Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາແຮງງານໃຫ້ທ່ານນາງ Hua chunmei ຫົວໜ້າພາກພາສາລາວ ສູນອາຊີ-ອາຟຣິກາ ສະຖານີວິທະຍຸໂທລະພາບສູນກາງຈີນ(CMG) ແລະ ທ່ານນາງ Mo xiaoling ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ (CRI) ປະຈໍາລາວທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ, ສະຕິປັນຍາ ເຂົ້າການເຄື່ອນໄຫວສໍາຄັນໃນການເພີ່ມພູນຄູນສ້າງໄມຕີຈິດມິດຕະພາບລະຫວ່າງລາວ-ຈີນ.
ພິທີປະດັບຫຼຽນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 6 ພຶດສະພາ ຜ່ານມາ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍມີທີ່ປຶກສາສະຖານທູດຈີນ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງ ຖວທ, ກະຊວງການຕ່າງປະເທດ, ສະມາຄົມມິດຕະພາບລາວ-ຈີນ, ຄະນຳກໍາມະການຮ່ວມມືລາວ-ຈີນ, ສະພາການຄ້າຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມ.
ການປະດັບຫຼຽນກາແຮງງານຄັ້ງນີ້, ແມ່ນປະຕິບັດຕາມດໍາລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອຍ້ອງຍໍສັນລະເສີນບຸກຄົນ ຫຼື ອົງການທັງພາຍໃນປະເທດ ກໍຄືຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາສປປລາວ. ໂອກາດດຽວກັນ, ທ່ານ ລັດຖະມົນ ຕີ ກະຊວງ ຖວທ ຍັງໄດ້ມອບໃບຍ້ອງຍໍຂັ້ນກະຊວງ ຖວທ ໃຫ້ແກ່ທ່ານ Xu delin ຫົວໜ້ານັກຂ່າວ CRI ປະຈຳລາວ ທີ່ໄດ້ມີຜົນງານດີເດັ່ນໃນໄລຍະຜ່ານມາ.
ພາກພາສາລາວຂອງ CMG ລະບົບ AM ໄດ້ສ້າງຕັ້ງຂຶ້ນໃນວັນທີ 15 ທັນວາປີ 1956 ແລະມາເຖິງວັນທີ 15 ພະຈິກປີ 2006 ໄດ້ກະຈາຍສຽງອອກອາກາດໃນລະບົບ FM 93 Mhz ຢູ່ນະຄອນຫຼວງວຽງຈັນ; ປັດຈຸບັນ, ໄດ້ອອກອາກາດມື້ລະ 19 ຊົ່ວໂມງ ທີ່ມີລາຍການຂ່າວ, ລາຍການບັນເທີງ ແລະ ອື່ນໆ ຊຶ່ງມີເພື່ອນມິດຜູ້ຟັງຫຼາຍກວ່າ 1 ລ້ານຄົນ. ນອກນັ້ນ, ຍັງໄດ້ຮັບການຍ້ອງຍໍຕີລາຄາສູງຈາກການນໍາສູງສຸດຂອງພັກ ແລະ ລັດຖະບານລາວ ໃນນາມ “ເປັນສ່ວນປະກອບອັນສໍາຄັນຂອງສື່ມວນຊົນລາວ” ເປັນ “ຕົວແບບຂອງການຮ່ວມມືດ້ານສື່ມວນຊົນລະຫວ່າງລາວ-ຈີນ” ແລະ ຜ່ານມາກໍເຄີຍໄດ້ຮັບຫຼຽນກາມິດຕະພາບ ຈາກລັດຖະບານລາວ ຢ່າງສົມກຽດໃນປີ 2016.
ນອກຈາກລາຍການວິທະຍຸ ແລະ ມີຂ່າວອອນລາຍທາງເຟສບຸກແລ້ວ, ພະແນກພາສາລາວ ສູນອາຊີ-ອາຟຣິກາ CMG ຍັງໄດ້ສ້າງຕັ້ງເວັບໄຊພາສາລາວແຫ່ງທຳອິດໃນໂລກ, ສ້າງອແອັບພິເຄຊັນ ໂທລະສັບ Laos Grip ທັງໄດ້ຮ່ວມມືກັບສື່ມວນຊົນລາວຢ່າງຕັ້ງໜ້າ ໃນນັ້ນ ໄດ້ຮ່ວມກັນຜະລິດລາຍການໂທລະພາບ 3 ລາຍການ, ແປ ແລະ ຜະລິດລະຄອນຈີນທີ່ພາກເປັນພາສາລາວ, ພິມຈໍາໜ່າຍປຶ້ມສອງພາສາລາວ-ຈີນ ແລະ ອື່ນໆ. ພິເສດ, ຍັງໄດ້ຈັດເທດສະການຮູບເງົາດີເດັ່ນລາວ-ຈີນ ທີ່ໄດ້ນໍາເອົາຮູບເງົາຈີນ ທີ່ພາກເປັນພາສາລາວລົງໄປສາຍຢູ່ຊົນນະບົດເຂດຫ່າງໄກສອກຫຼີກ, ສ້າງໂອກາດໃຫ້ກັບປະຊາຊົນລາວ ແລະ ຜູ້ອາໄສຢູ່ລາວຫຼາຍກວ່າ 1 ແສນຄົນໄດ້ຊົມຮູບເງົາໂດຍບໍ່ເສຍຄ່າ.
(ຂ່າວ-ພາບ: ບຸນອູ້ມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com