Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ອົງການ UNICEF ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ມະຫາວິທະຍາໄລແຫ່ງຊາດລາວ, ອົງການ ChildFund ໃນປະເທດລາວ ແລະ ອົງການ Global Shapers ໄດ້ຈັດງານນຳສະເໜີແນວຄວາມຄິດ, ໂອ້ລົມ, ສົນທະນາຂອງຕົວແທນຊາວໜຸ່ມລາວ ທີ່ເນັ້ນໃສ່ຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19 ຕໍ່ເດັກ ແລະ ໄວໜຸ່ມໃນ ສປປ ລາວ ຂຶ້ນໃນວັນທີ 27 ມັງກອນ ນີ້ ທີ່ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.
ງານສົນທະນາແລກປ່ຽນຄໍາຄິດເຫັນຂອງຊາວໜຸ່ມລາວໃນຄັ້ງນີ້ພາຍໃຕ້ຫົວຂໍ້ຫຼັກ “ເພື່ອຄົ້ນຄິດຄືນໃໝ່ເຖິງຄົນລາວແຕ່ນີ້ຫາປີ 2030 ສ້າງຍຸກຫຼັງການລະບາດຂອງພະຍາດໂຄວິດ-19 ທີ່ດີກວ່າ, ມີສີຂຽວຫຼາຍຂຶ້ນ ແລະ ຍືນຍົງກວ່າເກົ່າ ເພື່ອເດັກທຸກໆຄົນ”, ໄດ້ເຕົ້າໂຮມເອົາຊາວໜຸ່ມລາວ ທີ່ມີພອນສະຫວັນ ແລະ ມີຄວາມມຸ່ງໝັ້ນເປັນຕົວແທນຈໍານວນ 7 ຄົນ ທີ່ມາຈາກພື້ນຖານທີ່ແຕກຕ່າງກັນໃນຂອບເຂດທົ່ວປະເທດ ເພື່ອນຳສະເໜີທັດສະນະຂອງເຂົາເຈົ້າກ່ຽວກັບບັນຫາທີ່ສຳຄັນທີ່ສົ່ງຜົນກະທົບຕໍ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ລວມທັງຫົວຂໍ້ທີ່ກ່ຽວພັນກັບການສຶກສາ, ການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ, ການປົກປ້ອງເດັກ.
ຫົວຂໍ້ທີ່ນຳມາສົນທະນາມີຄື: 1. ການຢຸດພັກໜຶ່ງປີ ກະກຽມຂ້ອຍສູ່ການຮຽນຮູ້ຕະຫຼອດຊີວິດ ໂດຍພຣະສົມກຽດ ສີຢາງວົງສາ, 2. ເປັນຫຍັງຈຶ່ງບໍ່ມີຊີວິດປົກກະຕິແບບໃໝ່ສຳລັບການປ່ຽນແປງດິນຟ້າອາກາດ ສະເໜີໂດຍ ນາງ ມະໄລສອນ ວັນນະລາດ, 3. ເປັນຫຍັງສຸຂະພາບຈິດທີ່ດີຈຶ່ງເລີ່ມຈາກການຮັບຟັງ ສະເໜີໂດຍໂດຍ ນາງ ດາລາສັກ ຍອດຈະເລີນ, 4. ຄວາມຫວັງທີ່ເດັກຈະຫຼຸດພົ້ນຈາກຄວາມຮຸນແຮງທຸກຮູບແບບ ສະເໜີໂດຍ ນາງ ປາເຢຍ ຢ່າງເຊົາເຢ້, 5. ຄວາມສັບຊ້ອນຂອງໂພຊະນາການຂອງເດັກ ແລະ ແມ່ຍິງໃນ ສປປ ລາວ ສະເໜີໂດຍ ນາງ ໄພລິນ ເກີດຫຼ້າ, 6. ສິ່ງທີ່ພໍ່ແມ່ຂອງຂ້ອຍສອນຂ້ອຍກ່ຽວກັບຄວາມສະເໝີພາບຍິງ-ຊາຍ ສະເໜີໂດຍ ນາງ ພະນົມພອນ ຜາອຸດົມ ແລະ 7. ຄວາມສໍາຄັນຂອງການຍອມຮັບ ແລະ ການເຄົາລົບຕໍ່ຄວາມເປັນຕົວເອງຂອງທຸກເພດ ຈຶ່ງສໍາຄັນ ສະເໜີໂດຍ ທ້າວ ວັນນະນ້ອຍ ນິຍົມສິນ ຊຶ່ງຕົວແທນໄວໜຸ່ມແຕ່ລະຄົນລ້ວນແລ້ວແຕ່ເປັນບຸກຄົນທີ່ເປັນແບບຢ່າງໃນທ້ອງຖິ່ນຂອງຕົນ ໂດຍນັກເວົ້າເອງໄດ້ມີປະສົບການດໍາເນີນໂຄງການເພື່ອປູກຈິດສໍານຶກກ່ຽວກັບບັນຫາທີ່ສໍາຄັນຕໍ່ຕົນເອງທີ່ເປັນໄວໜຸ່ມ ຫຼື ໄດ້ມີສ່ວນຮ່ວມໃນການວຽກງານເພື່ອປັບປຸງຊຸມຊົນຂອງຕົນ.
ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ກ່າວວ່າ: “ຍ້ອນການລະບາດຂອງພະຍາດໂຄວິດ-19 ຢ່າງຕໍ່ເນື່ອງ, ເດັກນ້ອຍ ແລະ ໄວໜຸ່ມໃນ ສປປ ລາວ ພວມປະເຊີນກັບວິກິດການຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ. ໃນຂະນະທີ່ພວກເຮົາພວມສ້າງໂລກຄືນໃໝ່ ຫຼັງການລະບາດຂອງພະຍາດໂຄວິດ-19, ຊາວໜຸ່ມຕ້ອງການເວທີເພື່ອສະແດງຄວາມຄິດເຫັນຂອງຕົນ ກ່ຽວກັບບັນຫາທີ່ມີຄວາມສໍາຄັນຕໍ່ພວກເຂົາເອງ ແລະ ມີສ່ວນຮ່ວມໃນຂະບວນການເພື່ອຈິນຕະນາການຄືນໃໝ່ເຖິງອະນາຄົດທີ່ດີກວ່າ. ສະນັ້ນ, “ຄຳຄິດເຫັນຂອງຊາວໜຸ່ມລາວ” ຈຶ່ງເປັນບັນຫາສຳຄັນ, ນຳມາຄົ້ນຄວ້າໃຫ້ຊັດເຈນ.”
ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: “ໃນເກືອບ 2 ທົດສະວັດຂອງການຮ່ວມມືລະຫວ່າງ MICT ແລະ ອົງການ UNICEF, ພວກເຮົາໄດ້ເຫັນແລ້ວວ່າສື່ມວນຊົນມີບົດບາດອັນມີພະລັງທີ່ສຸດໃນການເປັນກະບອກສຽງຂອງຊາວໜຸ່ມລາວ ແລະ ການໂຄສະນາສົ່ງເສີມສະຫວັດດີພາບຂອງພວກເຂົາ. ດ້ວຍ “ຄຳຄິດເຫັນຂອງຊາວໜຸ່ມລາວ”, ຊາວໜຸ່ມມີເວທີຫຼາກຫຼາຍເພື່ອສືບຕໍ່ເປັນກະບອກສຽງຂອງຕົນໃນໄລຍະການລະບາດຂອງພະຍາດໂຄວິດ-19, ພວກເຮົາຈໍາເປັນຕ້ອງສ້າງໂອກາດໃຫ້ແກ່ເດັກ ແລະ ຊາວໜຸ່ມໄດ້ເຂົ້າຮ່ວມໃນການພັດທະນາປະເທດຊາດໃນຖານະເປັນພົນລະເມືອງທີ່ຫ້າວຫັນ.”
ທ່ານ ອຸດົມ ພອນຄໍາແພງ ຮັກສາການອະທິການບໍດີ NUOL ກ່າວວ່າ: “ມີຄວາມສຳຄັນຫຼາຍທີ່ຄົນຮຸ່ນອາວຸໂສກວ່າໄດ້ມີສ່ວນຮ່ວມ ແລະ ໄດ້ຍິນສຽງຈາກຄົນຮຸ່ນໜຸ່ມກ່ວາໃນເລື່ອງທີ່ສຳຄັນທີ່ສຸດຕໍ່ພວກເຂົາໃນໄລຍະທີ່ທ້າທາຍນີ້ ແລະ ຊາວໜຸ່ມລາວກໍມີວິທີການແລກປ່ຽນທັດສະນະ ແລະ ວິໄສທັດຂອງຕົນສໍາລັບອະນາຄົດທີ່ພວກເຂົາຕ້ອງການ. NUOL ພູມໃຈທີ່ໄດ້ມີບົດບາດໃນການສະໜັບສະໜູນຊາວໜຸ່ມໃນລາວ ໂດຍຜ່ານ “ຂະບວນການຄົ້ນຄິດຂອງຊາວໜຸ່ມລາວ”. ພວກເຮົາຮູ້ສຶກຕື່ນເຕັ້ນທີ່ສຸດທີ່ໄດ້ປະກອບສ່ວນເຂົ້າໃນການສ້າງເວທີສົນທະນາແລກປ່ຽນບົດຮຽນສໍາລັບໄວໜຸ່ມ ແລະ ຫວັງວ່າແນວຄວາມຄິດ ແລະ ທັດສະນະຂອງພວກເຂົາຈະຖືກຮັບຟັງ ແລະ ໄດ້ຮັບການພິຈາລະນາ.
ທ່ານ ນາງ ເພຍ ເຣເບລໂລ ບຣີໂຕ ຜູ້ຕາງໜ້າອົງການອຸຍນີເຊັບປະຈຳ ສປປ ລາວ ກ່າວວ່າ: “ຄໍາຄິດເຫັນຊາວໜຸ່ມລາວ” ເປັນເວທີໃຫ້ຊາວໜຸ່ມໄດ້ສະແດງອອກ ແລະ ມີສ່ວນຮ່ວມຢ່າງຫ້າວຫັນໃນການສ້າງໂລກຄືນໃໝ່ຫຼັງການລະບາດຂອງພະຍາດໃຫ້ດີກວ່າ, ຂຽວສົດໃສກວ່າ, ແບບຍືນຍົງກວ່າ. ງານດັ່ງກ່າວມີຄວາມສຳຄັນເປັນພິເສດສຳລັບພວກເຮົາ ເນື່ອງຈາກວ່າເມື່ອບໍ່ດົນມານີ້ອົງການUNICEF ໄດ້ສະເຫຼີມສະຫຼອງ ວັນຄົບຮອບ 75 ປີຂອງຕົນ ຊຶ່ງເປັນການຢັ້ງຢືນເຖິງຄວາມມຸ່ງໝັ້ນອັນຍາວນານເປັນເວລາຫຼາຍທົດສະວັດຂອງພວກເຮົາໃນການສົ່ງເສີມສຽງຂອງເດັກໃນທົ່ວໂລກ, ລວມທັງໃນ ສປປ ລາວ ອີກດ້ວຍ.”
ຂ່າວ-ພາບ: ບຸນຕອມ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com