Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຄສປ ເປີດໂຄງການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 23/02/2022 10:30:32 ຈຳ​ນວນ​​ຢ້ຽມ​ຊົມ 33061 ຄັ້ງ

ຄະນະສະຖາປັດຕະຍະກຳສາດ (ຄສປ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດໂຄງການກໍ່ສ້າງສວນສາທາລະນະເພື່ອການຮຽນຮູ້ຂຶ້ນໃນວັນທີ 22 ກຸມພາ ຜ່ານມານີ້ ທີ່ຄະນະ ຄສປ ໂດຍມີ ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມຊ, ທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄສປ, ມີບັນດາແຂກຖືກເຊີນ ​ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ສິນທະວອນ ດາລາວົງ ໄດ້ລາຍງານໃຫ້ຮູ້ວ່າ: ສວນສາທາລະນະເພື່ອການຮຽນຮູ້ມີເນື້ອທີ່ທັງໝົດ 4 ເຮັກຕາກວ່າ, ເພື່ອຕອບສະໜອງຕໍ່ກິດຈະກຳການສຶກສາໃຫ້ຄົບຖ້ວນຕາມ 5 ຫຼັກມູນ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ພ້ອມທັງຕອບສະໜອງຕາມວິໄສທັດການພັດທະນາຮອດປີ 2030 ແລະ ແຜນຍຸດທະສາດການພັດທະນາປີ 2016-2025 ຂອງ ມຊ, ເພື່ອສ້າງເງື່ອນໄຂໃຫ້ແກ່ການຫັນການຮຽນ-ການສອນລົງສູ່ພາກປະຕິບັດຕົວຈິງໃຫ້ຫຼາຍຂຶ້ນ ໂດຍມີຈຸດປະສົງສ້າງເປັນສວນສາທາລະນະເພື່ອການຮຽນຮູ້ວິຊາການດ້ານຕ່າງໆ ໂດຍຕິດພັນກັບວິຊາການຮຽນ-ການສອນ ແລະ ການຝຶກຫັດຂອງຄູ-ອາຈານ ແລະ ນັກສຶກສາ ບໍ່ສະເພາະແຕ່ຄະນະສະຖາປັດຕະຍະກໍາສາດແຕ່ຍັງລວມເຖິງຄະນະອື່ນໆ, ນອກຈາກນີ້ຍັງສ້າງເປັນພິພິທະພັນວັດທະນະທໍາບັນດາຊົນເຜົ່າ ເພື່ອໃຫ້ນັກສຶກສາໄດ້ຮຽນຮູ້ສະຖາປັດຕະຍະກໍາທ້ອງຖິ່ນຊົນເຜົ່າຕ່າງໆ, ສ້າງເປັນສວນຕົ້ນໄມ້ ແລະ ດອກໄມ້ສາຍພັນຕ່າງໆ ເພື່ອເຮັດໃຫ້ນັກສຶກສາໄດ້ຮຽນຮູ້ການອອກແບບຈັດສວນຕົ້ນໄມ້, ສ້າງເປັນສະຖານທີ່ເຕົ້າໂຮມຂອງຄູ-ອາຈານ ແລະ ນັກສຶກສາ ເພື່ອຈັດກິດຈະກໍາຕ່າງໆເຊັ່ນ: ເປັນສະຖານທີ່ພັກຜ່ອນອອກກຳລັງກາຍ, ຈັດງານຕະຫຼາດນັດຜະລິດຕະພັນນັກສຶກສາ, ພື້ນທີ່ຈັດວາງສະແດງຜົນງານທາງວິຊາການຕ່າງໆຂອງຄູ - ອາຈານ ແລະ ຜົນງານຂອງນັກສຶກສາ ແລະ ຈັດງານເທດສະການຕ່າງໆຂອງ ມຊ, ສ້າງຫໍມູນເຊື້ອ ມຊ ເພື່ອເປັນບ່ອນວາງສະ ແດງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ມຊ ເພື່ອເປັນສະຖານທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາໃຫ້ກາຍເປັນພື້ນທີ່ສວນສາທາລະນະທີ່ມີຄວາມໂດດເດັ່ນສວຍງາມປະດັບເອ້ໃຫ້ແກ່ ມຊ ເພື່ອໃຫ້ມວນຊົນສາມາດເຂົ້າມານໍາໃຊ້ຢ່າງພ້ອມພຽງ ຊຶ່ງມູນຄ່າການກໍ່ສ້າງໃນເບື້ອງຕົ້ນແມ່ນ 6 ຕື້ກີບ.

      ທ່ານ ອຸດົມ ພອນຄຳເພັງ ກ່າວວ່າ: ເປົ້າໝາຍໃນການສ້າງສວນສາທາລະນະແຫ່ງນີ້ເປັນຈຸດໃຈກາງໃນການພັກຜ່ອນ, ຮຽນຮູ້ຕ່າງໆ ຈຶ່ງໄດ້ຕັດສິນໃຈສ້າງສະຖານທີ່ດັ່ງກ່າວນີ້ເປັນສວນສວຍສົດງົດງາມ, ສ້າງປະໂຫຍດຢ່າງຫຼວງຫຼາຍໃຫ້ການຮຽນຮູ້ຕະຫຼອດຊີວິດ ຊຶ່ງໄດ້ເຕົ້າໂຮມເອົາບັນດາແຫຼ່ງຄວາມຮູ້ຕ່າງໆມາລວມໄວ້ຢູ່ໃນສວນແຫ່ງນີ້ເພື່ອເປັນສັນຍາລັກຂອງການພັດທະນາດ້ານວິຊາການ ແລະ ເປັນສັນຍາລັກຂອງຄວາມສາມັກຄີ.

 

ຂ່າວ-ພາບ: ພູວັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com