Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດສໍາມະນາ ຜ່ານລະບົບອອນລາຍ ແລະ ແບບເຊິ່ງໜ້າ ໂດຍການສະໜັບສະໜູນຈາກສູນອາຊຽນຍີ່ປຸ່ນ, ພາຍໃຕ້ຫົວຂໍ້ “ການເພີ່ມທະວີການເຂົ້າເຖິງຕະຫຼາດສຳລັບຜະລິດຕະພັນແຜ່ນແພຂອງລາວ ໂດຍຜ່ານການຕະຫຼາດດີຈີຕອນໃນການສົ່ງເສີມຄວາມຍືນຍົງທາງທຸລະກິດຂອງຜູ້ຜະລິດ ຊຶ່ງຈັດຂຶ້ນໃນ ວັນທີ 4 ມີນາ ຜ່ານມານີ້ ທີ່ ແຂວງຫຼວງພະບາງ ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ທ່ານ ຄຳຕັນ ສົມພັນວິໄລ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ມີຜູ້ປະກອບການຂະແໜງແຜ່ນແພ ໃນແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 60 ທ່ານ.
ການສຳມະນາໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ຄວາມເຂົ້າໃຈເລິກເຊິ່ງ ແລະ ເປີດກວ້າງທັດສະນະຂອງການຕະຫຼາດດີຈີຕອນ (digital marketing) ແລະ ອີຄອມເມີຊ (e-commerce), ເພື່ອສົ່ງເສີມຄວາມຍືນຍົງ ແລະ ສະພາບແວດລ້ອມທາງທຸລະກິດທີ່ສະໜັບສະໜູນ MSMEs ແລະ ຜູ້ຜະລິດ ທັງນີ້ກໍເພື່ອແນໃສ່ການແກ້ໄຂຜົນກະທົບຈາກພະຍາດໂຄວິດ-19 ໃນຂະແໜງການຕັດຫຍິບ ແລະ ອຸດສາຫະກຳ ທີ່ກ່ຽວຂ້ອງຂອງລາວ ແລະ ເພື່ອຂະຫຍາຍການສົ່ງອອກຜະລິດຕະພັນແຜ່ນແພ ໂດຍເສີມຂະຫຍາຍປະສິດທິພາບການຜະລິດ ແລະ ຄຸນນະພາບຂອງຄົນງານ ພ້ອມທັງຊອກຫາຕະຫຼາດທີ່ມີທ່າແຮງ ຊຶ່ງມີຜູ້ບັນຍາຍທາງດ້ານການຕະຫຼາດ ດີຈີຕອນ ຈາກປະເທດຍີ່ປຸ່ນ, ຊ່ຽວຊານປະຈຳກົມ ສຄ, ປະເທດອິນໂດເນເຊຍ ແລະ ຜູ້ປະກອບການແຜ່ນແຜຈາກ Herwork Ock Pop Tok.
ນັບແຕ່ສົກປີ 2016 ເປັນຕົ້ນມາ, ສູນອາຊຽນ-ຍີ່ປຸ່ນ (AJC) ໄດ້ຈັດຕັ້ງໂຄງການສະໜັບສະໜູນ ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ໃນການສ້າງຂີດຄວາມສາມາດການສົ່ງອອກ ໃນໄລຍະທີ 1 (ສົກປີ 2016-2019), ໂຄງການໄດ້ສຸມໃສ່ຄວາມຕ້ອງການສະເພາະຂອງແຕ່ລະປະເທດຂອງ CLMV, ຄື: ກຳປູເຈຍ ກ່ຽວກັບສະບຽງອາຫານ ແລະ ຜະລິດຕະພັນກະສິກຳ, ສປປ ລາວ ແມ່ນຜະລິດຕະພັນກະສິກຳ, ມຽນມາ ກ່ຽວກັບບັນດາຜະລິດຕະພັນສິລະປະ ແລະ ຫວຽດນາມ ກ່ຽວກັບເຄື່ອງຕ່ຳແຜ່ນຕັດ ຫຍິບ. ໄລຍະທີ 2 (ແຕ່ປີ 2020), ແຜນງານດັ່ງກ່າວໄດ້ສຸມໃສ່ການປັບປຸງຄວາມສາມາດໃນການສົ່ງອອກສິນຄ້າ ແລະ ການບໍລິການ ທີ່ບໍ່ແມ່ນແບບດັ່ງເດີມຂອງປະເທດເຫຼົ່ານີ້. ດັ່ງນັ້ນ ກົມສົ່ງເສີມການຄ້າ ແລະ AJC ຈຶ່ງໄດ້ເປັນເອກະພາບກັນວ່າ ຈະສົ່ງເສີມຂະແໜງແຜ່ນແພລາວ ພາຍໃຕ້ໂຄງການດັ່ງກ່າວໃຫ້ມີຜົນສໍາເລັດຕາມທີ່ຄາດຫວັງໄວ້.
(ຂ່າວ: ສີສຸວັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com