Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເລຂາ ຄຊປປລ ສູນກາງ ເຄື່ອນໄຫວຢ້ຽມຢາມບ້ານຈັດສັນໃໝ່ ບ້ານກິ່ວງີ້ວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 06/05/2022 14:39:11 ຈຳ​ນວນ​​ຢ້ຽມ​ຊົມ 26759 ຄັ້ງ

ທ່ານ ທະວິສັກ ໄຊຍະວົງ ວ່າການເລຂາພັກເມືອງ ວ່າການເຈົ້າເມືອງ ພ້ອມດ້ວຍຄະນະນຳເມືອງເງິນ ແຂວງໄຊຍະບູລີ ໄດ້ຕ້ອນຮັບທ່ານ ມອນໄຊ ລາວມົວຊົງ ກຳມະການສຳຮອງສູນກາງພັກ ເລຂາ ຄຊປປລ ສູນກາງ ແລະ ທ່ານນາງ ເພັດສະໝອນ ບຸດດາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄຳມ່ວນ ພ້ອມດ້ວຍທີມງານໄດ້ເດີນທາງເຄື່ອນໄຫວຢ້ຽມຢາມບ້ານຈັດສັນໃໝ່ ບ້ານກິ່ວງີ້ວ ເມືອງເງິນ ໃນວັນທີ 4 ພຶດສະພາ ຜ່ານມາ.

ທ່ານ ທອງພັນ ສຸກສະຫວັດ ຮອງເຈົ້າໆເມືອງເງິນ ຄະນະຮັບຜິດຊອບຊີ້ນຳການຍົກຍ້າຍ-ຈັດສັນບ້ານກິ່ວງີ້ວ ໄດ້ລາຍງານສະພາບການຍົກຍ້າຍຈັດສັນບ້ານກິ່ວງີ້ວໂດຍຫຍໍ້ວ່າ: ບ້ານກິ່ວງີ້ວແມ່ນບ້ານໜຶ່ງໃນ 22 ບ້ານຂອງເມືອງເງິນ ປະກອບມີ 2 ເຜົ່າຄື: ເຜົ່າມົ້ງ ແລະ ເຜົ່າກຶມມຸ, ມີ 10 ໜ່ວຍ, 108 ຄອບຄົວ, ມີປະຊາກອນທັງໝົດ 652 ຄົນ ຍິງ 314 ຄົນ, ຫ່າງຈາກເທດສະບານເມືອງ 21 ກິໂລແມັດ. ມາຮອດປັດຈຸບັນໄດ້ສຳເລັດການເກັບກຳຂໍ້ມູນຊັບສິນຕ່າງໆ, ທີ່ດິນປຸກສ້າງ, ດິນທຳການຜະລິດຢູ່ເຂດເກົ່າ ແລະ ປະຕິບັດການຊົດເຊີຍຄ່າເສຍຫາຍຕ່າງໆພາຍໃນບ້ານຕາມເງື່ອນໄຂທີ່ກຳນົດໄວ້ໃນຂໍ້ຕົກລົງ 948 ຂອງທ່ານເຈົ້າແຂວງສໍາເລັດໂດຍພື້ນຖານ. ການກໍ່ສ້າງພື້ນຖານໂຄງລ່າງພາຍໃນບ້ານຈັດສັນໃໝ່ມີທັງໝົດ 6 ກິດຈະກຳຄື: ໂຄງການກໍ່ສ້າງເຮືອນຈຳນວນ 136 ຫຼັງ, ເລີ່ມລົງມືກໍ່ສ້າງແຕ່ເດືອນມີນາ ຫາ ເດືອນພະຈິກ 2021 ໃຊ້ເວລາ 9 ເດືອນ, ໂຄງການກໍ່ສ້າງເສັ້ນທາງພາຍໃນບ້ານ, ໂຄງການກໍ່ສ້າງລະບົບໄຟຟ້າ, ໂຄງການກໍ່ສ້າງລະບົບນ້ຳໃຊ້ພາຍໃນບ້ານ, ໂຄງການກໍ່ສ້າງໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ, ໂຄງການກໍ່ສ້າງຫໍປະຊຸມບ້ານ, ສາລາສັງເວດ ແລະ ຕະຫຼາດ, ປັດຈຸບັນການຍົກຍ້າຍປະຊາຊົນມາອາໄສຢູ່ບ້ານຈັດສັນໃໝ່ກິ່ວງີ້ວໄດ້ສຳເລັດໃນທ້າຍເດືອນກຸມພາ 2022 ນີ້.

      ສຳລັບທິດທາງແຜນການໃນຕໍ່ໜ້າຈະສືບຕໍ່ຈັດສັນທີ່ດິນທຳການຜະລິດ, ສືບຕໍ່ກໍ່ສ້າງເສັ້ນທາງເຂົ້າຫາເຂດທຳການຜະລິດ ແລະ ຟື້ນຟູອາຊີບໃຫ້ແກ່ປະຊາຊົນບ້ານກິ່ວງີ້ວ, ໃນໂອກາດນີ້, ທີມງານຄະນະບໍລິຫານງານຊາວໜຸ່ມສູນກາງ, ແຂວງ, ເມືອງ ຍັງໄດ້ລົງຢ້ຽມຢາມສວນໝາກລິ່ນຈີ່ ຂອງປະຊາຊົນບ້ານຫ້ວຍເຜີ້ງ ອີກດ້ວຍ.

ຂ່າວ-ພາບ: ອິນແປງ ແຫວນຄຳ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com