Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມອົບຮົມການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ຈາກໂຄງການລົງທຶນ ຂອງພາກລັດ ແລະ ເອກະຊົນ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 4 ພຶດສະພາ ຜ່ານມານີ້ ທີ່ສະໂມສອນຂອງເມືອງກາສີ ແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສີທົນ ແສງພະຈັນ ເຈົ້າເມືອງໆກາສີ ແລະ ທ່ານ ບົວພັນ ສີວົງໄຊ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີບັນດາທ່ານຕາງໜ້າຈາກພະແນກການທີິ່ກ່ຽວຂ້ອງຂັັ້ນແຂວງ ແລະ ບັນດາ ຫ້ອງການ ທີິ່ກ່ຽວຂ້ອງ ຂອງ 3 ເມືອງ ຄື: ເມືອງໂພນໂຮງ, ກາສີ ແລະ ເມືອງແມດ ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານເຈົ້າໆເມືອງກາສີ ກໍໄດ້ໃຫ້ກຽດຂຶ້ນກ່າວເປີດກອງປະຊຸມ ໂດຍຈຸດປະສົງຂອງການຝຶກອົບຮົມກໍເພືິ່ອເປັນການສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຂອງເມືອງ ແລະ ພະ ແນກການທີິ່ກ່ຽວຂ້ອງໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ສາມາດປະຕິບັດໜ້າທີ່ວິຊາສະເພາະໄດ້ຢ່າງໜັກແໜ້ນ ແລະ ມີປະສິດທິພາບສູງ ຊຶ່ງກອງປະຊຸມໄດ້ຮັບທຶນສະໜັບສະໜູນຈາກແຜນງານໂຄງການພັດທະນາທ້ອງຖິ່ນລາວ/030 ຂອງ ພະແນກແຜນການ ແລະ ການລົງທຶນ ແຂວງ ທີິ່ໄດ້ມອບກິດຈະກໍາ ຫົວຂໍ້ຝຶກອົບຮົມໃຫ້ກັບພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າການທາງດ້ານຫຼັກວິຊາການ ຮ່ວມກັບ ພະແນກແຜນການ ແລະ ການລົງທຶນແຂວງ, ໃນຫຼາຍໆດ້ານໂດຍສະເພາະກໍແມ່ນການກະກຽມເອກະສານ, ຮູບແບບວິທີການ ທີິ່ຈະນໍາມາຝຶກອົບຮົມໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ບົນລະບຽບ, ຫຼັກການ, ຂັັ້ນຕອນຕ່າງໆ. ສ່ວນວ່າເອກະສານທີິ່ຈະນໍາມາຝຶກອົບຮົມ ລ້ວນແລ້ວແຕ່ແມ່ນບັນດານິຕິກໍາທີິ່ຕິດພັນກັບການປະເມີນບັນຫາ ຜົນກະທົບຈາກໂຄງການລົງທຶນຂອງພາກລັດ ແລະ ເອກະຊົນ, ໂຄງການລົງທຶນໃດໜຶ່ງກ່ອນທີ່ຈະໄດ້ຮັບການອະນຸມັດ ຫຼື ພາຍຫຼັງໄດ້ຮັບການອະນຸມັດ ໂຄງການລົງທຶນຕ້ອງໄດ້ຜ່ານຂະບວນການທາງດ້ານນິຕິກໍາ ທີິ່ນັກວິທະຍາກອນຈະນໍາມາສະເໜີ ໃນກອງປະຊຸມຜູ້ເຂົ້າຮ່ວມຈະໄດ້ນໍາເອົາບັນດານິຕິກໍາໄປຈັດຕັັ້ງປະຕິບັດ ເຂົ້າໃນໜ້າທີິ່ວຽກງານຂອງຕົນທີ່ໄດ້ຮັບການມອບໝາຍໃຫ້ສໍາເລັດຕາມເປົ້າໝາຍທີິ່ຕັ້ງໄວ້. ພ້ອມນັັ້ນ ກໍໄດ້ຮຽກຮ້ອງມາຍັງນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມຈົົ່ງຕັັ້ງໃຈຮໍ່າຮຽນ ນໍາເອົາຄວາມຮູ້ທີ່ໄດ້ຮັບການຖ່າຍທອດ ໄປຜັນຂະຫຍາຍຕໍ່ໃນການຈັດຕັັ້ງປະຕິບັດວຽກງານຕົວຈິງ ໃນຂົງເຂດວຽກງານທີິ່ຕົນເອງໄດ້ຮັບການມອບໝາຍ. ຫຼັງຈາກນັ້ນທ່ານ ບົວພັນ ສີວົງໄຊ ກໍໄດ້ມີຄໍາເຫັນ ຊຶ່ງທ່ານໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຫຼາຍ ສະນັ້ນຈຶ່ງຮຽກຮ້ອງມາຍັງນັກວິທະຍາກອນ ແລະ ນັກສໍາມະນາກອນຕ້ອງເອົາໃຈໃສ່ຄົ້ນຄວ້ານໍາເອົາບົດຮຽນມາແລກປ່ຽນສົນທະນາເພື່ອຊອກໃຫ້ເຫັນເຖິງບັນດາບັນຫາຕົວຈິງ ທີ່ເປັນຜົນກະທົບຕໍ່ສິ່ງແລ້ວລ້ອມ ແລ້ວນໍາມາແກ້ໄຂພັດທະນາວຽກງານດັ່ງກ່າວໃຫ້ສໍາເລັດ. ສໍາລັບເອກະສານທີ່ຈະນໍາມາຝຶກອົບຮົມປະກອບມີ: ກົດໝາຍວ່າດ້ວຍ: ການລົງທຶນຂອງລັດ ສະບັບເລກທີ 72/ສພຊ, ລົງວັນທີ 15 ທັນວາ 2015 ແລະ ຄຳແນະນໍາ ສະບັບເລກທີ 0889/ສພຊ, ລົງວັນທີ 9 ມິຖຸນາ 2021, ຂັ້ນຕອນໃນການຄົ້ນຄວ້າພິຈາລະນາການອະນຸມັດໂຄງການລົງທຶນ ໃນກິດຈະການສໍາປະທານຂອງພາກສ່ວນເອກະຊົນພາຍໃນ ແລະ ຕ່າງປະເທດ, ກົດໝາຍວ່າດ້ວຍ: ນໍ້າ, ຊັບພະຍາກອນນໍ້າ ແລະ ກົດໝາຍ ວ່າດ້ວຍ: ການປົກປັກຮັກສາສິ່ງແວດລ້ອມ (ບາງມາດຕາ), ດໍາລັດ ວ່າດ້ວຍ EIA ເລກທີ 21 ລົງວັນທີ 31 ມັງກອນ 2019.
ຄູ່ມືແນະນໍາກ່ຽວກັບການຈັດຕັັ້ງປະຕິບັດການຕິດຕາມກວດກາສິ່ງແວດລ້ອມ ໂຄງການລົງທຶນ ແລະ ກິດຈະການຕ່າງໆ ຢູ່ໃນ ສປປ ລາວ ສະບັບປີ 2014, ຮ່າງຂໍ້ຕົກລົງ ວ່າດ້ວຍ: ບັນຊີການຈັດແບ່ງກຸ່ມ ໂຄງການລົງທຶນ ແລະ ກິດຈະການຕ່າງໆໃນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການລົງສຶກສາພາກສະໜາມ: ທັດສະນະສຶກສາ ແລະ ຢ້ຽມຢາມໂຄງການ, ຄໍາແນະນໍາວ່າດ້ວຍ: ການເກັບຄ່າທໍານຽມ ແລະ ຄ່າບໍລິການຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ. ຈາກນັ້ນກໍຈະໄດ້ພ້ອມກັນລົງພາກສະໜາມເພື່ອທັດສະນາສຶກສາ ແລະ ຢ້ຽມຢາມໂຄງການຕົວຈິງ ຊຶ່ງການຝຶກອົມຮົມໃນຄັ້ງນີ້ໄດ້ດໍາເນີນໄປເປັນເວລາ 3 ວັນ.
(ຂ່າວ-ພາບ: ນາງ ດາລັກ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com