Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກຽມ​ສະ​ເຫຼີມ​ສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 24/04/2022 15:23:33 ຈຳ​ນວນ​​ຢ້ຽມ​ຊົມ 27570 ຄັ້ງ

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ () ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 22 ເມສາຜ່ານມາທີ່ກະຊວງ ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ຈະຈັດພິທີສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ຂຶ້ນໃນວັນທີ 26 ເມສາ 2022  ພາຍໃຕ້ຄຳຂວັນ ທີ່ວ່າຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຊຶ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ຊຶ່ງໃນປີ 2022 ນີ້ແມ່ນຄົບຮອບ 22 ປີ.

ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວເພື່ອເປັນການເຜີຍແຜ່ ແລະ ສົ່ງເສີມໃຫ້ປະຊາຊົນລາວ ມີການສ້າງຜົນງານທາງດ້ານຊັບສິນທາງປັນຍາໃຫ້ຫຼາຍຂຶ້ນ ເປັນການກະຕຸກຊຸກຍູ້ໃຫ້ ສາມາດສ້າງນະວັດຕະກຳ, ເສີມຂະຫຍາຍຫົວຄິດປະດິດສ້າງ, ຫົວຄິດປະດິດແຕ່ງທາງດ້ານ ສິລະປະກໍາ ແລະ ວັນນະກໍາ, ການສ້າງເອກະລັກສະເພາະຂອງສິນຄ້າ ແລະ ການອອກແບບຜະລິດຕະພັນໃຫ້ໂດດເດັ່ນ, ການປັບປຸງພັນພືດໃໝ່ໃຫ້ເໝາະສົມກັບຄວາມຕ້ອງການຂອງຜູ້ບໍລິໂພກ ລວມທັງ ການນໍາໃຊ້ນະວັດຕະກຳເຂົ້າໃນການພັດທະນາເຕັກໂນໂລຊີ, ການສ້າງສັນຜົນງານທາງດ້ານວິທະຍາສາດ ແລະ ການສົ່ງເສີມຜະລິດຕະພັນຖິ່ນກຳເນີດ, ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ່ງເດີມ.

ໃນການສະເຫຼີມສະຫຼອງຄັ້ງນີ້, ພວກເຮົາຈະໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບ ວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບ ໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ໆ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່. ສຳລັບສະຖານທີ່ຈັດງານແມ່ນຈະຈັດຢູ່ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 26 ເມສາ 2022, ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງໄວໜຸ່ມ ໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ, ປັດຈຸບັນ ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝເຕົ້າໂຮມເປັນແຫຼ່ງລວມຂອງ ສະຕິປັນຍາ ແລະ ຄວາມຄິດສ້າງສັນ, ມຸມມອງໃໝ່, ຄວາມກະຕືລືລົ້ນໃນການຮຽນຮູ້ ແລະ ກ້າທົດລອງປະດິດສ້າງສິ່ງໃໝ່ໆ ກ້າວໄປສູ່ການສ້າງນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນ ໂດຍສະເພາະ ຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ, ໂປຣແກຣມຄອມພິວເຕີ, ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວສູ່ສັງຄົມ.

ສຳລັບໄວໜຸ່ມຢູ່ໃນພາກທຸລະກິດຂອງລາວ ກໍປະກົດໃຫ້ເຫັນ ໂດຍໄດ້ສ້າງສັນງານການອອກແບບແຟຊັ່ນ, ສ້າງສັນສິລະປະດົນຕີ, ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ. ການຄົ້ນຄິດສ້າງໂປຣແກຣມຄອມພິວເຕີ ແລະ ແອັບພລີເຄເຊິນຕ່າງໆໃນໂທລະສັບມືຖື ທີ່ເປັນແພຣັດຟອມ ໃນການສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ຊຶ່ງໄດ້ອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງຜູ້ຄົນໃນສັງຄົມຍຸກປັດຈຸບັນ ແລະ ຊຸກຍູ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍລວມ

ທ່ານ ລັດຖະມົນຕີກະຊວງ ຍັງໄດ້ກ່າວອີກວ່າ: ໃນເດືອນຕຸລາຈະເຖິງນີ້ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນອົງການຄຸ້ມຄອງວຽກງານຊັບສິນທາງປັນຍາຢູ່ ສປປ ລາວຈະຮ່ວມກັບບັນດາມະຫາວິ ທະຍາໄລ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຈັດງານມະຫະກຳຊັບສິນທາງປັນຍາ ເພື່ອເປັນເວທີແຫ່ງການ ວາງສະແດງ ຜົນງານທາງດ້ານຊັບສິນທາງປັນຍາ, ສ້າງສະພາບແວດລ້ອມທີ່ສົ່ງເສີມການປົກປ້ອງ, ການສ້າງຍີ່ຫໍ້ ແລະ ການອອກແບບສິນຄ້າ ແລະ ການບໍລິການຂອງລາວເຂົ້າສູ່ຕະຫຼາດພ້ອມທັງເປັນເວທີແລກ ປ່ຽນຄວາມຮູ້ທາງດ້ານຊັບສິນທາງປັນຍາເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງການສ້າງ ແລະ ການປົກປ້ອງຊັບສິນທາງປັນຍາ ເຊັ່ນ: ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກຳ, ແບບຜັງວົງຈອນລວມ, ເຄື່ອງໝາຍການຄ້າ, ຖິ່ນກຳເນີດ, ພັນພືດໃໝ່, ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແລະ ການສະແດງອອກທາງດ້ານຮີດຄອງປະເພນີ ວັດທະນະທຳແບບດັ່ງເດີມພ້ອມດຽວກັນ, ກໍຈະເປັນການສະທ້ອນໃຫ້ເຫັນເຖິງການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳແບບຍືນຍົງຂອງປະເທດເຮົາ, ເຮັດໃຫ້ສາທາລະນະຊົນ ໄດ້ຮັບຮູ້ຂໍ້ມູນຂ່າວສານກ່ຽວກັບ ການຄຸ້ມຄອງ ແລະ ການປົກປ້ອງຊັບສິນທາງປັນຍາຂອງບັນດານັກຄົ້ນຄວ້າ, ນັກປະດິດສ້າງ, ປະດິດຄິດແຕ່ງ ແລະ ຜູ້ເປັນເຈົ້າຂອງຊັບສິນທາງປັນຍາອື່ນໆອີກດ້ວຍ.

ຂ່າວ: ນາງແສງຈັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com