Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສຳເລັດກອງ​ປະຊຸມ​ຄົບ​ຄະນະບໍລິຫານ​ງານ​ພັກ​​ເມືອງໄຊຍະບູລີ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 10/09/2021 14:36:48 ຈຳ​ນວນ​​ຢ້ຽມ​ຊົມ 3041 ຄັ້ງ

ກອງ​ປະຊຸມ​ຄົບ​ຄະນະບໍລິຫານ​ງານ​ພັກ​​ເມືອງໄຊຍະບູລີ ແຂວງໄຊຍະບູລີ ຄັ້ງທີ 6 ສະ​ໄໝ​ທີ IX ໄດ້ສຳເລັດລົງໃນວັນທີ 9 ກັນຍາຜ່ານ​ມານີ້ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງ ສະຫາຍ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການຂອງເມືອງ, ເລຂາຄະນະພັກຮາກຖານເຂົ້າຮ່ວມ.

ກອງປະຊຸມຄົບ​ຄະນະບໍລິຫານ​ງານ​ພັກ​​ເມືອງໄຊຍະບູລີ ຄັ້ງທີ 6 ສະ​ໄໝ​ທີ IX ໃນຄັ້ງນີ້ແມ່ນໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ເຜີຍແຜ່ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດ ມາດຕະການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງຂອງກົມການເມືອງ ເລກທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ຕໍ່ການຕ້ານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ເອກະສານຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 102/ຄຈສພ ລົງວັນທີ 24 ມິຖຸນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ແລະ ຮັບຟັງການຜ່ານມະຕິຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກເມືອງໄຊຍະບູລີ ສະໄໝທີ IX ຄືນໃໝ່, ຮັບຟັງການຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດການນໍາພາວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກຈຸດສຸມ 6 ເດືອນ ທ້າຍປີ 2021 ພ້ອມນີ້ກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຈາກບັນດາຫ້ອງການ, ອົງການ, ກົມກອງຂອງເມືອງກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໂດຍຍົກໃຫ້ເຫັນຜົນງານດ້ານດີທີ່ຈະຕ້ອງສືບຕໍ່ເສີມຂະຫຍາຍ, ຈຸດອ່ອນຂໍ້ຄົງຄ້າງທີ່ຈະຕ້ອງພ້ອມກັນປັບປຸງແກ້ໄຂໃຫ້ດີຂຶ້ນ.

ຕອນທ້າຍກອງປະຊຸມສະຫາຍຮອງເລຂາພັກແຂວງໄຊຍະບູລີ ກໍໄດ້ໃຫ້ກຽດໂອ້ລົມຊຶ່ງກ່ອນໝົດສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານອົງຄະນະພັກເມືອງໄຊຍະບູລີຍາດມາໄດ້ ພ້ອມນີ້ສະຫາຍກໍໄດ້ເນັ້ນໜັກໃຫ້ອົງຄະນະພັກເມືອງໄຊຍະບູລີ ແລະ ຄະນະນໍາທຸກຂະແໜງການເວົ້າລວມເວົ້າສະເພາະແມ່ນຄະນະບໍລິຫານພັກເມືອງ ແລະ ຄະນະພັກທຸກສະຫາຍ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ການເຮັດໜ້າທີ່ການເມືອງ-ແນວຄິດເປັນວຽກຕົ້ນຕໍຢູ່ແຖວໜ້າທີ່ຕ້ອງໄດ້ເຮັດປົກກະຕິ, ຕໍ່ເນື່ອງ, ຍາວນານ ແລະ ສອດຮ້ອຍໄປທຸກຂົງເຂດວຽກງານ, ເອົາໃຈໃສ່ຊີ້ນໍາ-ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຊາຊົນ ເດັດຂາດ, ໂດຍກົງ, ຮອບດ້ານ ແລະ ຕ້ອງປະຕິບັດຢ່າງເປັນປະຈໍາ, ສຸມໃສ່ການນໍາພາການພັດທະນາເສດຖະກິດເປັນວຽກງານໃຈກາງຂອງການພັດທະນາ, ສິ່ງສໍາຄັນແມ່ນເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ສືບຕໍ່ຄຸ້ມຄອງ ແລະ ພັດທະນາວຽກງານວັດທະນາທໍາ-ສັງຄົມ ໂດຍສະເພາະແມ່ນການປະຕິບັດເປົ້າ   ໝາຍການພັດທະນາແບບຍືນຍົງຂົງເຂດສຶກສາ 15 ຕົວຊີ້ວັດ, ສາທາລະນະສຸກ 10 ຕົວຊີ້ວັດ ໃຫ້ສືບຕໍ່ພັດທະນາບັນລຸເປົ້າໝາຍທີ່ວາງໄວ້ ແລະ ມີຄວາມຍືນຍົງ, ຄະນະພັກທຸກຂັ້ນຕ້ອງຖືສໍາຄັນ ແລະ ມີຄວາມຮັບຜິດຊອບໃນການກໍ່ສ້າງພັກ-ພະນັກງານ ຊຶ່ງວຽກງານດັ່ງກ່າວແມ່ນຄວາມຮັບຜິດຊອບຂອງຕົນເອງ ເປັນຕົ້ນແມ່ນການສືບຕໍ່ແຜນການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີເຮັດວຽກໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ທຸກໆປີຮອດເດືອນ 11 ຕ້ອງໄດ້ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ,  ສືບຕໍ່ນໍາພາອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນໃນການຍູ້ຂະບວນການດ້ານຕ່າງໆຂອງອົງການຈັດຕັ້ງຂອງຕົນໃນການຫັນເອົາແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກເປັນອັນລະອຽດ ເພື່ອຈັດຕັ້ງປະຕິບັດຢູ່ຮາກຖານໃຫ້ເປັນຂະບວນ ແລະ ເປັນຮູບປະທໍາ.

ຂ່າວ-ພາບ: ສົມພົງ ສີສະຫວັດ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com