Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ - ຮັບ ວັກຊິນກັນພະຍາດໂຄວິດ-19 Pfizer/BioNTech ຈໍານວນ 1.698.840 ໂດສ ຊຶ່ງເປັນການຊ່ວຍເຫຼືອຂອງສະຫະລັດອາເມຣິກາໃຫ້ແກ່ ສປປ ລາວ ຢ່າງເປັນທາງການ, ໄດ້ຈັດຂຶ້ນໃນວັນທີ 26 ມັງກອນນີ້ ທີ່ສະໜາມບິນສາກົນວັດໄຕ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາ ປະຈໍາ ສປປ ລາວ, ມີທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປີເຕີ ເຮມອນ ໄດ້ກ່າວວ່າ: ສະຫະລັດອາເມຣິກາມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ສປປ ລາວ ດ້ວຍວັກຊິນທີ່ສຳຄັນເຫຼົ່ານີ້ ຊຶ່ງຈະຊ່ວຍຊີວິດຂອງປະຊາຊົນ ແລະ ມີຜົນກະທົບໃນທາງບວກຕໍ່ການເປີດໂຮງຮຽນຄືນໃໝ່ຢ່າງປອດໄພ, ໃນຂະນະທີ່ພວກເຮົາເຮັດວຽກຮ່ວມກັນເພື່ອຢຸດຕິການລະບາດຂອງພະຍາດໂຄວິດ-19 ແລະ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ເສດຖະກິດ-ສັງຄົມ, ສະຫະລັດອາເມຣິກາຈະສືບຕໍ່ສະໜັບສະໜູນດ້ານທຸລະກິດ, ລະບົບການສຶກສາ, ການຮັກສາສຸຂະພາບ, ຄົນພິການ ແລະ ດ້ານລະບຽບກົດໝາຍ.
ທ່ານ ພັນຄໍາ ວິພາວັນ ໄດ້ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈມາຍັງສະຫະລັດອາເມຣິກາ ໃນການສະໜັບສະໜູນອັນລ້ຳຄ່ານີ້. ການສະໜອງວັກຊິນເຫຼົ່ານີ້ຈະຊ່ວຍໃຫ້ສາມາດບັນລຸເປົ້າໝາຍຂອງຕົນໃນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ໄດ້ 80% ຂອງປະຊາກອນໃນປີ 2022 ແລະ ສໍາຄັນກວ່ານັ້ນ, ຈະເປັນການ ຊ່ວຍຊີວິດຂອງປະຊາຊົນອີກດ້ວຍ. ການມາຮອດຂອງວັກຊິນ Pfizer ແມ່ນທັນເວລາທີ່ສຸດ ເນື່ອງຈາກວ່າ ປັດຈຸບັນນີ້ ພວກເຮົາພວມເລັ່ງສັກວັກຊິນໃຫ້ແກ່ໄວໜຸ່ມ, ໂດຍອີງໃສ່ແຜນປະຕິບັດການສັກວັກຊິນກັນພະຍາດໂຄວິດ-19 ແຫ່ງຊາດ (NDVP), ນອກຈາກໄວໜຸ່ມອາຍຸ 12 ຫາ 17 ປີແລ້ວ, ຍັງຈະໄດ້ສັກວັກຊິນໃຫ້ກຸ່ມບຸລິມະສິດອື່ນໆ, ລວມທັງຜູ້ທີ່ມີອາຍຸ 60 ປີຂຶ້ນໄປ, ຜູ້ທີ່ມີບັນຫາສຸຂະພາບ ແລະ ແມ່ມານອີກດ້ວຍ.
ວັກຊິນ Pfizer/BioNTech ໄດ້ມາຮອດ ສປປ ລາວ ໃນຕົ້ນເດືອນນີ້ ຊຶ່ງມີການຂົນສົ່ງ 2 ຄັ້ງ. ການຂົນສົ່ງຄັ້ງທຳອິດມີ 799.110 ໂດສ ແມ່ນໄດ້ມາຮອດ ສປປ ລາວ ໃນວັນທີ 2 ມັງກອນ 2022 ແລະ ການຂົນສົ່ງຄັ້ງທີສອງແມ່ນມີ 899.730 ໂດສ ຊຶ່ງມາຮອດ ສປປ ລາວ ໃນວັນທີ 24 ມັງກອນ 2022. ການສະໜັບສະໜູນຄັ້ງຫຼ້າສຸດນີ້ແມ່ນສືບຕໍ່ມາຈາກການບໍລິຈາກວັກຊິນ Johnson & Johnson ຈໍານວນໜຶ່ງລ້ານໂດສ ຂອງສະຫະລັດອາເມຣິກາໃຫ້ແກ່ ສປປ ລາວ ເມື່ອເດືອນກໍລະກົດ ປີ 2021 ທີ່ຜ່ານມາ ແລະ ຍັງໄດ້ສົ່ງມອບໂດຍຜ່ານໂຄງການ COVAX Facility. ມາເຖິງປັດຈຸບັນນີ້, ດ້ວຍການຈັດສົ່ງວັກຊິນ Pfizer/BioNTech ຄັ້ງຫຼ້າສຸດນີ້ສະຫະລັດອາເມຣິກາໄດ້ສະໜອງວັກຊິນກັນພະຍາດໂຄວິດ-19 ລວມເປັນ 2.706.840 ໂດສ ໃຫ້ແກ່ ສປປ ລາວ ຊຶ່ງການຈັດສົ່ງທີ່ມາເຖິງ ສປປ ລາວ ແມ່ນຜ່ານໂຄງການ COVAX Facility. ໂຄງການ COVAX ແມ່ນການນຳພາຮ່ວມກັນໂດຍອົງການ Gavi, ສຳພັນທະມິດນະວັດຕະກໍາການກຽມຄວາມພ້ອມຕໍ່ການລະບາດຂອງພະຍາດ (CEPI) ແລະ ອົງການອະນາໄມໂລກ (WHO), ພ້ອມດ້ວຍອົງການ UNICEF ທີ່ເປັນຄູ່ຮ່ວມງານສໍາຄັນໃນການຈັດສົ່ງ.
ຂ່າວ-ພາບ: ບຸນອູ້ມ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com