Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກພະແນກບໍລິຫານ-ສັງລວມ ກອງພັນໃຫຍ່ 201 ໃນກອງພົນທີ 2 ເມື່ອບໍ່ດົນມານີ້, ທີ່ກອງພັນດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ພັນໂທ ອ່ອນ ທັດສະນະວັນ ເລຂາໜ່ວຍພັກ ຫົວໜ້າພະແນກບໍລິຫານ-ສັງລວມ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພັນເອກ ບຸນພົບ ວິໄລສັກ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫ່ຍ 201, ມີຄະນະໜ່ວຍພັກ ແລະ ສະມາຊິກພັກ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນກອງປະຍັງໄດ້ຮັບຟັງບົດລາຍງານການເມືອງທັງສອງພາກ ຊຶ່ງສະເໜີໂດຍສະຫາຍ ພັນໂທ ອ່ອນ ທັດສະນະວັນ. ຕະຫຼອດໄລຍະ 5 ປີ ຜ່ານມາ ເຫັນໄດ້ວ່າໜ່ວຍພັກພະແນກບໍລິຫານ-ສັງລວມເປັນໝວ່ຍພັກໜຶ່ງເຮັດໜ້າທີ່ວຽກງານໂດຍກົງໃຫ້ກອງພັນໃຫຍ່ 201, ຍາມໃດຄະນະໜ່ວຍພັກກໍໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ສະມາຊິກພັກ, ດຳເນີນຊິວິດການເມືອງ ປະຈຳອາທິດ, ປະຈຳເດືອນ ບໍ່ໃຫ້ຂາດ, ຖືເອົາການຕຳນິຕິຊົມເຊິ່ງກັນ ແລະ ກັນ ເພື່ອເສີມຂະຫຍາຍຈຸດດີແກ້ໄຂຈຸດອ່ອນຂອງຕົນໃຫ້ດີຂຶ້ນ, ເຮັດໃຫ້ກົມກອງມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຄຽງຄູ່ກັບການປັບປຸງກໍ່ສ້າງກຳລັງ, ເຮັດໃຫ້ໜວ່ຍພັກມີຄວາມເຂັ້ມແຂງຂຶ້ນເລື່ອຍໆ. ໃນນັ້ນ, ສະມາຊິກພັກຍັງໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານການເມືອງຢ່າງກົງໄປ ກົງມາ, ເຮັດໃຫ້ບົດລາຍງານຄັ້ງນີ້ມີຄວາມສົມບູນ.
ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຄະນະພັກຊຸດໃໝ໋, ຊຶ່ງມີຜູ້ຮັບສະໝັກເລືອກ 5 ສະຫາຍ, ເລືອກໄດ້ 3 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາສະຫາຍ ພັນໂທ ອ່ອນ ທັດສະນະວັນ ເປັນເລຂາ, ເລືອກເອົາສະຫາຍ ພັນໂທ ຄຳງ່າ ແກ້ວສີປະເສີດ ເປັນຮອງເລຂາ ແລະ ສະຫາຍ ພັນໂທ ໄຊພອນ ສີປະເສີດ ເປັນກຳມະການ
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບການໂອ້ລົມຂອງສະຫາຍ ພັນເອກ ບຸນພົບ ວິໄລສັກ ໄດ້ເນັ້ນໜັກໃຫ້ ຄະນະໜວ່ຍພັກຊຸດໃໝ່ຈົ່ງພ້ອມກັນເອົາໃຈໃສ່ວຽກງານວິຊາສະເພາະຂອງຕົນ ແລະ ເຮັດສຳເລັດໜ້າທີ່ ທີ່ຖືກມອບໝາຍ, ຕັ້ງໜ້າສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ສະມາຊິກພັກຢູ່ພາຍໃນກົມກອງຂອງຕົນ, ສ້າງໃຫ້ໄດ້ໜວ່ຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.
(ຂ່າວ-ພາບ : ເກດ ອານຸສອນ, ນັກຂ່າວກອງພັນໃຫ່ຍ201)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com