Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 2 ພະຈິກນີ້ ທີ່ຫໍສະພາແຫ່ງຊາດນະຄອນຫຼວງວຽງຈັນ, ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດຳເນີນເປັນມື້ທີ 2 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນຮູບແບບທາງໄກ, ບັນດາສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດດ້ວຍຄວາມຮັບຜິດຊອບສູງ ຕາມການເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາຂອງປະທານກອງປະຊຸມ ເປັນຕົ້ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2021, ທິດທາງແຜນການປີ 2022 ໂດຍສຸມໃສ່ຂົງເຂດແຜນການ ແລະ ການລົງທຶນ, ຂົງເຂດວັດທະນະທຳ-ສັງຄົມ ທີ່ພວມພົ້ນເດັ່ນໃນປັດຈຸບັນເຊັ່ນ: ຄາດໝາຍສູ້ຊົນຂອງຂະແໜງການສຶກສາ, ສາທາລະນະສຸກ, ອັດຕາການວ່າງງານ ແລະ ການແກ້ໄຂໄພວ່າງງານລວມທັງບັນຫາອື່ນໆ.
ໃນນັ້ນ, ທ່ານ ສຸວັນນີ ໄຊຊະນະ ສສຊ ປະຈຳເຂດເລືອກຕັ້ງ 11 ແຂວງບໍລິຄຳໄຊ ກໍໄດ້ຍົກໃຫ້ເຫັນ ການພັດທະນາຊົນນະບົດລຶບລ້າງຄວາມທຸກຍາກຢູ່ພາຍໃນແຂວງ ຕາມການລາຍງານຂອງລັດຖະບານໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປີ 2021 ໄດ້ສຸມທຶນເຂົ້າໃນບັນດາໂຄງການດັ່ງກ່າວ ໂດຍສ່ວນໃຫຍ່ແມ່ນໂຄງການເດີມ ຊຶ່ງບໍ່ສາມາດສ້າງເປັນໂຄງການໃໝ່ໃນການພັດທະນາຊົນນະບົດໃນຄວາມເປັນຈິງງົບດັ່ງກ່າວທັງຈຳກັດ ທັງເນັ້ນໃສ່ການສຳລະໂຄງການທີ່ປະຕິບັດສໍາເລັດ ແລະ ກຳລັງປະຕິບັດຢູ່ ສະນັ້ນໃນຫຼາຍປີຜ່ານມາບວກໃສ່ຜົນກະທົບທາງທຳມະຊາດຈຶ່ງເຮັດໃຫ້ຊົນນະບົດກໍຍັງເປັນຊົນນະບົດຄືເກົ່າ ຫຼາຍບ້ານ ຫຼາຍເມືອງ ກໍຍັງບໍ່ທັນສາມາດບັນລຸເງື່ອນໄຂພົ້ນທຸກໄດ້. ສຳລັບແຂວງບໍລິຄຳໄຊ ແມ່ນເມືອງໄຊຈຳພອນ ຍັງເປັນເມືອງທຸກຍາກ. ທາງແຂວງໄດ້ມີຄວາມພະຍາມຍາມສູງເພື່ອນຳເອົາເມືອງດັ່ງກ່າວຫຼຸດພົ້ນຈາກຄວາມທຸກຍາກ ຊຶ່ງມີປະຊາຊົນສິບພັນກວ່າຄົນ ທັງເປັນເຂດພື້ນຖານການປະຕິວັດ ທັງເປັນຈຸດສຸມການຜະລິດ ສະນັ້ນ, ທາງແຂວງຈຶ່ງໄດ້ນໍາສະເໜີເອົາໂຄງການພັດທະນາຊົນນະບົດຢູ່ໃນເມືອງໄຊຈຳພອນ ນີ້ເປັນຈຸດສຸມຕົວແບບໜຶ່ງໃນຕົ້ນປີ 2021 ໃນນາມສະມາຊິກສະພາແຫ່ງຊາດປະຈຳເຂດເລືອຕັ້ງດັ່ງກ່າວຈຶ່ງສະເໜີຕໍ່ລັດຖະບານເພື່ອສືບຕໍ່ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງນໍາສະເໜີເອົາໂຄງການພັດທະນາຊົນນະບົດຢູ່ໃນເມືອງໄຊຈຳພອນເຂົ້າໃນໂຄງການບຸລິມະສິດໜຶ່ງຂອງລັດຖະບານ ຍ້ອນເຂດດັ່ງກ່າວເປັນເຂດພື້ນຖານຂອງການປະຕິວັດ ເປັນເຂດທີ່ມີຄວາມຫຍຸ້ງຍາກ ດັ່ງນັ້ນ, ຈຶ່ງຢາກສະເໜີໃຫ້ລັດຖະບານຊ່ວຍແກ້ໄຂ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ສສຊ ປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ມີຄຳເຫັນ ຫຼາຍບັນຫາເປັນຕົ້ນການປະຕິບັດວາລະແຫ່ງຊາດກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນຂອງລັດຖະບານ ທີ່ພົວພັນເຖິງແກ້ໄຂບັນຫາໜີ້ສິນຂອງລັດ, ໜີ້ສາທາລະນະ, ການເຈລະຈາຊໍາລະໜີ້ ແລະ ອື່ນໆ ໂດຍສະເໜີໃຫ້ລັດຖະບານກວດກາຄືນບັນດາໂຄງການຕ່າງໆຂອງລັດ ເຖິງຄວາມຈໍາເປັນ ແລະ ຜົນປະໂຫຍດຕົວຈິງທີ່ປະເທດກໍຄືປະຊາຊົນຈະໄດ້ຮັບ ເພື່ອຫຼຸດຜ່ອນບັນຫາໜີ້ສິນ, ລວມເຖິງການຄຸ້ມຄອງໂຄງການລົງທຶນຂອງຕ່າງປະເທດ ຊຶ່ງຜ່ານມາເຫັນວ່າລັດຖະບານໄດ້ອະນຸຍາດຫຼາຍໂຄງການ ແຕ່ການຄຸ້ມຄອງຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ຈຶ່ງສະເໜີໃຫ້ລັດຖະບານຄວນຕັດສິນໃຈ, ມີຄວາມເຂັ້ມງວດນຳກັນ ແລະ ມີຄວາມເປັນທຳ ຈຶ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດບັນຫາດັ່ງກ່າວນີ້ສຳເລັດ. ຂະນະດຽວກັນ ລັດຖະບານຄວນຄົ້ນຄວ້າຕື່ມວ່າພາກສ່ວນໃດປະຕິບັດໄດ້ດີກໍຄວນຍ້ອງຍໍ ແລະ ພາກສ່ວນໃດປະຕິບັດບໍ່ໄດ້ ຄວນມີມາດຕະການແກ້ໄຂ.
ຂ່າວ-ພາບ: ພູວັນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com