Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໂດຍ: ສຳນານ ພົມພັກດີ
ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ວາງຄາດໝາຍການພັດທະນາກະສິກຳ ແລະ ປ່າໄມ້ ເພື່ອເພີ່ມພື້ນທີ່ສີຂຽວປົກຫຸ້ມໃຫ້ໄດ້ 70% ຂອງນະຄອນຫຼວງວຽງຈັນ ໂດຍຈະຟື້ນຟູປ່າໄມ້ ແລະ ເພີ່ມອັດຕາການປົກຫຸ້ມປ່າໄມ້ ແລະ ພັດທະນາຊັບພະຍາກອນປ່າໄມ້ໃນ 5 ຕົວເມືອງນອກມີເນື້ອທີ່ 1.500 ເຮັກຕາ, ໃນຂະນະດຽວກັນຈະສູ້ຊົນຜະລິດເບ້ຍໄມ້ອຸດສະຫະກໍາໃຫ້ໄດ້ຕື່ມ 500.000 ເບ້ຍ.
ຕາມການລາຍງານຂອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຄາດໝາຍດັ່ງກ່າວໃນປີ 2022 ຈະຟື້ນຟູປ່າໄມ້ ແລະ ເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ ແລະ ພັດທະນາຊັບພະຍາກອນປ່າໄມ້ໃນ 5 ຕົວເມືອງນອກ ມີເນື້ອທີ່ 1.500 ເຮັກຕາ ປະກອບມີເມືອງສັງທອງ 1.070 ເຮັກຕາ, ເມືອງໄຊທານີ 30 ເຮັກຕາ, ເມືອງນາຊາຍທອງ 300 ເຮັກຕາ, ເມືອງສີໂຄດຕະບອງ 50 ເຮັກຕາ ແລະ ເມືອງປາກງື່ມ 50 ເຮັກຕາ, ສູ້ຊົນເກັບແກ່ນໄມ້ໃຫ້ໄດ້ 500 ກິໂລ (ຊະນິດແກ່ນໄມ້ດູ, ແຕ້ຂ່າ, ສັກ, ສາມສາ, ຄູນ, ສະຝາງຫາງຍຸງ, ສະຝາງເຫຼືອງ, ກະຖິນນະໂລງ, ກະຖິນເທພາ, ແຄນ ເຮືອ, ຍາງ, ຫໍາງົວ) ແລະ ສູ້ຊົນຜະລິດເບ້ຍໄມ້ອຸດສາຫະກໍາໃຫ້ໄດ້ຕື່ມ 500.000 ເບ້ຍ ຈາກທີ່ມີຮັກສາໄວ້ໃນໄລຍະຜ່ານມາບໍ່ຫຼຸດ 2 ລ້ານກວ່າເບ້ຍ, ລົງສໍາຫຼວດເນື້ອທີ່ຮອງຮັບປູກໄມ້ໃຫ້ໄດ້ 300 ເຮັກຕາ ໂດຍເລັ່ງໃສ່ປູກໄມ້ເປັນສິນຄ້າ ແລະ ປູກຟື້ນຟູປ່າ, ເອົາໃຈໃສ່ກວດກາ ແລະ ຂຶ້ນທະບຽນສວນປູກໄມ້ໃຫ້ໄດ້ 100 ເຮັກຕາ ໃນສວນປູກໄມ້ທີ່ໄດ້ມາດຕະຖານໃນ 5 ຕົວເມືອງຄື: ເມືອງນາຊາຍທອງ, ສັງທອງ, ສີໂຄດຕະບອງ, ໄຊທານີ ແລະ ເມືອງປາກງື່ມ.
ໃນຂະນະທີ່ວຽກອະນຸລັກສັດນ້ຳ - ສັດປ່າຈະໄດ້ເກັບກໍາຂໍ້ມູນຊະນິດພັນສັດນ້ຳ - ສັດປ່າ, ສັດປະເພດທີ່ໃກ້ຈະສູນພັນ, (ຢູ່ເຂດປ່າສະຫງວນພູພະນັງ ແລະ ພູເຂົາຄວາຍ), ມີເນື້ອທີ່ 74.000 ເຮັກຕາ, ສະກັດກັ້ນການລັກ ລອບຊື້-ຂາຍສັດນ້ຳ-ສັດປ່າປະເພດຫວງຫ້າມ ແລະ ຄຸ້ມຄອງ ທີ່ໃກ້ຈະສູນພັນໃຫ້ຢຸດເຊົາຢ່າງສິ້ນເຊີງ ໂດຍສົມທົບກັບຄະນະກໍາມະການ ກວດກາສະກັດກັ້ນການຊື້-ຂາຍສັດນ້ຳ-ສັດປ່າ ໃຫ້ໄດ້ 63 ຄັ້ງ/ເດືອນ, ສ້າງພື້ນຖານຂ່າວ ຫຼື ເພື່ອນຮ່ວມງານຢູ່ບັນດາເມືອງ, ບ້ານທີ່ມີຊາຍແດນຕິດກັບປ່າ ແລະ ຈຸດຫຼໍ່ແຫຼມຂອງການເຄື່ອນຍ້າຍໄມ້ ແລະ ສັດນ້ຳ - ສັດປ່າ ຜິດກົດໝາຍ ໃຫ້ມີສະມາຊິກຄວບຄຸມພື້ນທີ່ 1-3 ຄົນ/ບ້ານ, ລົງກວດກາການຊື້-ຂາຍສັດນ້ຳ - ສັດປ່າ ຕາມຈຸດເປົ້າໝາຍ ແລະ ຕະຫຼາດໃຫ້ໄດ້ 35-40 ຄັ້ງ, ພ້ອມທັງຕິດຕາມກວດກາຜູ້ທີ່ໄດ້ເຮັດບົດບັນທຶກສັນຍາຫ້າມຊື້-ຂາຍສັດປ່າທີ່ຜິດກົດໝາຍໃຫ້ເຂັ້ມງວດ, ລົງກວດກາໂຮງງານປຸງແຕ່ງໄມ້ ແລະ ຮ້ານຂາຍໄມ້ໃຫ້ໄດ້ 1-2 ຄັ້ງ/ເດືອນ, ສືບຕໍ່ດໍາເນີນຄະດີທີ່ຍັງບໍ່ທັນສໍາເລັດ ຈໍານວນ 21 ຄະດີໃຫ້ສໍາເລັດ.
ຕໍ່ກັບແຜນງານພັດທະນາຊົນນະບົດ ແລະ ສະຫະກອນ ໂດຍຈະເອົາໃຈໃສ່ສ້າງແຜນລົງແກ້ໄຂຄອບຄົວພົ້ນທຸກ ຕາມດໍາລັດ 348/ລບ ພາຍໃນ 9 ເມືອງໃຫ້ໄດ້ 940 ຄອບຄົວ ຈາກຄອບຄົວທຸກຍາກທັງໝົດ 4.402 ຄອບຄົວ, ສ້າງຄອບຄົວພັດທະນາໃຫ້ໄດ້ເພີ່ມຂຶ້ນ ຈໍານວນ 1.900 ຄອບຄົວ ທີ່ນອນຢູ່ໃນ 9 ເມືອງ, ສ້າງບ້ານພົ້ນທຸກໃຫ້ບັນລຸ 100%, ເມືອງສີໂຄດຕະບອງ 1 ບ້ານ ແລະ ເມືອງປາກງື່ມ 2 ບ້ານ ແລະ ສ້າງບ້ານພັດທະນາໃຫ້ໄດ້ 50 ບ້ານ, ສືບຕໍ່ເຜີຍແຜ່ຂໍ້ຕົກລົງເລກທີ 0315/ຈນວ ວ່າດ້ວຍການກໍານົດຈຸດສຸມໃນໄລຍະໃໝ່ ຕິດພັນກັບການພັດທະນາກະສິກໍາຮອບດ້ານ ແລະ ຫັນເປັນສະຫະກອນໃນ 12 ຈຸດສຸມ ໂດຍຈະສຸມໃສ່ 1 ບ້ານທົດລອງ ສຸມໃສ່ການສ້າງລາຍຮັບຂອງປະຊາຊົນໃນການແກ້ໄຂຄວາມທຸກຍາກຂັ້ນຄອບຄົວ, ຂັ້ນບ້ານ, ຂັ້ນເມືອງ ແລະ ຂັ້ນນະຄອນຫຼວງວຽງຈັນ ໃຫ້ບັນລຸຕາມ 6 ມາດຕະຖານ ຕາມດໍາລັດ 348/ລບ ຜູ້ໜຶ່ງໃຫ້ໄດ້ 5.600.000 ກີບຕໍ່ຄົນຕໍ່ປີ, ສຸມໃສ່ຊຸກຍູ້, ຕິດຕາມ ແລະ ສົ່ງເສີມກຸ່ມການຜະລິດຕາມຂໍ້ຕົກລົງຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 2984/ກປ ໃຫ້ໄດ້ 5 ກຸ່ມ, ຄອບຄົວຕົວແບບດ້ານກະສິກໍາໃຫ້ເພີ່ມຂຶ້ນ ແລະ ການຜະລິດເປັນສິນຄ້າ ເພື່ອສ້າງເປັນຄອບຄົວກະສິກໍາແບບຢ່າງ ແລະ ໃຫ້ມີຄວາມເຂັ້ມແຂງເພື່ອກ້າວເຂົ້າເປັນສະຫະກອນໃຫ້ເປັນຕົວຕົນຢ່າງໜ້ອຍໃຫ້ໄດ້ 5 ກຸ່ມການຜະລິດ.
ທັງໝົດນັ້ນ ແມ່ນເປົ້າໝາຍການພັດທະນາຂະແໜງກະສິກຳ ແລະ ປ່າໄມ້ຂອງພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໃນປີ 2022 ຊຶ່ງນອກຈາກຈະຟື້ນຟູປ່າ ເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ແລ້ວ ຍັງເລັ່ງໃສ່ການອະນຸລັກສັດນ້ຳສັດປ່າ ໂດຍສະເພາະສັດຫວງຫ້າມທີ່ໃກ້ຈະສູນພັນ, ລວມທັງການພັດທະນາຊົນນະບົດ ຕິດພັນກັບການພັດທະນາກະສິກຳຮອບດ້ານ ແລະ ຫັນເປັນສະຫະກອນ ເພື່ອໃຫ້ປະຊາຊົນມີລາຍຮັບໝັ້ນຄົງ.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com