຍາກ ເພື່ອຊຸກຍູ້ໃຫ້ການພົວພັນອາຊຽນ-ຈີນສາມາດສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຝ່າຍໄດ້ດີກວ່າເກົ່າ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com