Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຫວັງ​ສົ່ງ​ເສີມ​ໄວ​ໜຸ່ມ​ສ້າງ​ສັນ​ສິ່ງ​ໃໝ່ໆ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 26/04/2022 18:16:24 ຈຳ​ນວນ​​ຢ້ຽມ​ຊົມ 27838 ຄັ້ງ

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ປະຈຳປີ 2022 ຂຶ້ນໃນວັນທີ 26 ເມສານີ້ີີີີີີີີ  ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (), ມີທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນ ປະຕິວັດລາວ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

ທ່ານ ຄໍາແພງ ໄຊສົມແພງ ກ່າວວ່າ: ວັນທີ 26 ເມສາຂອງທຸກໆປີ ແມ່ນວັນຊັບສິນທາງປັນຍາໂລກ, ໄລຍະຜ່ານມາກໍໄດ້ຈັດພິທີເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ໂດຍຈຸດປະສົງຫຼັກ ເພື່ອເປັນການຍົກສູງພາລະບົດບາດຄວາມສໍາຄັນຂອງວັນດັ່ງກ່າວ ທັງເປັນການເຜີຍແຜ່ກ່ຽວກັບວຽກງານການປົກປ້ອງສິດ ຊັບສິນທາງປັນຍາ ເພື່ອ ຊຸກຍູ້ສົ່ງເສີມການສ້າງນະວັດຕະກໍາ ແລະ ຫົວຄິດປະດິດສ້າງ, ຄໍາຂວັນຂອງວັນຊັບສິນທາງປັນຍາໂລກປີນີ້ ແມ່ນໃຫ້ຄວາມສໍາຄັນ ໃນການສຸມໃສ່ທ່າແຮງທີ່ບົ່ມຊ້ອນອັນໃຫຍ່ຫຼວງຂອງໄວໜຸ່ມ ບໍ່ວ່າ ຈະເປັນທາງດ້ານການຄົ້ນຄວ້າ, ປະດິດສ້າງ-ປະດິດແຕ່ງ, ການຊອກຫາວິທີ ແລະ ທາງອອກ ໃນການແກ້ໄຂບັນຫາຕ່າງໆ ເພື່ອສ້າງນະວັດຕະກໍາທີ່ເປັນການຊ່ວຍຊຸກຍູ້ ໃຫ້ມີີີີີີການປ່ຽນແປງສູ່ອະນາຄົດທີ່ຍືນຍົງວັນຊັບສິນທາງປັນຍາໂລກ ປີນີ້ ພາຍໃຕ້ຄຳຂວັນ: ຊັບສິນທາງປັນຍາ ແລະ ໄວໜຸ່ມ: ສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຊຶ່ງໃນແຕ່ລະປີ ສປປ ລາວ ແລະ ບັນດາປະເທດສະມາຊິກຂອງ ອົງການຊັບສິນທາງປັນຍາໂລກ (WIPO) ໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນນີ້ ແລະ ໃນປີ 2022 ນີ້ແມ່ນຄົບຮອບ 22 ປີ.

 

ການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກປີນີ້ ຍັງໄດ້ມີການຈັດກອງປະຊຸມສໍາມະນາ ກ່ຽວກັບ ວຽກງານຊັບສິນທາງປັນຍາ ແລະ ການປົກປ້ອງຜົນງານການຄົ້ນຄວ້າຕ່າງໆ ທີ່ສະແດງໃຫ້ເຫັນວ່າ: ຊັບສິນທາງປັນຍາ ຕິດພັນກັບ ໄວໜຸ່ມຄືແນວໃດ ແລະ ຜົນງານໃນການສ້າງສັນສິ່ງໃໝ່ ເພື່ອອະນາຄົດທີ່ດີກວ່າຂອງສັງຄົມເຮົາມີຫຍັງແດ່ ເພື່ອຍົກບົດບາດຄວາມສຳຄັນ ແລະ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ຂອງໄວໜຸ່ມ ໂດຍສະເພາະໄວທີ່ພວມສຶກສາຮໍ່າຮຽນ ໃນຍຸກຂອງເສດຖະກິດດີຈີຕອນ, ເຕັກໂນໂລຊີຂໍ້ມູນຂ່າວສານທີ່ພັດທະນາຢ່າງທັນສະໄໝ ເຕົ້າໂຮມເປັນແຫຼ່ງລວມຂອງສະຕິປັນຍາ ແລະ ຄວາມຄິດສ້າງສັນ, ມູມມອງໃໝ່, ຄວາມກະຕືລືລົ້ນໃນການຮຽນຮູ້, ກ້າທົດລອງການປະດິດສ້າງສິ່ງໃໝ່ໆ ເພື່ອກ້າວໄປສູ່ການສ້າງສັນນະວັດຕະກໍາໃໝ່ໆໃຫ້ຫຼາຍຂຶ້ນເລື້ອຍໆ ໂດຍສະເພາະ ຢູ່ໃນຂັ້ນມະຫາວິທະຍາໄລ ໄວໜຸ່ມນັກສຶກສາ ແລະ ອາຈານ ໄດ້ມີການລິເລີ່ມບາດກ້າວພື້ນຖານຂອງການສ້າງສິ່ງປະດິດເຊັ່ນ: ສ້າງຫຸ່ນຍົນຈຳລອງ, ໂປຣແກຣມຄອມພີວເຕີ, ພ້ອມນີ້ ກໍໄດ້ມີການສຶກສາຄົ້ນຄວ້າ ແລະ ເຜີຍແຜ່ຜົນການສຶກສາຄົ້ນຄວ້າດັ່ງກ່າວອອກສູ່ສັງຄົມ.

ສຳລັບໄວໜຸ່ມຢູ່ໃນພາກທຸລະກິດ ກໍໄດ້ສ້າງສັນຜົນງານການອອກແບບແຟຊັ່ນ ສ້າງສັນສິລະປະດົນຕີ, ບົດເພງທີ່ມີຄວາມນິຍົມຊົມຊອບຢ່າງກວ້າງຂວາງທັງພາຍໃນ ແລະ ຕ່າງປະເທດ, ການຄົ້ນຄິດສ້າງໂປຣແກຣມຄອມພີວເຕີ   ແລະ   ແອັບພລິເຄເຊິນຕ່າງໆ ເພື່ອສົ່ງເສີມການສ້າງວຽກເຮັດງານທໍາໃຫ້ແກ່ຄົນລາວ, ການຄ້າຂາຍ ແລະ ບໍລິການຕ່າງໆ ຜ່ານທາງອອນລາຍ ແລະ ອື່ນໆອີກ ຊຶ່ງອໍານວຍຄວາມສະດວກໃຫ້ແກ່ການດໍາລົງຊີວິດຂອງສັງຄົມໃນຍຸກປັດຈຸບັນ ແລະ ຊຸກຍູ້ໃຫ້ກັບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ ໂດຍລວມ.

ຂ່າວ-ພາບ: ນາງແສງຈັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com