Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ມີວາງຈຳໜ່າຍໃນລາວແລ້ວ ! ສໍາລັບ ສະມາດໂຟນຊຳຊຸງລຸ້ນລ່າສຸດ Galaxy S22 Series ດ້ວຍຄຸນສົມບັດທີ່ທັນສະໄໝ ທະລຸທຸກຂີດຈໍາກັດຂອງໂທລະສັບມືຖືລະດັບ Flagship ທັງດ້ານການປະມວນຜົນ ການອອກແບບ ແລະ ປະສິດທິພາບຂອງກ້ອງ ແລະ ທີ່ສໍາຄັນ ເປັນຄັ້ງທໍາອິດທີ່ຜູ້ໃຊ້ຕະກູນ S ຈະສາມາດໃຊ້ງານ ແລະ ເກັບປາກກາ S Pen ໄວ້ໃນໂຕເຄື່ອງເລີຍ.
Samsung Galaxy S22 Series ໄດ້ເພີ່ມຄຸນສົມບັດໃໝ່ໃຫ້ຕະກູນ S ຫຼາຍຂຶ້ນກວ່າເກົ່າເຊັ່ນ: ການເພີ່ມ NPU ເພື່ອເຮັດໃຫ້ການປະມວນຜົນຂອງ AI ສາມາດເຮັດວຽກໄດ້ຢ່າງມີປະສິດທິພາບ ການປັບປຸງເຕັກນິກການປະມວນຜົນຂອງ PD/AF ເຮັດໃຫ້ຮູບຖ່າຍ ແລະ ວິດີໂອ ໄດ້ຜົນງານລະດັບມືອາຊີບ ແລະ ໜ້າຈໍແບບ Dynamic AMOLED ທີ່ແຈ້ງກວ່າເກົ່າ ແຕ່ປະຢັດພະລັງງານຫຼາຍຂຶ້ນ.
ສໍາລັບ Samsung Galaxy S22 Series ປະກອບໄປດ້ວຍ S22, S22+ ແລະ S22 Ultra ໂດຍທຸກລຸ້ນ ໃຊ້ຊິບເຊັດ Snapdragon 8 Gen 1 ຊຶ່ງອອກແບບດ້ວຍສະຖາປັດຕະຍະກໍາ 4 ນາໂນແມັດ ເຮັດໃຫ້ປະມວນຜົນກຣາຟຟິກໄດ້ດີກວ່າ 26% ພ້ອມໜ່ວຍປະມວນຜົນ NPU ຊຶ່ງຈະເພີ່ມປະສິດທິພາບໃນການປະມວນຜົນ AI ໃຫ້ດີຂຶ້ນໄປອີກ.
ເຕັກໂນໂລຊີກ້ອງຄົມຊັດ ປະສານກັບ AI ທີ່ໃຫ້ຄຸນນະພາບລະດັບຮູບເງົາ
ຊໍາຊຸງຄືຜູ້ນໍາເຕັກໂນໂລຊີ Dual Pixel ມາສູ່ໂທລະສັບມືຖື ເພື່ອເຮັດໃຫ້ສາມາດຖ່າຍຮູບໄດ້ຄົມຊັດ ແລະ ສວຍງາມໃນລະດັບມືອາຊີບ ແລະ ຍັງຄົງພັດທະນາເຕັກນິກຕ່າງໆເພື່ອໃຫ້ກ້ອງຂອງໂທລະສັບຊໍາຊຸງມີສັກກະຍະພາບສູງສຸດສໍາລັບຜູ້ໃຊ້ງານ.
ຈົນມາຮອດລຸ້ນ S22 ໄດ້ລໍ້າໜ້າໄປອີກຂັ້ນ ດ້ວຍເຕັກໂນໂລຊີການປະມວນຜົນຮູບຖ່າຍຂັ້ນສຸດທ້າຍດ້ວຍ AI ໃນສະພາວະແສງໜ້ອຍແບບ Dual Pixel PD/AF ຮ່ວມກັບລະບົບກັນສັ່ນ (OIS) ທີ່ບໍ່ພຽງແຕ່ສາມາດຖ່າຍຮູບກາງຄືນໃນໂໝດ Nightography ໃຫ້ເປັນເລື່ອງງ່າຍ ແຕ່ຍັງເຮັດໃຫ້ການຖ່າຍຮູບບຸກຄົນໃນໂໝດ Portrait ມີຄວາມໂດດເດັ່ນ ແລະ ການຖ່າຍວິດີໂອໃນໂໝດ Cinematic ໄດ້ຄຸນນະພາບອອກມາໃນລະດັບຮູບເງົາເລີຍ.
ນອກຈາກນີ້ ເຕັກໂນໂລຊີ ການປະມວນຜົນຮູບຖ່າຍດ້ວຍ AI ຍັງເຮັດໃຫ້ການຖ່າຍພາບນິ້ງດ້ວຍກ້ອງ Samsung Galaxy S22 Series ມີຄວາມຄົມຊັດຫຼາຍຂຶ້ນ ສາມາດແຍກໄລຍະຄວາມຄົມຊັດເລິກ, ຕື້ນອອກຈາກກັນໄດ້ຢ່າງຊັດເຈນສວຍງາມພ້ອມຫຼຸດສັນຍານລົບກວນ (Noise) ໃນພາບເນື່ອງຈາກຢູ່ໃນສະພາວະແສງໜ້ອຍໄດ້ເປັນຢ່າງດີ.
ພະລັງແຮງ ຈໍແຈ້ງ ແຂງແຮງ ສາກໄວ ໄດ້ຄົບ
ໂຕເຄື່ອງຂອງ S22 ດ້ານຫຼັງເປັນວັດສະດຸ Armor Aluminum ສ່ວນດ້ານໜ້າຈໍເປັນແກ້ວ Gorilla Victus+ ທີ່ມີຄວາມທົນທານສູງ ພ້ອມລະບົບ Super-fast Charge ທີ່ຊ່ວຍໃຫ້ສາກແບັດເຕີຣີຂຶ້ນໄວທັນໃຈ.
ນອກຈາກນີ້ ການວາງສະຖາປັດຕະຍະກໍາພາຍໃນໂຕເຄື່ອງຂອງ Samsung Galaxy S22 Series ຍັງເພີ່ມປະສິດທິພາບໃນການໃຊ້ພະລັງງານໄດ້ດີກວ່າ ຂະນະທີ່ການໃຊ້ໜ້າຈໍແບບ Dynamic AMOLED ທີ່ມີຄວາມສະຫວ່າງສູງສູ້ແສງແດດແຕ່ສາມາດຫຼຸດ Refresh Rate ໄດ້ລະອຽດຍິ່ງຂຶ້ນຈະຊ່ວຍໃຫ້ປະຢັດພະລັງງານໄດ້ດີກວ່າເກົ່າອີກດ້ວຍ.
ເປັນເຈົ້າຂອງໄດ້ແລ້ວມື້ນີ້ ພ້ອມຂອງແຖມສຸດຄຸ້ມ
ສໍາລັບຜູ້ທີ່ຊື້ Samsung Galaxy S22 ທຸກລຸ້ນຕັ້ງແຕ່ວັນທີ 18 ມີນາ ຈົນຮອດ 30 ເມສາ ຈະໄດ້ຮັບຂອງແຖມສຸດຄຸ້ມຈາກຊໍາຊຸງ ໂດຍຜູ້ທີ່ຊື້ລຸ້ນ S22 ແລະ S22+ ຈະໄດ້ຮັບເຄສໃສພ້ອມແນວຕັ້ງ
ສໍາລັບຜູ້ທີ່ຈອງລຸ້ນ S22 Ultra ຈະໄດ້ຮັບຂອງແຖມພິເສດຫຼາຍຂຶ້ນ ນັ້ນກໍຄື ເຄສໃສ ແລະ ແນວສາກໂທລະສັບໄຮ້ສາຍ.
ຂໍ້ມູນຈາກ: ຊຳຊຸງ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com