Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກະ​ຊວງ ຍ​ທ​ຂ ຫວນ​ຄືນ​ມູນ​ເຊື້ອ 2 ວັນ​ປະ​ຫວັດ​ສາດ​ຂອງ​ຊາດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 05/05/2022 13:17:34 ຈຳ​ນວນ​​ຢ້ຽມ​ຊົມ 26914 ຄັ້ງ

ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 66 ປີ ແລະ ວັນກຳມະກອນສາກົນ ຄົບຮອບ 136 ປີ ຂຶ້ນໃນວັນທີ 5 ພຶດສະພານີ້ ທີ່ກະຊວງ ຍທຂ, ໂດຍການເຂົ້າຮ່ວມຂອງທ່ານນາງ ວິໄລຄຳ ໂພສາລາດ ຄະນະປະຈຳພັກ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ວິໄລ ວົງຂະເສີມ ຄະນະພັກ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ, ມີຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ-ຮອງປະທານ, ຄະນະກຳມະບານຮາກຖານເຂົ້າຮ່ວມ.

      ທ່ານ ວິໄລ ວົງຂະເສີມ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດ ຕັ້ງກຳມະບານລາວ ຄົບຮອບ 66 ປີ (1/2/1956-1/2/2022) ຊຶ່ງເປັນວັນທີ່ມີຄວາມໝາຍສຳຄັນຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານລາວ, ການຈັດຕັ້ງປາຖະກະຖາຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານເຫັນໄດ້ຜົນງານ ແລະ ມູນເຊື້ອໃນການປະກອບສ່ວນຂອງສະຫະພັນກຳມະບານລາວເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ພາລະກິດແຫ່ງການປົກປັກຮັກສາ ແລະ ພັດ ທະນາປະເທດຊາດ, ເຫັນໄດ້ຄວາມສຳຄັນພາລະບົດບາດ, ໜ້າທີ່ຂອງອົງການຈັດຕັ້ງກຳມະບານລາວໃນໄລຍະໃໝ່ຂອງການປະຕິວັດ, ເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ.

      ຈາກນັ້ນ, ທ່ານໄດ້ເລົ່າຄືນມູນເຊື້ອວັນກຳມະກອນສາກົນ ຄົບຮອບ 136 ປີ 1 ພຶດສະພາ 1886 ຊຶ່ງເປັນຂະບວນການຕໍ່ສູ້ເພື່ອທວງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນຢູ່ບັນດາປະເທດທຶນນິຍົມໃນທົ່ວໂລກ  ພາຍໃຕ້ການປົກຄອງຂອງພວກນາຍທຶນ ໃນເວລານັ້ນຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ ພວກເຂົາໃຫ້ກຳມະກອນອອກແຮງງານສຸດທີ່ລຳບາກ, ມີຄວາມສ່ຽງສູງຕໍ່ຊີວິດ, ບໍ່ມີເວລາພັກຜ່ອນ ແລະ ເຮັດວຽກມື້ໜຶ່ງ 14-15 ຊົ່ວໂມງ, ແຕ່ໄດ້ຮັບຄ່າແຮງງານຕ່ຳ, ບໍ່ມີລະບົບປ້ອງກັນສຸຂະພາບ, ໃນສະຖານທີ່ເຮັດວຽກບໍ່ມີຄວາມປອດໄພ, ບໍ່ເອົາໃຈໃສ່ດ້ານສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງລະຫວ່າງກຳມະກອນ ແລະ ນາຍທຶນນັບມື້ເພີ່ມທະວີຄວາມຮຸນແຮງ ຈົນກ້າວໄປສູ່ຂະບວນການລຸກຮືຂຶ້ນຕໍ່ສູ້ຄັ້ງທຳອິດຂອງຊົນຊັ້ນກຳມະກອນຢູ່ທີ່ປະເທດອັງກິດໃນປີ 1764 ພ້ອມທັງຈັດຕັ້ງອົງການກຳມະບານຂຶ້ນເພື່ອເປັນຕົວແທນນຳພາປົກປ້ອງສິດ, ຜົນປະໂຫຍດຂອງຕົນ. ມາຮອດວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດທີ່ຊົນຊັ້ນກໍາມະກອນ-ຊາວຜູ້ອອກແຮງງານໄດ້ພ້ອມກັນນັດຢຸດງານເຖິງ 5 ພັນແຫ່ງຢູ່ບັນດາຕົວເມືອງໃຫຍ່ຂອງປະເທດອາເມຣິກາ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ເພື່ອຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີທີ່ວ່າ (ແຕ່ນີ້ຕໍ່ໄປກຳມະກອນຕ້ອງເຮັດວຽກບໍ່ເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮຽນ). ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສອັນແຂງແຮງເຖິງຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາ, ຕໍ່ສະພາບການດັ່ງກ່າວໃນວັນທີ 14 ກໍລະກົດປີ 1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II ໄດ້​ເປີດຂຶ້ນຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເພື່ອປະຕິບັດຄໍາຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ຊຶ່ງຖືເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ, ສະເພາະຢູ່ ສປປ ລາວ ທຸກໆປີໄດ້ມີການລະນຶກເຖິງມູນເຊື້ອຄວາມສຳຄັນຂອງວັນດັ່ງກ່າວ.

ຂ່າວ-ພາບ: ພູວັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com