Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນະຄອນປາກເຊ ເປີດໂຄງການປັບປຸງສິ່ງແວດລ້ອມຕົວເມືອງສີຂຽວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 11/02/2022 15:49:37 ຈຳ​ນວນ​​ຢ້ຽມ​ຊົມ 33365 ຄັ້ງ

ໃນວັນ 11 ກຸມພາ ນີ້ ນະຄອນປາກເຊ ແຂວງຈຳປາສັກ ຈັດພິທີເປີດໂຄງການປັບປຸງສິ່ງແວດລ້ອມຕົວເມືອງສີຂຽວ ແລະ ປູກຕົ້ນຈຳປາມຸງຄຸນ ຊຶ່ງພິທີໄດ້ມີຂຶ້ນທີ່ສວນອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເດີ່ນສະໜາມແດງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ພ້ອມດ້ວຍບັນດາທ່ານການນຳຈາກສູນກາງ, ການນຳແຂວງຈຳປາສັກ, ນະຄອນ ປາກເຊ ແລະ ຕ່າງໜ້າພໍ່ແມ່ປະຊາຊົນຊາດ ນະຄອນປາກເຊເຂົ້າຮ່ວມ.

ໃນພິທີ ທ່ານ ບົວລີ ເພັດສົງຄາມ ໄດ້ຂຶ້ນກ່າວເປີດໂຄງການປັບປຸງສິ່ງແວດລ້ອມຕົວເມືອງສີຂຽວ ແລະ ປູກຕົ້ນຈຳປາມຸງຄຸນ ຊຶ່ງທ່ານກ່າວວ່າ: ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກແຫຼ່ງທຶນ ກອງທຶນປົກປັກຮັກສາສິ່ງແວດລ້ອມ ສຳລັບປີ 2022-2023 ເພື່ອເປັນການປັບປຸງພື້ນທີ່ສີຂຽວຂອງນະຄອນປາກເຊ ໂດຍສະເພາະຕາມເສັ້ນທາງໃຈກາງເມືອງ, ທາງຫຼວງເລກທີ 13 ເໜືອ, ເລກທີ 16 ທາງສາລາຂຽວ ທີ່ຜ່ານຕົວເມືອງ ແລະ ສວນສາທາລະນະ, ສວນອານຸສະຖານ ປະທານ ໄກສອນພົມວິຫານ ເດີ່ນສະໜາມແດງ ເພື່ອປົກປັກຮັກສາບູລະນະຟື້ນຟູ ແລະ ປູກຕົ້ນໄມ້-ພືດສີຂຽວໃຫ້ມີຄວາມອຸດົມສົມບູນ ແນໃສ່ເຮັດໃຫ້ສິ່ງແວດລ້ອມ ທຳມະຊາດມີຄວາມສົມດູນ ອາກາດມີຄຸນນະພາບ, ຮົ່ມເຢັນ ແລະ ສົດຊື່ນ ສົ່ງເສີມການດຳລົງຊີວິດຂອງຊາວນະຄອນປາກເຊໃຫ້ມີຊີວິດ ແລະ ສະພາບດີຂຶ້ນ, ສ້າງນະຄອນປາກເຊໃຫ້ກາຍເປັນເມືອງສີຂຽວໜ້າຢູ່ ມີພູມີທັດ ແລະ ທັດສະນີຍະພາບທີ່ສວຍງາມ, ເປັນນະຄອນສີວິໄລ, ທັນສະໄໝ ຕາມເປົ້າໝາຍ ແລະ ວິໄສທັດ ແຜນພັດທະນາທີ່ກຳນົດໄວ້, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ, ກິດຈະກຳປູກຕົ້ນຈຳປາມຸງຄຸນໃນມື້ນີ້ເປັນກິດຈະກຳທຳອິດຂອງໂຄງການປັບປຸງສິ່ງແວດລ້ອມເພີ່ມພື້ນທີ່ສີຂຽວ ຕົ້ນຈຳປາທີ່ນຳມາປູກໃນຄັ້ງນີ້ມີຈຳນວນ 80 ຕົ້ນຕາມແຜນແມ່ນ 120 ຕົ້ນ.

     ຫຼັງຈາກນັ້ນ, ທ່ານ ສົມມາດ ພົນເສນາ ພ້ອມດ້ວຍການນຳຈາກສູນກາງ, ແຂວງ ແລະ ນະຄອນ ກໍໄດ້ຮ່ວມປູກຕົ້ນຈຳປາ ທີ່ສວນອານຸສອນສະຖານ ປະທານ ໄກສອນ ພົມວິຫານ ເດີ່ນສະໜາມແດງຢ່າງເປັນຂະບວນການຟົດຟື້ນ

               ຂ່າວ-ພາບ: ຈັນທອນ ກົມໄຊຊະນະ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com