Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງລະຄອນເພັງ ຫວນຄືນມູນເຊື້ອ 4 ວັນສໍາຄັນຂອງພັກ ຂອງຊາດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 07/05/2022 10:47:18 ຈຳ​ນວນ​​ຢ້ຽມ​ຊົມ 26775 ຄັ້ງ

ຄະນະໂຄສະນາອົບຮົມ ເມືອງລະຄອນເພັງ ແຂວງສາລະວັນ ປາຖະກະຖາເລົ່າຄືນມູນເຊື້ອ 4 ວັນສໍາຄັນປະຫວັດສາດຂອງພັກ-ຂອງຊາດ ແລະ ສາກົນ ຄື: ວັນກໍາມະກອນສາກົນ ຄົບຮອບ 136 ປີ, ວັນຜ່າວົງປິດລ້ອມອອກຈາກທົ່ງໄຫຫີນ ຂອງກອງພັນທີ 2 ຄົບຮອບ 63 ປີ, ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວສ້າງຊາດຄົບຮອບ 62 ປີ ແລະ ວັນຄ້າຍວັນເກີດປະທານ ໂຮ່ຈິມິນ ຄົບຮອບ 132 ປີ ຂຶ້ນ ຫວ່າງບໍ່ດົນມານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວຜາ ສີລາດວງໃຈ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ພັກ-ພະນັກງານ ໂດຍມີພະນັກງານຫຼັກແຫຼ່ງ - ນໍາພາ, ພະນັກງານລັດຖະກອນ - ອາສາສະໝັກ ແລະ ກໍາລັງປະກອບອາວຸດ ເຂົ້າຮ່ວມ.

ທ່ານ ແກ້ວຜາ ສີລາດວງໃຈ ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງກໍາມະກອນສາກົນ ຄົບຮອບ 136        ປີ, ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ຄົບຮອບ 63 ປີ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວສ້າງຊາດ ຄົບຮອບ 62 ປີ, ການຕີຜ່າວົງປິດລ້ອມ ໂດຍໄດ້ຍົກໃຫ້ເຫັນສາເຫດ ແລະ ຄວາມເປັນມາຂອງວັນກໍາມະກອນສາກົນ, ຄວາມໝາຍສໍາຄັນ ແລະ ບັນດາປະຖົມປັດໄຈທີ່ເຮັດໃຫ້ກອງພັນທີ 2 ວິລະຊົນ ສາມາດຜ່າວົງປິດລ້ອມຂອງສັດຕູອອກໄປສູ່ເຂດທີ່ໝັ້ນປະຕິວັດຢ່າງມີໄຊ ແລະ ໄດ້ຍົກໃຫ້ເຫັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະແນວລາວຮັກຊາດ ກັບຄືນສູ່ເຂດປົດປ່ອຍດ້ວຍຄວາມປອດໄພ ຊຶ່ງເປັນເຫດການທີ່ສະເທືອນ ຕໍ່ຫາງສຽງໂລກ ເຮັດໃຫ້ຈັກກະພັດອາເມຣິກາ ແລະ ລູກມືຕົກສະທ້ານຢ້ານກົວ ແຕ່ເປັນການປຸກລະດົມກໍາລັງໃຈ ແລະ ປິຕິຊົມຊື່ນຂອງກໍາລັງປະຕິວັດ ທົ່ວປວງຊົນ ແລະ ເຫດການໂຕນຄຸກຢ່າງມະຫັດສະຈັນຄັ້ງນັ້ນ ມັນໄດ້ສະແດງເຖິງແຜນນະໂຍບາຍອັນຖືກຕ້ອງຂອງສູນກາງພັກ, ຄວາມສາມາດຈັດຕັ້ງນໍາພາຂອງຄະນະພັກວຽງຈັນ ແລະ ບັນດາຜູ້ນໍາທີ່ຢູ່ໃນຄຸກ; ສະແດງເຖິງການປົກປ້ອງຂອງມະຫາຊົນທີ່ຮັກຊາດ ແລະ ການຊ່ວຍເຫຼືອຂອງບັນດາສາລະວັດທະຫານຝ່າຍວຽງຈັນທີ່ມີຄວາມຕື່ນຕົວ, ພ້ອມດຽວກັນນັ້ນຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາເລົ່າຄືນມູນເຊື້ອວັນຄ້າຍວັນເກີດຂອງ ປະທານ ໂຮ່ຈິມິນ ໂດຍການບັນຍາຍຂອງທ່ານ ສີສຸພັນ ມະຫາວົງ ຄະນະປະຈໍາພັກເມືອງຕື່ມອີກ.

ໂດຍແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກ, ພະນັກງານລັດຖະກອນ, ອາສາສະໝັກ ແລະ ກໍາລັງປະກອບອາວຸດ ໄດ້ເຊື່ອມຊຶມມູນເຊື້ອປະຫວັດສາດ ແລະ ຮູ້ເສີມຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກ ງານທີ່ດີເດັ່ນ ເປັນແບບຢ່າງທີ່ດີຂອງມະຫາຊົນ ແລະ ອົງການຈັດຕັ້ງຕ່າງໆ.

ຂ່າວ-ພາບ: ສາລະວັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com