Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ການສໍ້ລາດບັງຫຼວງແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ພະນັກງານລັດຖະກອນ ແລະ ການຈັດຕັ້ງຂອງພັກ-ລັດອ່ອນແອເສຍຄຸນທາດການເມືອງ ຖືເປັນໄພອັນຕະລາຍໃຫຍ່ຫຼວງສົ່ງຜົນກະທົບຕໍ່ລະບົບເສດຖະ ກິດລວມຂອງປະເທດ.
ໃນວາລະປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 6 ພະຈິກນີ້,ທ່ານນາງ ອໍາໄພວອນ ລ້ອມບຸນແພງ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຄໍາເຫັນວ່າ: ຜ່ານການຮັບຟັງບົດລາຍງານວຽກງານກວດກາເຫັນວ່າມີທັງດ້ານດີ ແລະ ດ້ານອ່ອນ ບາງເປົ້າໝາຍທີ່ໄດ້ກວດກາ ສາມາດແກ້ໄຂຢ່າງທັນເຫດການ, ແຕ່ກໍຍັງມີຫຼາຍເປົ້າໝາຍເຫັນວ່າການແກ້ໄຂມີຄວາມຊັກຊ້າ ແຕ່ບັນຫາທີ່ມີຄວາມເປັນຫ່ວງ ແມ່ນຜົນເສຍຫາຍໃນສໍ້ລາດບັງຫຼວງທີ່ມີຈໍານວນຫຼວງຫຼາຍໃນແຕ່ລະປີນັ້ນ ກໍຍັງບໍ່ທັນສາມາດເກັບກູ້ຄືນມາໃຫ້ລັດໄດ້ຫຼາຍເທົ່າທີ່ຄວນ. ບັນຫາເຫຼົ່ານີ້ຊີ້ໃຫ້ເຫັນວ່າການກວດກາຢູ່ຫຼາຍເປົ້າໝາຍ ບໍ່ທັນເອກະພາບກັນ, ບໍ່ທັນທົ່ວເຖິງທຸກເປົ້າໝາຍ ແລະ ບໍ່ທັນເຂັ້ມງວດໃນການຈັດຕັ້ງປະຕິບັດ. ມີຫຼາຍເປົ້າໝາຍມີລັກສະນະໂຍະຍານເຫັນໄດ້ວ່າບ່ອນອ່ອນແລ້ວແທງ ບ່ອນແຂງແລ້ວເວັ້ນເຮັດໃຫ້ຜູ້ກະທໍາຜິດ ຈໍານວນໜຶ່ງບໍ່ຖືກປະຕິບັດວິໄນຢ່າງເໝາະສົມຕາມລະບຽບກົດໝາຍ.
ທ່ານນາງ ມີນາພອນ ໄຊສົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີຄໍາເຫັນວ່າ: ວຽກງານ ກວດກາເປັນວຽກທີ່ທ້າທາຍ ແລະ ຫຍຸ້ງຍາກ ສະແດງອອກໃຫ້ເຫັນເຖິງຜົນການກວດກາ-ກວດສອບ ໃນໄລຍະຜ່ານທີ່ມີລັກສະນະແກ່ຍາວ, ອີກດ້ານໜຶ່ງວຽກກວດກາແມ່ນວຽກທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ເຫັນວ່າການກວດກາໃນໄລຍະຜ່ານມາຍັງບໍ່ມີຄວາມເປັນເອກະພາບ, ໂດຍສະເພາະຄະນະກວດກາທັງສອງອົງການຍັງບໍ່ໄປຕາມແລວດຽວກັນດີເທົ່າທີ່ຄວນ. ການປະຕິບັດວິໄນຕໍ່ຜູ້ກະທໍາຜິດ ບາງກໍລະນີເນັ້ນໃສ່ວິໄນເບື້ອງລັດ, ແຕ່ເບື້ອງພັກພັດບໍ່ໄດ້ດໍາເນີນ ມີບາງກໍລະນີ ດໍາເນີນແຕ່ເບື້ອງພັກ, ແຕ່ບໍ່ດໍາເນີນວິໄນເບື້ອງລັດ ອັນນີ້ສະແດງໃຫ້ເຫັນວ່າການປະຕິບັດວິໄນຕໍ່ຜູ້ກະທໍາຜິດ ຫຼືຕໍ່ຜູ້ສໍ້ລາດບັງຫຼວງຍັງບໍ່ຄວບຄູ່ກັນ ແລະ ບໍ່ໄປຕາມລະບຽບກົດໝາຍ, ດັ່ງນັ້ນ ຂໍໃຫ້ລັດຖະບານກ້າຕັດສີນໃຈແກ້ໄຂຜົນການກວດສອບຢ່າງເດັດຂາດ ຕໍ່ຜູ້ກະທໍາຜິດ. (ຂ່າວ: ພູວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
09/08/2022 08:23:16
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com