Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອຸດົມໄຊ ສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 27/04/2022 14:05:02 ຈຳ​ນວນ​​ຢ້ຽມ​ຊົມ 25359 ຄັ້ງ

ພິທີສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກ ຄົບຮອບ 22 ປີ ໄດ້ຈັດຂຶ້ນໃນວັນທີ 26 ເມສາ ນີ້ ທີ່ເດີ່ນອຸດົມຄຳ ໂດຍການເປັນປະທານຂອງ ທ່ານ ສຸລິນ ມິດຕະພາບ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ມີບັນດາຫົວໜ້າພະແນກການ, ອົງການ, ສະພາການຄ້າ, ສະມາຄົມລາວ-ຫຽດນາມ, ສະມາຄົມລາວ-ຈີນ, ສະມາຄົມລົດຖີບ, ນັກຮຽນຈາກ ມ.ສ ແຂວງ, ມ.ສ ເມືອງໄຊ  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນຖານະທີ່ລາວເຮົາແມ່ນປະເທດໜຶ່ງທີ່ເປັນສະມາຊິກຂອງອົງການຊັບສິນທາງປັນຍາໂລກ (WIPO) ມີສຳນັກງານຕັ້ງຢູ່ນະຄອນເຈນີວາ ປະເທດສະວິດເຊີແລນ ທີ່ມີສະມາຊິກ 193 ປະເທດ ໃນແຕ່ລະປີອົງການດັ່ງກ່າວ ຈຶ່ງໄດ້ຈັດງານສະເຫຼີມສະຫຼອງ ໂດຍຕິດພັນກັບງານວາງສະແດງສິນຄ້າ, ນະວັດຕະກຳ ແລະ ເຕັກໂນໂລຊີ ຊຶ່ງພິທີດັ່ງກ່າວ ທ່ານ  ສຸລິນ ມິດຕະພາບ ໄດ້ກ່າວວ່າ: ການຈັດງານໃນຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງ ວັນຊັບສິນທາງປັນຍາໂລກ ໃຫ້ມີບັນຍາກາດຟົດຟື້ນ  ແລະ ມີຄວາມໝາຍສຳຄັນ, ພວກເຮົາຕ້ອງໄດ້ພັດທະນາລະບົບນິເວດ ຂອງຊັບສິນທາງປັນຍາໃຫ້ມີສ່ວນຮ່ວມຫຼາຍຂຶ້ນທີ່ເຮັດວຽກເຂົ້າກັນໄດ້ກັບທຸກຄົນ ແລະ ທຸກສະຖານທີ່ ຊຶ່ງເຊື່ອມຕໍ່ກັນ ບໍ່ພຽງແຕ່ກັບບັນດາຊ່ຽວຊານ ແລະ ຜູ້ຊຳນານງານດ້ານຊັບສິນທາງປັນຍາ, ແຕ່ຍັງເຊື່ອມຕໍ່ກັບບັນດາຊຸມຊົນໃໝ່ທີ່ກວ້າງຂຶ້ນ ແລະ ມີຄວາມຫຼາກຫຼາຍຍິ່ງຂຶ້ນໃນທົ່ວໂລກ, ໃນລະດັບພື້ນຖານ, ໄວໜຸ່ມໃນທົ່ວໂລກ ຊຶ່ງເປັນນັກສ້າງນະວັດຕະກຳ ແລະ ນັກປະດິດສ້າງໃນອະນາຄົດຂອງພວກເຮົາ ແມ່ນຢູ່ໃຈກາງຂອງວຽກຊັບສິນທາງປັນຍາທີ່ກ່າວມານັ້ນ. ໃນທຸກມື້ນີ້, ປະຊາກອນເກືອບເຄິ່ງໜຶ່ງຂອງໂລກ ແມ່ນມີອາຍຸຕໍ່ກວ່າ 30 ປີ ແລະ ກໍເປັນກຸ່ມປະຊາກອນທີ່ມີການເຕີບໂຕໄວທີ່ສຸດໃນຫຼາຍປະເທດທົ່ວໂລກ. ຄົນຮຸ່ນໃໝ່ທີ່ເປັນນັກສ້າງນະວັດຕະກຳ ແລະ ນັກປະດິດ ໄດ້ສ້າງຄວາມຫຼາກຫຼາຍໃນທາງທີ່ສ້າງສັນ ເພື່ອແກ້ໄຂບັນຫາທ້າທາຍໃນທ້ອງຖິ່ນ ແລະ ໃນໂລກ. ຈາກການພັດທະນາສ້າງແພລດຟອມ ເຕັກໂນໂລຊີ ທີ່ເຮັດໃຫ້ການດູແລສຸຂະພາບທີ່ດີກວ່າສຳລັບແມ່ຍິງ ແລະ ເດັກນ້ອຍໃນເຂດຫ່າງໄກສອກຫຼີກຂອງປະເທດອິນເດຍ ແລະ ເຄເມຣູນ, ໄປຈົນຮອດການຄົ້ນພົບວິທີການໃໝ່ໃນການນຳເອົາ ການສຶກສາແບບ STEM ໃຫ້ແກ່ເດັກນ້ອຍໃນປະເທດການາ ການສ້າງໂປຣແກຣມໂຊລູເຊິນທີ່ລໍ້າຍຸກ ໃນການຫຼຸດຜ່ອນມົນລະພິດຈາກສານກາກບອນໃນປະເທດ ແມັກຊີໂກ ແລະ ປະເທດຝຣັ່ງ; ການສະເຫຼີມສະຫຼອງວັນຊັບສິນທາງປັນຍາຄັ້ງນີ້ນອກຈາກການປາຖະກະຖາມູນເຊື້ອການສ້າງຕັ້ງວັນຊັບສິນທາງປັນຍາໂລກແລ້ວ ຍັງມີຂະບວນລົດຖີບຂອງສະມາຄົມລົດຖີບແຂວງອຸດອົມໄຊ ຊຶ່ງໄດ້ເລີ່ມແຕ່ຈຸດຕະຫຼາດກາງຄືນ ຫາຄີວລົດບ້ານຫີວຂຸມ ໂຄ້ງກັບມາຫາເດີ່ນກິລາອຸດົມຄຳ, ທ່ານ ມະຫາໄຊ ເກດບຸນພັນ ໜຶ່ງໃນສະມາຊິກສະມາຄົມລົດຖີບແຂວງອຸດົມໄຊ ໄດ້ໃຫ້ສຳພາດວ່າ: ໃນນາມຕາງໜ້າສະມາຄົມລົດຖີບຮູ້ສຶກດີໃຈຫຼາຍທີ່ໄດ້ເຂົ້າຮ່ວມໃນງານຄັ້ງນີ້ເພາະເປັນງານທີ່ສຳຄັນ ແລະ ການຖີບລົດກໍເປັນການຮັກສາສຸຂະພາບ ແລະ ສິ່ງແວດລ້ອມຕື່ມອີກ.          

ນອກນີ້ຍັງມີຂະບວນການເຕະບານສາມັກຄີລະຫວ່າງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໄຊ, ພ້ອມນີ້ຍັງໄດ້ມອບໃບຊົມເຊີຍຜົນງານໃຫ້ແກ່ບັນດາບໍລິສັດທີ່ໃຫ້ການອຸປະຖຳງານດັ່ງກ່າວຕື່ມອີກ.

(ຂ່່າວ-ພາບ: ແສງອາທິດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com