Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ລັດຖະມົນຕີກະຊວງ ຕສ ຕ້ອນຮັບ ທູດຢີ່ປຸ່ນ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 10/02/2022 18:15:46 ຈຳ​ນວນ​​ຢ້ຽມ​ຊົມ 38912 ຄັ້ງ

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂຄບາຢາຊິ ເຄນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດວິ ສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ໃນ​ວັນ​ທີ 10 ກຸມ​ພາ ນີ້ ທີ່​ກະ​ຊວງ ຕ​ສ ເນື່ອງໃນໂອກາດທີ່ມາດໍາລົງຕໍາແໜ່ງເປັນເອກອັກຄະຣາຊະທູດ ປະຈໍາ ສປປ ລາວ ຄົນໃໝ່.

ໃນໂອກາດນີ້, ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ໂຄບາຢາຊິ ເຄນອິຈິ ທີ່​ໄດ້​ປະຕິບັດ​ໜ້າ​ທີ່​ການ​ທູ​ດຢູ່ ສປປ ລາວ ​ຊຶ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນເຂົ້າ​ໃນ​ການ​ເສີມ​ຂະ​ຫຍາ​ຍສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ສອງປະ​ເທດໃຫ້​ມີ​ຄວາມແໜ້ນ​ແຟ້ນ ​ແລະ ​ແຕກ​ດອກ​ອອກ​ຜົນຍິ່ງ​ຂຶ້ນ. ພ້ອມນີ້, ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍ ເຫຼືອຂອງ​ຍີ່​ປຸ່ນ​ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອ ທາງດ້ານການຈັດຝຶກອົບຮົມຕ່າງໆ ເພື່ອພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ ແລະ ຊ່ວຍເຫຼືອສ້າງສູນຂໍ້ມູນທີ່ນຳໃຊ້ພະລັງງານ ຢ່າງມີປະສິດທິພາບແຫ່ງ ສປປ ລາວ (Lao PDR Energy Efficient Data Center) ໂດຍຜ່ານອົງການພັດທະນາອຸດສາຫະກຳ ເຕັກໂນໂລຊີ ແລະ ພະລັງງານໃໝ່ ຊຶ່ງໄດ້ເປີດນຳໃຊ້ ວັນທີ 29 ພະຈິກ 2016 ທີ່ຜ່ານມາ. ໃນໂອກາດດຽວກັນ, ທັງສອງຝ່າຍໄດ້ມີການປຶກສາຫາລື  ​ແລະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ກ່ຽວກັບການຮ່ວມມືກັນທາງດ້ານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ກໍຄືການເສີມ ຂະຫຍາຍສາຍພົວພັນ ຮ່ວມມືອັນດີງາມລະຫວ່າງ ລາວ - ຍີ່ປຸ່ນ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ.

ທ່ານ ໂຄບາຢາຊິ ເຄນອິຈິ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ບໍ່ວຽງຄຳ ວົງດາລາ ທີ່​ໄດ້​​ໃຫ້ກຽດ ຕ້ອນ​ຮັບຢ່າງ​ອົບ​ອຸ່ນໃນ​ຄັ້ງ​ນີ້ ແລະ ຈະສືບຕໍ່ຊຸກ​ຍູ້​ການພົວ​ພັນ​ຮ່ວມ​ມືໃນຕໍ່ໜ້າ ໂດຍສະເພາະໃນຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້​ໄດ້​ຮັບການເສີມຂະ​ຫຍາຍ​​ຍິ່ງຂຶ້ນເລື້ອຍໆ.

ຂ່າວ-ພາບ: ຫ້ອງການກະຊວງ ຕສ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com