Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສ້າງຄວາມເຂົ້າໃຈນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແລະ ການ​ຕະຫຼາດ​ສື່​ແບບ​ໃໝ່ໃຫ້ສື່ມວນຊົນລາວ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 06/05/2022 14:59:53 ຈຳ​ນວນ​​ຢ້ຽມ​ຊົມ 27564 ຄັ້ງ

ໜັງສືພິມ ພາສາຕ່າງປະເທດ ໄດ້ຈັດກອງປະຊຸມ ສຳມະນາໃນຫົວຂໍ້” ນະໂຍບາຍ ການຕ່າງປະເທດຂອງ ສ​ປ​ປ ລາວ ໃນຍຸກໃໝ່ ແລະ ສະຖານະການໂລກໃນປັດຈຸບັນ ແລະ ການຕະຫຼາດສື່ແບບໃໝ່ໃນຍຸກໂລກາພິວັດ ຂຶ້ນເມື່ອວັນທີ 6 ພຶດສະພາ ນີ້ ທີ່ສຳນັກງານໜັງສືພິມພາສາຕ່າງປະເທດ (ຮູບແບບອອນລາຍ) ໂດຍການເປັນປະທານຂອງ ທ່ານ ທອງຫຼໍ່ ດວງສະຫວັດ ຫົວໜ້າບັນນາທິການ ໜັງສືພິມພາສາຕ່າງປະເທດ ມີນັກວິທະຍາກອນ, ຄະນະບັນນາທິການ ແລະ ພະນັກງານເຂົ້າຮ່ວມ.

     ທ່ານ ທອງຫຼໍ່ ດວງສະຫວັນ ກ່າວວ່າ: ການສຳມະນາດັ່ງກ່າວ ແມ່ນເພື່ອໃຫ້ນັກຮົບສື່ມວນຊົນໄດ້ມີໂອກາດຮັບຮູ້ ແລະ ເຂົ້າໃຈໃນຫົວຂໍ້ທີ່ສຳຄັນດັ່ງກ່າວ ຊຶ່ງສື່ມວນຊົນຕ້ອງຮຽນຮູ້ຮອບທິດ, ກຳໄດ້ສະຖານະການທັງໃນອະດີດ ແລະ ໃນປັດຈຸບັນທີ່ມີລະບົບຂໍ້ມູນຂ່າວສານໄດ້ເຊື່ຶອມໂຍງ​ກັນ ຊຶ່ງມີທັງອັນດີ ແລະ ອັນບໍ່ດີທີ່ໄດ້ສ້າງຂຶ້ນໃນທຸກໆວິນາ​ທີ,ເພາະພວກເຮົາເປັນຜູ້ນຳເອົາຂໍ້ມູນຂ່າວສານທີ່ຖືກຕ້ອງຊັດເຈນ, ວ່ອງໄວທັນກັບເຫດການມາບໍລິການສັງຄົມຜ່ານຫຼາກຫຼາຍຮູບແບບ ຫຼາຍສີສັນໄປສູ່ກຸ່ມເປົ້າໝາຍທັງພາຍໃນ ແລະ ຕ່າງປະເທດ ສະນັ້ນ, ພວກເຮົາຕ້ອງກຳແໜ້ນແນວທາງນະໂນບາຍຂອງພັກ-ກົດໝາຍຂອງ​ລັດ ແລະ ລະບຽບການຕ່າງໆ, ອັນສຳຄັນອີກອັນໜຶ່ງ ແມ່ນແນວທາງການຕ່າງປະເທດຂອງ ສປປ ລາວ, ພ້ອມນີ້ຍັງເປັນການພັດທະນາບຸກຄະລາກອນສື່ມວນຊົນລາວກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ, ຊັດເຈນ ແລະ ທັນກັບເຫດການ, ຂະຫຍາຍຂອບເຂດການພົວພັນຮ່ວມມື ແລະ ເຊື່ອມໂຍງກັບເວທີສື່ມວນຊົນສາ​ກົນໃຫ້ນັບມື້ນັບກວ້າງຂວາງຕາມວິໃສທັດຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທຽວ.

     ທ່ານກ່າວຕື່ມວ່າ: ເພື່ອຄວາມຍືນຍົງຂອງອົງການສື່ ແລະ ອາຊີບສື່ ພວກເຮົາຕ້ອງໄດ້ພັດທະນາຕົນເອງ ແລະ ສື່ຂອງຕົນໃຫ້ສອດຄ່ອງໄປຄຽງຄູ່ກັບຍຸກສະໄໝ ໂດຍຊອກຫາກົນໄກ, ວິທີ ແລະ ຊ່ອງທາງ ເພື່ອເຮັດແນວໃດໃຫ້ອົງການສື່ຂອງຕົນມີລາຍຮັບປະຈຳວັນເພື່ອມາຮັບໃຊ້ເຂົ້າໃນວຽກງານວິຊາສະເພາະກໍຄືຮັບໃຊ້ໜ້າທີ່ການເມືອງຂອງຕົນຕາມພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

     ການສຳມະນາຄັ້ງນີ້ຜູ້ເຂົ້າຮ່ວມ ໄດ້ຮັບຟັງ 2 ຫົວຂໍ້ສຳຄັນຄື ” ນະໂຍບາຍ ການ ຕ່າງປະເທດຂອງລາວໃນຍຸກໃໝ່ ແລະ ສະຖານການໂລກໃນປັດຈຸບັນ ແລະ ຫົວຂໍ້ “ການຕະຫຼາດສື່ແບບໃໝ່ໃນຍຸກໂລກາພິວັດ”.

(ຂ່າວ-ພາບ: ສຳນານ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com