Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 26 ມັງກອນ ຜ່ານມານີ້ ທີ່ສະຖາບັນການເງິນ-ການບັນຊີ ໄດ້ຈັດກອງປະຊຸມວິຊາການສ້າງທ່າຫັນປ່ຽນໃໝ່ຂອງວຽກວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບໃຫ້ເປັນຕົວແທນພາກລັດໃນການຊຸກຍູ້ການຖືບັນຊີໃຫ້ຖືກຕ້ອງຕາມລະບຽບກົດໝາຍ ໂດຍການເປັນປະທານຂອງທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງບັນຊີ ກະຊວງການເງິນ, ມີຕາງໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳ ປີ 2022, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການອະນຸຍາດດຳເນີນວິສາຫະກິດບັນຊີ, ວິສາຫະກິດກວດສອບ ແລະ ນັກກວດສອບຕາມກົດໝາຍ, ຄຳສັ່ງເລກທີ 18 ຂອງນາຍົກລັດຖະມົນຕີ ທີ່ຕິດພັນກັບວຽກງານບັນຊີ ແລະ ກວດສອບອິດສະຫຼະ, ນຳສະເໜີຮ່າງບົດບັນທຶກການປະຖົມນິເທດ ສຳລັບວິສາຫະກິດສ້າງຕັ້ງໃໝ່ ແລະ ປຶກສາຫາລືກ່ຽວກັບທິດທາງ ແລະ ແຜນການໃນຕໍ່ໜ້າ.
ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການເງິນ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໄດ້ໃຫ້ຄວາມສຳຄັນວຽກງານບັນຊີ, ກວດສອບອິດສະຫຼະ ຊຶ່ງລັດຖະບານໄດ້ຖືເອົາເປັນວຽກໜຶ່ງທີ່ເອົາເຂົ້າໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ແລະ ກຳນົດເຂົ້າໃນຄຳສັ່ງເລກທີ 18 ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ລະ ຫວ່າງຜູ້ເຂົ້າຮ່ວມຈາກບັນດາກົມກະຊວງການເງິນ, ພະແນກການເງິນ ນະຄອນຫຼວງວຽງຈັນ, ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບກ່ຽວກັບສະພາບການເຄື່ອນໄຫວຂອງວິສາຫະກິດບັນຊີ, ວິສາຫະກິດກວດສອບ ແລະ ບັນດານິຕິກໍາທີ່ກ່ຽວຂ້ອງເພື່ອເຫັນດີເປັນເອກະພາບໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
(ຂ່າວ-ພາບ: ກະຊວງການເງິນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
23/09/2020 09:29:31
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com