Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ສະມາຊິກກຳມະບານ ຄັ້ງທີ VI ຂອງຕົນຂຶ້ນ ໃນວັນທີ 26 ພະຈິກ ຜ່ານມາ ທີ່ຄະນະຈັດຕັ້ງສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານລາວ, ມີສະມາຊິກກຳມະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ວິລະພັນ ສີລິທຳ ປະທານສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຮ່າງລາຍງານການເມືອງ, ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຕະຫຼອດໄລຍະ 5 ປີຜ່ານມາ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມນີ້ ກໍໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ສະໄໝທີ V, ແຜນພັດທະນາວຽກງານກຳມະບານຄະນະຈັດຕັ້ງສູນກາງພັກ ແລະ ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.
ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິ ຫານງານຊຸດໃໝ່ ຊຶ່ງມີຜູ້ສະໝັກ 12 ສະຫາຍ ຍິງ 3 ສະຫາຍ, ເລືອກເອົາ 9 ສະຫາຍ ຍິງ 1 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາ ສະຫາຍ ຄູນເພັງ ໄຊສະຫວາດ ເປັນປະທານຄະນະບໍລິຫານງານ ສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ສະໄໝທີ VI, ສະຫາຍ ສິນນະຄອນ ດວງບັນດິດ ເປັນຮອງປະທານ ທັງເປັນປະທານກວດກາ, ສະຫາຍ ມະນີ ກ່ານສີລາ ເປັນຮອງປະທານ, ສະຫາຍ ສາດທະສິນ ຫຼວງຄູນ ເປັນຮອງປະທານກວດກາ.
ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງ ສະຫະພັນກຳມະບານຄະນະຈັດຕັ້ງສູນກາງພັກ ໃນໄລຍະ 5 ປີຜ່ານມາ ແລະ ຊົມເຊີຍຕໍ່ບັນດາສະຫາຍຄະນະບໍລິຫານງານສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກຊຸດໃໝ່ ພ້ອມກັບໃຫ້ທິດຊີ້ນຳ ເພື່ອປັບປຸງ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ ພ້ອມກັນສຸມທຸກສະຕິປັນຍາເຫື່ອແຮງເຂົ້າໃນການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ, ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນສຳເລັດໃໝ່ທີ່ກ້າວໜ້າ.
ຂ່າວ-ພາບ: ຄະນະຈັດຕັ້ງສູນກາງພັກ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com