Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍໄດ້ຮັບການມອບສິດຈາກລັດຖະບານ, ກໍຄືຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ II ແລະ ຊັ້ນ III ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ການນຳ-ພະນັກງານຈາກ 2 ພາກສ່ວນຂອງ ສສ ຫວຽດນາມ ຄື: ສະຖາບັນການເມືອງໂຮ່ຈິມິນ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 17 ມັງກອນ ຜ່ານມາ ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ຝ່າຍລາວນຳໂດຍ ສະຫາຍ ຈັນທະພອນ ຄຳມະນີຈັນ ທີ່ປຶກສາ ຮອງຫົວໜ້າສຳນັກງານສະຖານທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມພະນັກງານທີ່ກ່ຽວຂ້ອງຈຳນວນໜຶ່ງເຂົ້າຮ່ວມ, ຝ່າຍຫວຽດນາມ ນຳໂດຍສະຫາຍ ຮວ່າງ ຟຸກ ເລິມ ຮອງເລຂາຄະນະພັກ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການປະດັບຫຼຽນໄຊແຮງງານໃນຄັ້ງນີ້ ລວມມີ: ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ບຸກຄົນ ຈຳນວນ 3 ສະຫາຍ ຄື: 1) ສະຫາຍ ເລ ວັນ ເລິ້ຍ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ; 2) ສະຫາຍ ຟາມ ຈີ ແທັງ ຮັກສາການອຳນວຍການ ຫົວໜ້າຄະນະບັນນາທິການໃຫຍ່ໂຮງພິມການເມືອງແຫ່ງຊາດສື້ເຖິດ ແລະ 3) ສະຫາຍ ເຈິ່ນ ມິງ ເຈື່ອງ ຫົວໜ້າອະນຸສະຖາບັນໂຮ່ຈິມິນ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ແລະ ຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ບຸກຄົນ ຈຳນວນ 10 ສະຫາຍ ໃນນີ້ຈາກສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ 8 ສະຫາຍ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ 2 ສະຫາຍ.
ໃນພິທີດັ່ງກ່າວ, ສະຫາຍ ຈັນທະພອນ ຄຳມະນີຈັນ ໄດ້ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອລໍ້າຄ່າ ແລະ ທັນການໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເວົ້າລວມ, ເວົ້າສະເພາະ ຕໍ່ການນຳ-ພະນັກງານຂອງສະຖາບັນການເມືອງໂຮ່ຈິມິນ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື້ເຖິດ ທີ່ໄດ້ທຸ້ມເທເຫຼື່ອແຮງ ແລະ ສະຕິປັນຍາຂອງຕົນປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນຮ່ວມມືລະຫວ່າງ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ ແຫ່ງ ສປປ ລາວ ກັບ ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໂດຍສະເພາະໃນວຽກງານການບຳລຸງ-ກໍ່ສ້າງພະນັກງານຂັ້ນນຳພາ-ຄຸ້ມຄອງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ການຈັດຕັ້ງປະຕິບັດໂຄງການ “ແປປຶ້ມນິພົນຄົບຊຸດ ໂຮ່ຈິມິນ ຈາກພາສາຫວຽດນາມ ມາເປັນພາສາລາວ” ໃນໄລຍະ 2010-2020. ຜົນງານດັ່ງກ່າວ, ເປັນການປະກອບສ່ວນລວມເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ບໍ່ພຽງແຕ່ບໍ່ຈືດຈາງລົງ ແຕ່ນັບມື້ນັບແຕ່ດອກອອກຜົນຍິ່ງໆຂຶ້ນ. ສະຫາຍຍັງໄດ້ກ່າວຕື່ມວ່າ: ເຖິງສະພາບການຂອງພາກພື້ນ ແລະ ໃນໂລກ ຈະຜັນແປໄປຢ່າງໄວວາ, ສັບສົນ ໂດຍສະເພາະການລະບາດຂອງເຊື້ອພະຍາດໂຄວິດ-19 ໃນສອງປີຜ່ານມາ, ແຕ່ສາຍພົວພັນພິເສດ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ຮ່ວມກັບປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ເປັນຜູ້ກໍ່ຕັ້ງ ແລະ ໄດ້ຮັບການຖະໜຸຖະໜອມຜ່ານການນໍາຮຸ່ນຕ່າງໆ ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບເຂົ້າສູ່ລວງເລິກ-ລວງກວ້າງກວ່າເກົ່າ. ພິເສດ ປີ 2022 ເປັນທີ່ສອງປະເທດຈະມີກິດຈະກໍາຕ່າງໆຢ່າງຟົດຟື້ນ ເພື່ອເປັນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962-5/9/2022), ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18/7/1977-18/7/2022).
ໂອກາດນີ້, ສະຫາຍ ຮວ່າງ ຟຸກ ເລິມ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນພິເສດຂອງພື້ນຖານແນວຄິດ-ທິດສະດີຂອງພັກຕໍ່ພາລະກິດປະຕິວັດ, ການນຳພາ ແລະ ການພັດທະນາປະເທດຂອງສອງພັກ, ສອງລັດ ລາວ ແລະ ຫວຽດນາມ; ກົມການເມືອງ, ຄະນະເລຂາທິການສູນກາງພັກຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ມອບໃຫ້ສະຖາບັນການເມືອງ-ການປົກຄອງແຫ່ງຊາດລາວ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຈັດຕັ້ງຜັນຂະຫຍາຍໂຄງການ “ແປປຶ້ມນິພົນຄົບຊຸດ ໂຮ່ຈິມິນ” ທັງໝົດ ຈຳນວນ 15 ເຫຼັ້ມ ໂດຍປະກອບມີບົດຂຽນທີ່ສຳຄັນຂອງ ປະທານ ໂຮ່ຈິມິນ ຈຳນວນ 3.300 ບົດ ຊຶ່ງໄດ້ຂຽນໄວ້ໃນໄລຍະແຕ່ປີ 1912-1969 ແລະ ປຶ້ມວັດຈະນານຸກົມສາດ ໂຮ່ຈິມິນ.
ໃນໂອກາດນີ້, ການນຳສະຖານບັນການເມືອງແຫ່ງຊາດ ໂຮ່ຈິມິນ ແລະ ການນຳສະຖານທູດລາວ ຍັງໄດ້ເຂົ້າຮ່ວມພິທີເປີດການນໍາໃຊ້ເຮືອນຄົວລວມຮັບໃຊ້ນັກສຶກສາຕ່າງປະເທດ ເວົ້າລວມ, ເວົ້າສະເພາະແມ່ນໃຫ້ແກ່ນັກສຶກສາຈາກ ສປປ ລາວ ຢູ່ວິທະຍາເຂດຂອງສະຖານບັນການເມືອງແຫ່ງຊາດ ໂຮ່ຈິມິນ ຕື່ມອີກ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com