Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 130.853 ກໍລະນີ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 25/01/2022 18:49:48 ຈຳ​ນວນ​​ຢ້ຽມ​ຊົມ 1022 ຄັ້ງ

ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທະລະນະສຸກ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19, ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ໂຕເລກການຕິດເຊື້ອພະຍາດໂຄວິດ-19 ໃນທົ່ວໂລກ ແລະ ບັນດາປະເທດໃກ້ຄຽງ ໃນວັນທີ 25 ມັງກອນ 2022 ທີ່ກະຊວງສາທາລະນະສຸກ

     ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 24 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.897 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 560 ຄົນ (ຕິດເຊື້ອພາຍໃນ 556 ຄົນ ແລະ ນໍາເຂົ້າ 4 ຄົນ). ດັ່ງນີ້: ນະຄອນຫຼວງ 126 ຄົນ, ແຂວງຊຽງຂວາງ 65 ຄົນ, ບໍລິຄຳໄຊ 60 ຄົນ, ຫົວພັນ 41 ຄົນ, ວຽງຈັນ 40 ຄົນ, ຜົ້ງສາລີ 36 ຄົນ, ບໍ່ແກ້ວ 31 ຄົນ, ຄຳມ່ວນ 27 ຄົນ, ໄຊສົມບູນ 24 ຄົນ, ສາລະວັນ 22 ຄົນ, ໄຊຍະບູລີ 21 ຄົນ, ອັດຕະປື 17 ຄົນ, ອຸດົມໄຊ 16 ຄົນ, ເຊກອງ 11 ຄົນ, ຫຼວງພະບາງ 10 ຄົນ, ຈຳປາສັກ 7 ຄົນ, ສະຫວັນນະເຂດ 1 ຄົນ ແລະ ແຂວງຫຼວງນ້ຳທາ 1 ຄົນ, ສໍາລັບການຕິດເຊື້ອນໍາເຂົ້າ ມີ 4 ຄົນ ທັງໝົດຈາກນະຄອນຫຼວງ.

ປັດຈຸບັນ ມີຜູ້ຕິດເຊື້ອສະສົມຢູ່ໃນ ສປປ ລາວ ທັງໝົດ 130.853 ກໍລະນີ, ອອກໂຮງໝໍວານນີ້ 485 ຄົນ, ກຳລັງປິ່ນປົວ 7.591 ຄົນ ແລະ ເສຍຊີວິດສະສົມທັງໝົດ 529 ຄົນ (ເສຍຊີວິດໃໝ່ 2 ຄົນ). ສຳລັບຜູ້ເສຍຊີວິດໃໝ່ 2 ຄົນ ຈາກ ແຂວງອຸດົມໄຊ 1 ຄົນ ແລະ ແຂວງວຽງຈັນ 1 ຄົນ;  ສ່ວນສະພາບການຕິດເຊືື້ອພະຍາດໂຄວິດ-19 ຢູ່ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ, ກໍລະນີຢັ້ງຢືນຕິດເຊື້ອ​ໃນ​ທົ່ວ​ໂລກທັງໝົດ 354.372.928 ຄົນ (1.844.076 ໃໝ່), ເສຍ​ຊີວິດທັງໝົດ 5.621.345 ຄົນ (5.421   ໃໝ່), ປິ່ນປົວຫາຍດີ  281.544.477 ຄົນ (1.723.165 ໃໝ່).

ຂ່າວ: ຍຸພິນທອງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com