Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປາກຊ່ອງປ່ອຍປາ ສະຫຼອງຢ້ອນຫຼັງວັນປ່ອຍປາ ອະນຸລັກສັດນ້ຳ-ສັດປ່າ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 22/02/2022 09:43:21 ຈຳ​ນວນ​​ຢ້ຽມ​ຊົມ 33706 ຄັ້ງ

       ໃນວັນທີ 18 ກຸມພາ ຜ່ານມານີ້, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊ່ອງ ແຂວງຈຳປາສັກ ສົມທົບກັບໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແລະ ອຳນາດການປົກຄອງ ບ້ານຫ້ວຍຈອດ ກຸ່ມ 9 ຂອງເມືອງ  ໄດ້ຈັດພິທີປ່ອຍປາ ຈຳນວນ 201.400 ໂຕ ລົງສູ່ອ່າງໂຕ່ງທ່າເຮືອປະມົງ ແດມ D ຂອງໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ເຂດບ້ານຫ້ວຍຈອດ ແລະ ບ້ານໜອງພະໜວນ ກຸ່ມ 9 ຂອງເມືອງປາກຊ່ອງ  ເນື່ອງໃນໂອກາດສະເຫຼີມສະຫຼອງ (ຢ້ອນຫຼັງ) ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດ (13​ ກໍລະກົດ 2021) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ໄພທູນ ຊະນະໄພລີ ຮອງຫົວໜ້າຫ້ອງວ່າການເມືອງປາກຊ່ອງ, ທ່ານ ພາບ ໝື່ນຫຼວງ ເລຂາຄະນະພັກຮາກຖານກຸ່ມບ້ານທີ 9, ມີບັນດາທ່ານໃນຂະແໜງການທີ່ກ່ຽວຂ້ອງຂອງພະແນກກະສິກໍາ ແລະ ປ່າໄມ້ແຂວງ, ບັນດາທ່ານຄະນະຫ້ອງການອ້ອມຂ້າງເມືອງ, ຜູ້ຕາງໜ້າໂຄງ       ການ, ອຳນາດການປົກຄອງບ້ານ, ພະນັກງານວິຊາການ ແລະ ພໍ່ແມ່ປະຊາຊົນ ຂອງບ້ານດັ່ງກ່າວເຂົ້າຮ່ວມ. 

ໃນພິທີ ທ່ານ ໂຕໂຕ້ ບຸນຍະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກຊ່ອງ ຜ່ານບົດລາຍງານການກະກຽມ ວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ດັ່ງກ່າວໃຫ້ຮູ້ວ່າ: ເມືອງປາກຊ່ອງ ມີເນື້ອທີ່ໜອງປາທັງໝົດ 500 ເຮັກຕາ, ໃນນັ້ນໜອງຂຸດ 190 ເຮັກຕາ, ໜອງທຳມະຊາດ 310 ເຮັກຕາ, ຮອດຊຸມປີ 2020-2021 ໄດ້ມີການປ່ອຍປາ ຈຳນວນ 2.346.172 ໂຕ. ສຳລັບການຈັດພິທີປ່ອຍປາໃນມື້ນີ້ ແມ່ນກິດຈະກຳໜຶ່ງຂອງໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ຊຶ່ງໄດ້ສະໜັບສະໜູນລູກປາ ຈຳນວນ 201.400 ໂຕ ປະກອບມີ 2 ປະເພດປາ ຄື: ປາປາກ ແລະ ປາກິນຫຍ້າ. ໂອກາດດຽວກັນ ທ່ານ ໄພທູນ ຊະນະໄພລີ ໄດ້ກ່າວເປີດພິທີປ່ອຍປາດັ່ງກ່າວຢ່າງເປັນທາງການ ຊຶ່ງຜ່ານມາອົງການປົກຄອງເມືອງປາກຊ່ອງ ຖືເປັນວຽກງານໜຶ່ງທີ່ສຳຄັນ ໂດຍໄດ້ສົມທົບກັບທຸກພາກສ່ວນພາຍໃນເມືອງຈັດຕັ້ງປະຕິບັດຢ່າງແຂງແຮງ ແລະ ໄດ້ຈັດຕັ້ງພິທີປ່ອຍປາໃນທຸກໆປີ ເພື່ອເປັນການປະຕິບັດຕາມກົດໝາຍວ່າດ້ວຍສັດນ້ຳ-ສັດປ່າ, ກົດໝາຍວ່າດ້ວຍການປະມົງ, ເພື່ອເປັນການປູກຈິດສຳນຶກໃຫ້ທຸກພາກສວນສັງຄົມເຫັນໄດ້ຄວາມສຳຄັນ ແລະ ພ້ອມກັນອະນຸລັກຮັກສາສັດນ້ຳ-ສັດປ່າ ໃຫ້ມີການຂະຫຍາຍພັນ, ອຸດົມສົມບູນ ຕອບສະໜອງກັບການດຳລົງຊີ ວິດຢ່າງພຽງພໍ ແລະ ຍືນຍົງ ພ້ອມດຽວກັນກໍຍັງເປັນການທົບທວນຄືນການຈັດຕັ້ງປະຕິບັດລະບຽບ, ຂໍ້ ຫ້າມຕ່າງໆໃນການປົກປັກຮັກສາ ແລະ ອະນຸລັກສັດນ້ຳ-ສັດປ່າ ຕື່ມອີກ.

(ຂ່າວ-ພາບ: ສອນໄຊ ຈັນທະວີ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com