Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມອົງການປົກຄອງແຂວງສາລະວັນ ຄັ້ງທີ 3 ຊຸດທີ IX ໄດ້ສຸມໃສ່ຕີລາຄາການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 9 ເດືອນຜ່ານມາ ແລະ ຄົ້ນຄວ້າປະກອບຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບທິດທາງແຜນການຕໍ່ໜ້າ ຊຶ່ງໄດ້ສໍາເລັດລົງເມື່ອບໍ່ດົນມານີ້ ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ມີບັນດາທ່ານຮອງເຈົ້າແຂວງ, ທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າພະແນກ-ຮອງພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ 3 ກຸ່ມທະນາຄານຂອງລັດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າຕີລາຄາການຈັດຕັ້ງປະຕິບັດວຽກງານຕ່າງໆຂອງແຂວງສາລະວັນ ເປັນຕົ້ນ: ແຜນພັດທະນາເສດຖະກິດ-ສັງຄົມ ຢ່າງພາວະວິໃສ ໃນໄລຍະ 9 ເດືອນຜ່ານມາ ຂົງເຂດກະສິກຳ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄວາມກະຕືລືລົ້ນໃນການຜະລິດສູງຂຶ້ນ, ຂົງເຂດອຸດສາຫະກຳ ບາງພາກສ່ວນໄດ້ຮັບຜົນກະທົບ ບໍ່ສາມາດເຄື່ອນໄຫວໄດ້ຢ່າງເຕັມສ່ວນ ແລະ ດ້ານການບໍລິການ ຊຶ່ງເປັນສາເຫດເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານປະຕິບັດ ໄດ້ທັງໝົດ 78,02 ຕື້ກີບ ເທົ່າກັບ 45.09% ຂອງແຜນການປີ, ມູນຄ່າການສົ່ງອອກ ປະຕິບັດໄດ້ 1.499 ຕື້ກີບ, ເພີ່ມຂຶ້ນ 37,45% ຂອງແຜນການ ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 59,60%, ສິນຄ້ານໍາເຂົ້າປະຕິບັດໄດ້ 156 ຕື້ກີບ. ສໍາລັບວຽກງານການລົງທຶນຂອງລັດໃນປີ 2021 ມີໂຄງການທັງໝົດ 340 ໂຄງການ ຊຶ່ງມີແຜນອະນຸມັດທັງໝົດ 33,24 ຕື້ກີບ ແລະ ອະນຸມັດຈ່າຍໄດ້ແລ້ວ 106 ໂຄງການ ມູນຄ່າ 10,70 ຕື້ກີບ, ນອກນັ້ນ ຍັງໄດ້ເອົາໃຈໃສ່ວຽກງານແກ້ໄຂຄວາມທຸກຍາກໃຫ້ໄດ້ບັນລຸຕາມແຜນການ, ການຊຸກຍູ້ສົ່ງເສີມການຜະລິດການປູກຝັງ-ລ້ຽງສັດເປັນສິນຄ້າ, ການສົ່ງເສີມທຸລະກິດແບບຄອບຄົວ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMES) ແລະ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນຫາອຶ່ນໆ. ນອກນັ້ນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ເອົາໃຈໃສ່ເລັ່ງສັກຢາວັກຊິນ ກັນພະຍາດໂຄວິດ-19 ໃຫ້ໄດ້ 50% ໃນປີ 2021 ຄຽງຄູ່ກັນໄປກັບວຽກງານອຶ່ນໆ.
ທ່ານເຈົ້າແຂວງສາລະວັນ ກໍໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດ ໃນອີກ 3 ເດືອນທ້າຍປີ, ເອົາໃຈໃສ່ປະຕິບັດມາດຕະການແກ້ໄຂຢ່າງເຂັ້ມງວດ, ປັບປຸງ, ແກ້ໄຂສິ່ງທີ່ເປັນອຸປະສັກ, ນັບທັງກົນໄກ, ລະບຽບການຕ່າງໆ. ທັງໄດ້ເນັ້ນເຖິງບຸກຄະລາກອນ ໃນກົງຈັກການຈັດຕັ້ງຂອງພັກ - ລັດ ໃນແຕ່ລະຂົງເຂດປະຕິບັດຕາມກົນໄກປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້, ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ເອົາໃຈໃສ່ສູງວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຂອງແຂວງໃຫ້ດີຂຶ້ນເປັນກ້າວໆ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນໃນການປູກຝັງ-ລ້ຽງສັດ ໃຫ້ກາຍເປັນສິນຄ້າເພື່ອສະໜອງໃຫ້ກັບຕະຫຼາດພາຍໃນ ແລະ ຕ່າງປະເທດ ແລະ ວຽກງານອຶ່ນໆ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com