Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມື່ອບໍ່ດົນມານີ້, ຫ້ອງການກອງບັນຊາການ ປກສ ເມືອງມຸນລະປາໂມກ ແຂວງຈຳປາສັກ ໄດ້ຈັດກອງສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ສົກປີ 2020-2021 ແລະ ວາງທິດທາງແຜນການປີ 2022 ຂຶ້ນທີ່ສະໂມສອນຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກ, ເປັນກຽດເຂົ້າຮ່ວມຂອງທ່ານ ພັທ ບຸນອ່ຽງ ພັນວົງສາ ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ທ່ານ ພັທ ເພັດສະຫວຽງ ທອງແກ້ວ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະພັກ-ຄະນະບັນຊາ, ແຂກເຊີນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ພັຕ ວັນນາ ຈຳປີຮັກ ຫົວໜ້າຈຸງານກໍ່ສ້າງຮາກຖານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ຕ້ານການເຄື່ອນໄຫວຂອງພວກສັດຕູ ທີ່ສວຍໃຊ້ສາສະໜາ, ຊົນເຜົ່າ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຂອງເມືອງມຸນລະປາໂມກ ປະຈຳສົກປີ 2020-2021 ແລະ ທິດທາງແຜນການ ສົກປີ 2021-2022. ໃນໄລຍະ 1 ປີ ຜ່ານມາໄດ້ລົງໂຄສະນາສຶກສາອົມຮົບຜົນຮ້າຍຂອງຢາເສບຕິດ ຢູ່ຕາມສະຖາບັນໂຮງຮຽນໄດ້ 7 ແຫ່ງ, ມີຈຳນວນພົນທັງໝົດ 1.504 ຄົນ ຍິງ 686 ຄົນ, ລົງໂຄສະນາວຽກງານຕ້ານອັກຄີໄພຕາມໂຮງຮຽນ, ບ້ານໄດ້ 7 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 1.674 ຄົນ ຍິງ 740 ຄົນ, ມີຄະດີເກີດຂຶ້ນທັງໝົດມີ 9 ລາຍ, ກັກຕ້ອງຫາໄດ້ 15 ຄົນ ຍິງ 3 ຄົນ, ຢຶດຂອງກາງຄະດີໄດ້ ລົດຈັກ 1 ຄັນ, ຈັກສະຕິນ 1 ເຄື່ອງ, ໂທລະສັບ 4 ໜ່ວຍ, ແກ້ໄຂພາກສ່ວນມົ້ວສຸມຢາເສບຕິດໄດ້ 23 ຄັ້ງ ມີ 65 ຄົນ ຍິງ 4 ຄົນ, ຄະດີຈໍລະຈອນເກີດຂຶ້ນທັງໝົດ 14 ລາຍ, ໄດ້ປັບປຸງສຳມະໂນຄົວຄືນໃໝ່ທັງໝົດ 261 ຄອບຄົວ ມີຈຳນວນພົນ 1.376 ຄົນ ຍິງ 703 ຄົນ, ຂຶ້ນທະບຽນສຳມະໂນຄົວຄືນໃໝ່ທັງໝົດ 39 ຄອບຄົວ ມີ 188 ຄົນ ຍິງ 93 ຄົນ, ປ່ຽນປຶ້ມສຳມະໂນຄົວຄືນໃໝ່ ທັງໝົດ 65 ຄອບຄົວ ມີ 365 ຄົນ ຍິງ 177 ຄົນ, ມີໂຄງການທີ່ເຂົ້າມາລົງທຶນຢູ່ເມືອງທີ່ອອກຊື່ຄົນລາວ ແລະ ຄົນຕ່າງປະເທດມີ 3 ໂຄງການ 5 ບໍລິສັດ, ກວດກາຄົນຕ່າງປະເທດໄດ້ທັງໝົດມີ 85 ຄົນ ຍິງ 26 ຄົນ, ເອກະສານຖືກຕ້ອງ 49 ຄົນ ຍິງ 9 ຄົນ, ພົນລະເມືອງລາວທີ່ແຕ່ງງານກັບຄົນຕ່າງປະເທດມີ 66 ຄົນ ຍິງ 53 ຄົນ, ເອກະສານຖືກຕ້ອງ 11 ຄົນ ຍິງ 11 ຄົນ.
ຕອນທ້າຍ ທ່ານ ພິດສະຫົງ ພົມມະວົງສາ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ຖືສຳຄັນວຽກງານການເມືອງ, ສຶກສາອົບຮົມວຽກງານແນວຄິດໃຫ້ອ້າຍນ້ອງກຳລັງ ປກສ, ກຳແໜ້ນສະພາບ, ກຳແໜ້ນແນວທາງການປ່ຽນແປງໃໝ່, ສຸມໃສ່ເຮັດວຽກໃຫ້ເກັ່ງຮັດກຸມໂດຍສະເພາະວຽກສັນຕິບານ, ວຽກສຳມະໂນຄົວ, ສຸມໃສ່ເຮັດວຽກປະກົດການຫຍໍ້ທໍ້ໃນສັງຄົມໃຫ້ຫຼຸດນ້ອຍຖອຍລົງ.
(ຂ່າວ: ໜູລີ່ ຊາພັກດີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com