Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດ ພູຫີຜີ CBI 003 ODX ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ບຸນເກີດ ສະໜອງໄຊ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີທ່ານ ຫຸມພັນ ບຸບຜາຄຳ ເຈົ້າເມືອງໆຫຼາ, ມີຫົວໜ້າຫ້ອງການກະສິກຳເມືອງຫຼາ, ເມືອງໄຊ ພ້ອມດ້ວຍ ນາຍບ້ານເຂດປ່າສະຫງວນພູຫີຜີ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຄຸ້ມຄອງປ່າສະຫງວນແຫ່ງຊາດພູຫີຜີແມ່ນໂຄງການໜຶ່ງ ຊຶ່ງໄດ້ຮັບທຶນສະໜັບສະໜູນຈາກ ກອງທຶນປົກປັກຮັກສາສິ່ງແວດລ້ອມ ກປສ ເປັນໄລຍະທີ 1 ໄດ້ເຊັນສັນຍາ ໃນຄັ້ງວັນທີ 11 ກໍລະກົດ 2016 ລວມມູນຄ່າທັງໝົດ 700 ລ້ານກີບ ມີໄລຍະໃນການຈັດຕັ້ງປະຕິບັດ 5 ປີ (2016-2020). ປ່າສະຫງວນແຫ່ງຊາດພູຫີຝີມີເນື້ອທີ່ທັງໝົດ 87.350 ຮຕ ກວມເອົາ ເມືອງໄຊ ແລະ ເມືອງຫຼາ. ໃນນັ້ນ, ກວມເອົາ 8 ບ້ານເປົ້າໝາຍຂອງສອງເມືອງ, ມີຈໍານວນຄອບຄົວ ທັງໝົດ 735 ຄອບຄົວ, ມີພົນລະເມືອງທັງໝົດ 3.629 ຄົນ ຍິງ 1.809 ຄົນ. ມີກິດຈະກຳຕົ້ນຕໍຫຼັກແມ່ນໄດ້ເນັ້ນໃສ່ການຝຶກອົບຮົມສ້າງຄວາມເຂັ້ມແຂງ ໃນການຄຸ້ມຄອງປ່າສະຫງວນ ແລະ ອະນຸລັກຊີວະນາໆພັນ, ການເຜີຍແຜ່ສ້າງຈິດສຳນຶກ, ຈັດຕັ້ງແຜນອະນຸລັກປ່າໄມ້ບ້ານ, ກອງທຶນບ້ານເພື່ອພັດທະນາບ້ານ, ກຳນົດຕັ້ງປ້າຍຊີ້ບອກ, ປັກຫຼັກໝາຍເຂດແດນ, ຝຶກອົບຮົມກ່ຽວກັບການຄຸ້ມຄອງປ່າສະຫງວນໃຫ້ພະນັກງານ ເມືອງ ແລະ ບ້ານ, ຝຶກອົບຮົມກ່ຽວກັບການຄຸ້ມຄອງຊີວະນາໆພັນ ແລະ ແຜນງານອື່ນໆ. ຜ່ານການປະຕິບັດຂອງໂຄງການມີຫຼາຍດ້ານທີ່ພົ້ນເດັ່ນ ເຊັ່ນ: ພະນັກງານ ແລະ ປະຊາຊົນຈຳນວນ 199 ສະຫາຍ ຍິງ 113 ຄົນໄດ້ຮັບການຍົກລະດັບ, ມີຂອບເຂດ, ຫຼັກໝາຍ ຈຳນວນ 80 ຫຼັກ, ປ້າຍຈໍານວນ 8 ປ້າຍ, ມີແຜນຄຸ້ມຄອງໄລຍະຍາວ ເນື້ອທີ່ປ່າສະຫງວນ 87.350 ເຮັກຕາ ໄດ້ຮັບການປົກປັກຮັກສາເນື້ອທີ່ປ່າພາຍໃນ 100 ເຮັກຕາ ໄດ້ຮັບການຟື້ນຟູໃຫ້ເປັນປ່າ, ສັດສາວາສິ່ງ ພຶດພັນນາໆ ໄດ້ຮັບການປົກປັກຮັກສາ ແລະ ຂະຫຍາຍພັນໃນລະດັບດີ, ພ້ອມນີ້ ຍັງໄດ້ເປີດກວ້າງປຶກສາຫາລື ແລກປ່ຽນຄວາມຄິດເຫັນໃນວຽກງານຄຸ້ມຄອງປ່າໄມ້ຕື່ມອີກ.
(ຂ່າວ-ພາບ: ແສງອາທິດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com