Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຫວ່າງບໍ່ດົນມານີ້ ທີ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມທາງໄກຂອງຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ IV ໂດຍກ່າວວ່າ: ຖືເປັນກຽດຢ່າງສູງທີ່ໄດ້ຕາງໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າແຂວງຈຳປາສັກ ຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກອຳນວຍຄວາມສະດວກທາງດ້ານການຄ້າຢູ່ແຂວງຈຳປາສັກ ແລະ ຕອບຄຳຖາມເຈາະຈີ້ມຂອງທ່ານປະທານກອງປະຊຸມ.
ການຈັດຕັ້ງປະຕິບັດວຽກອຳນວຍຄວາມສະດວກໃນປີ 2021 ທີ່ເຫັນວ່າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ດ້ານເຕັກນິກວິຊາການ ລະຫວ່າງ ພາກລັດ ແລະ ພາກທຸລະກິດຢູ່ແຂວງຈຳປາສັກ ສາມາດສັງລວມບັນຫາທີ່ຕິດພັນກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ລວມມີ 10 ບັນຫາ: ບັນຫາທີ່ໄດ້ຮັບການແກ້ໄຂ 4 ບັນຫາ, ແກ້ໄຂໄດ້ບາງສ່ວນ 2 ບັນຫາ, ກໍາລັງດໍາເນີນການແກ້ໄຂ 1 ບັນຫາ, ໄດ້ຮັບການຊີ້ແຈງແລ້ວ 2 ບັນຫາ ແລະ ຍັງບໍ່ມີຄວາມຄືບໜ້າ 1 ບັນຫາ; ສຳລັບນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຂຶ້ນທະບຽນວິສາຫາກິດ, ຮັບອະນຸຍາດການລົງທຶນຈາກຂະແໜງການກ່ຽວຂ້ອງ ໄດ້ຮັບເລກປະຈຳຕົວຜູ້ເສຍອາກອນ ແລະ ໄດ້ຈົດທະບຽນເຂົ້າໃນລະບົບອາກອນມູນຄ່າເພີ່ມ (ຊຶ່ງສ່ວຍສາອາກອນປະຈຳແຂວງເປັນຜູ້ຄຸ້ມຄອງ) ຖ້າຫາກບໍ່ປະຕິບັດການຖືບັນຊີຢ່າງຖືກຕ້ອງ ຄົບຖ້ວນ ບໍ່ແຈ້ງ ແລະ ມອບອາກອນຕາມໝາຍກຳນົດ ແລະ ບໍ່ນຳໃຊ້ໃບເກັບເງິນທີ່ຖືກຕ້ອງ ຈະຖືກຄິດໄລ່ອາກອນກຳໄລແບບບັງຄັບຕາມກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມີຖຸນາ 2019; ການຕັ້ງຈຸດ (ປ້ອມ) ກວດກາຕາມເສັ້ນທາງຂອງເຈົ້າໜ້າທີ່ຕຳຫຼວດ ເພື່ອກວດກາສິນຄ້າ ແລະ ເອກະສານເຄື່ອນຍ້າຍສິນຄ້າຊຶ່ງໄດ້ສ້າງຄວາມຫຍຸ້ງຍາກ ແລະ ເພີ່ມຄ່າໃຊ້ຈ່າຍ ໃຫ້ແກ່ການເຄື່ອນຍ້າຍສິນຄ້າຢູ່ພາຍໃນປະເທດຂອງແຂວງຈຳປາສັກ ແມ່ນຕັ້ງຈຸດເພື່ອກວດກາການເຄື່ອນໄຫວຂອງລົດໃຫ້ຖືກຕ້ອງກັບເງື່ອນໄຂ ໃນການດຳເນີນທຸລະກິດ ເພື່ອສະກັດກັ້ນການຊື້-ຂາຍສິ່ງຜິດກົດໝາຍ ແລະ ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.
ການອອກຄຳແນະນຳຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 05/ຈຂ.ຈສ, ລົງວັນທີ 11 ພະຈິກ 2021 ກ່ຽວກັບການຄຸ້ມຄອງທຸລະກິດການຄ້າສິນຄ້າກະສິກຳ (ມັນຕົ້ນ, ກາເຟ ແລະ ຢາງພາລາ) ແມ່ນເນື່ອງມາຈາກການຄຸ້ມຄອງຂອງຂະແໜງການຍັງບໍ່ທັນເຂັ້ມແຂງເທົ່າທີ່ຄວນ ພ້ອມດຽວກັນຫົວໜ່ວຍທຸລະກິດກໍບໍ່ມີຄວາມຈິງໃຈທີ່ຈະແຈ້ງມອບພັນທະໃຫ້ລັດ ການເຄື່ອນໄຫວທຸລະກິດບໍ່ຖືກຕ້ອງຕາມລະບຽບ, ມີການລັກລອບຊື້-ຂາຍ ໃນລະດູການເກັບກ່ຽວ ເຮັດໃຫ້ຜູ້ລົງທຶນເສຍຫາຍຫຼາຍລ້ານໂດລາໃນແຕ່ລະປີ ການເກັບກຳສະຖິຕິໂຕເລກການຊື້-ຂາຍບໍ່ແທດເໝາະກັບເນື້ອທີ່ການຜະລິດ ເຖິງແມ່ນວ່າແຂວງໄດ້ອອກແຈ້ງການສະບັບດັ່ງກ່າວ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງໃນການອອກເອກະສານເຄື່ອນຍ້າຍ ຂົງເຂດ ອຸດສາຫະກຳ ແລະ ການຄ້າ ຍັງບໍ່ໄດ້ຖືກຈັດຕັ້ງປະຕິບັດ. (ຂ່າວ-ພາບ: ເກດສະໜາ ແກ້ວສຸວັນນະແສງ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com